"ອອກເດີນທາງວຽງຈັນ - ງານວາງສະແດງສິລະປະທາງລົດໄຟລາວ-ຈີນ" ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງເປັນຄັ້ງທຳອິດ

ມາຈາກ:ສະບາຍດີ

1

ສະບາຍດີ ນັກຂ່າວໂລລາ)ຫວ່າງມໍ່ໆມານີ້, "ອອກເດີນທາງວຽງຈັນ - ງານວາງສະແດງສິລະປະວິດີໂອ ແລະ ຮູບພາບ ສຳລັບທາງລົດໄຟລາວ-ຈີນ"ໄດ້ຈັດຂຶ້ນຢູ່ຫໍວາງສະແດງວັດທະນະທຳແຫ່ງຊາດຈີນທີ່ນະຄອນຫຼວງປັກກິ່ງ, ເພື່ອແນໃສ່ຊຸກຍູ້ການແລກປ່ຽນວັດທະນະທຳ ແລະ ການສືບທອດສິລະປະ ລະຫວ່າງສອງປະເທດລາວ-ຈີນໄດ້ຮັບເສີມຂະຫຍາຍ ແລະ ພັດທະນາ,ເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດລາວ-ຈີນ.ງານວາງສະແດງນີ້ຊີ້ນຳໂດຍພະແນກວັດທະນະທຳ ແລະ ທ່ອງທ່ຽວແຂວງຢຸນນານ,ແລະສະຖາບັນສິລະປະຊົນເຜົ່າແຂວງຢຸນນານ,ມະຫາວິທະຍາໄລຄຸນມິງເປັນເຈົ້າພາບ ແລະ ຈັດຕັ້ງໂດຍຄະນະວິຈິດສິນ ແລະ ອອກແບບສິລະປະຂອງມະຫາວິທະຍາໄລຄຸນມິງ.

1

ທາງລົດໄຟລາວ-ຈີນແລ່ນແຕ່ນະຄອນຄຸນມິງທາງພາກເໜືອຂອງສປຈີນ ຫາ ນະຄອນຫຼວງວຽງຈັນທາງພາກໃຕ້ຂອງສປປລາວ ມີຄວາມຍາວທັງໝົດ 1.035 ກິໂລແມັດ ,ເປັນໂຄງການທີ່ສໍາຄັນ ຂ້າມພູເຂົາແລະແມ່ນ້ຳ,ສ້າງມິດຕະພາບລາວ-ຈີນ ແລະ ຮ່ວມກັນສ້າງຂໍ້ລິເລີ່ມ "ໜຶ່ງແລວໜຶ່ງເສັ້ນທາງ" ທັງເປັນ"ເສັ້ນທາງແຫ່ງການພັັດທະນາ,ເສັ້ນທາງແຫ່ງການສ້າງຄວາມຜາສຸກ ແລະ ເສັ້ນທາງແຫ່ງມິດຕະພາບຂອງປະຊາຊົນທັງສອງປະເທດລາວ-ຈີນ".ງານວາງສະແດງສິລະປະວິດີໂອ ແລະ ຮູບພາບ ສຳລັບທາງລົດໄຟລາວ-ຈີນ ຄັ້ງນີ້ໄດ້ນຳໃຊ້ທັດສະນະການບັນທຶກໃໝ່ເພື່ອສະແດງໃຫ້ເຫັນຂະບວນການກໍ່ສ້າງໂຄງການຮ່ວມມືສາກົນລະຫວ່າງພາກພື້ນຢ່າງຮອບດ້ານ.  ພາຍຫຼັງເກັບກຳມາເປັນເວລາ 1 ປີ ຂຶ້ນໄປ, ງານວາງສະແດງສິລະປະນີ້ໄດ້ເລືອກເອົາຮູບພາບ 217 ແຜ່ນ ຈາກ 10.000 ກວ່າແຜ່ນເຫຼົ່ານັ້ນ,ໄດ້ສະສົມ ແລະ ຜະລິດ 8ວິດີໂອ ເຊິ່ງໄດ້ຕີລາຄາຢ່າງເປັນລະບົບຫົວຂໍ້ຂອງການຮ່ວມມືກໍ່ສ້າງທາງລົດໄຟຈີນ-ລາວ.

ຕາມຂໍ້ມູນວ່າ,ງານວາງສະແດງຄັ້ງນີ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງເປັນຄັ້ງທຳອິດ ຈະແກ່ຍາວເຖິງວັນທີ 23 ມິຖຸນານີ້. ຕໍ່ໄປ, ຈັດງານວາງສະແດງ ແລະ ກິດຈະກໍາສໍາມະນາພິເສດຢູ່ ນະຄອນຟູ້ຊິງ ແຂວງຟູຈ້ຽນ,ເມືອງເຮີຊວນ ນະຄອນຈຸງຊິງ,ນະຄອນຄຸນມິງ,ເມືອງປູເອີ ແລະ ເມືອງຊຽງຮຸງແຂວງຢຸນນານ.

12

11

7

2

3

4

5

68

9

10

1

近日,“一路万象——中老铁路影像艺术展”在北京民族文化宫展览馆开展,旨在推动中老两国文化交流和艺术传承不断丰富和发展,增进两国人民友谊。展览由云南省文化和旅游厅、云南省民族艺术研究院指导,昆明学院主办,昆明学院美术与艺术设计学院承办。

1

中老铁路北起中国昆明,南至老挝万象,全长1035公里,是跨越山河、联结友谊,共建“一带一路”的标志性工程,被称为“中老人民的发展路、幸福路、友谊路”。此次中老铁路影像艺术展以全新的记录视角,较为全面地展示了跨区域国际合作工程的建设过程。艺术展经过一年多征集,从1万多件照片中精选出217件,征集和制作视频作品8件,系统诠释了中老铁路“一带一路”共建主题。

据悉,本次展览在京首展将持续到6月23日。接下来,将在福建省福清市、重庆市合川区,云南省昆明市、普洱市、景洪市等地举办巡展和专题研讨活动。

12

11

7

2

3

4

5

68

9

10

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

06/24

15:39

ແບ່ງປັນ

ແປ
翻译