ສປປ ລາວ ຈະປະຕິບັດນະໂຍບາຍຍົກເວັ້ນວິຊາຕໍ່ນັກທ່ອງທ່ຽວຈີນ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວໂລລາ)ວັນທີ 26 ມິຖຸນານີ້ຕາມເວລາທ້ອງຖິ່ນ, ລັດຖະມົນຕີຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວໄດ້ອອກເອກະສານສະບັບເລກທີ 29 ຂອງ《ການຈັດຕັ້ງປະຕິບັດກ່ຽວກັບນະໂຍບາຍວີຊາ ແລະ ໄລຍະການພັກເຊົາຢູ່ ສປປ ລາວ ສຳລັບນັກທ່ອງທ່ຽວກຸ່ມເປົ້າໝາຍ ໃນໄລຍະປີທ່ອງທ່ຽວລາວ 2024》.

ຕາມເອກະສານດັ່ງກ່າວ, ນັກທ່ອງທ່ຽວຈາກ ສປ ຈີນ (ແຜ່ນດິນໃຫຍ່ ຈີນ), ຮົງກົງ, ມາກາວ ແລະ ໄຕ້ຫວັນ ໄດ້ຮັບນະໂຍບາຍຍົກເວັ້ນວີຊາເຂົ້າເມືອງລາວ 15 ວັນສຳລັບໜັງສືຜ່ານແດນທຳມະດາ ຈັດຕັ້ງໂດຍບໍລິສັດທ່ອງທ່ຽວ. ຜ່ານໂດຍອົງການບໍລິສັດທ່ອງທ່ຽວ. ສຳລັບແຜນການທ່ອງທ່ຽວທີ່ເຂົ້າມາ ສປປ ລາວ ຕ້ອງເປັນກຸ່ມຜ່ານການບໍລິການຂອງບໍລິສັດນຳທ່ຽວທີ່ຢູ່ ສປປ ລາວ ທີ່ໄດ້ລົງທະບຽນ ຖືກຕ້ອງຕາມລະທະບຽບຫຼັກການໂດຍຮັບຮອງຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ.ເວລາໃນການຈັດຕັ້ງປະຕິບັດນະໂຍບາຍແມ່ນເລີ່ມແຕ່ວັນທີ 01 ກໍລະກົດ 2024 ຫາ ວັນທີ 31 ທັນວາ 2024.

当地时间6月26日,老挝新闻文化旅游部部长签发了《2024老挝旅游年关于对特定游客签证政策实施细则》29号文件。

根据文件内容,中国内地(大陆)及港澳台游客可以通过旅游公司组织,获取普通护照15天免签的政策。行程需要由老挝旅游公司组织并获得新闻文化旅游部的许可。政策执行时间从2024年7月1日起到2024年12月31日。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

06/28

00:00

ແບ່ງປັນ

ແປ
翻译