ໂຄງການຮ່ວມມືດ້ານຂໍ້ມູນຂ່າວສານຮູບພາບ ແລະ ສຽງດ້ວຍພາສາມື ລາວ-ຈີນ ລົງນາມທີ່ຄຸນມິງ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວໂລລາ)ວັນທີ 17 ມິຖຸນານີ້, ສູນສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ແຂວງຢຸນນານ ກັບ ໂທລະພາບແຫ່ງຊາດລາວໄດ້ເຊັນສັນຍາກ່ຽວກັບໂຄງການຮ່ວມມືດ້ານຂໍ້ມູນຂ່າວສານຮູບພາບ ແລະ ສຽງດ້ວຍພາສາມືລະຫວ່າງປະເທດລາວແລະຈິນ.

ໂຄງການຮ່ວມມືດ້ານຂໍ້ມູນຂ່າວສານຮູບພາບ ແລະ ສຽງດ້ວຍພາສາມືຄັ້ງທຳອິດຂອງລາວ,ໄດ້ຮັບການສະໜັບສະໜູນດ້ານການເງິນໂດຍບໍລິສັດ China Southern Power Grid Lanmei International Energy Co., Ltd. ແລະ ສູນສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ແຂວງຢຸນນານ ກັບ ໂທລະພາບແຫ່ງຊາດລາວຮ່ວມກັນດຳເນີນການວາງແຜນລາຍງານ, ການຖ່າຍທຳ, ການແປພາສາມື, ການຈັດວາງລາຍການ ແລະ ອື່ນໆ.ໂຄງການນີ້ເພື່ອແນໃສ່ສືບຕໍ່ເສີມຂະຫຍາຍບົດບາດ ສື່ມວນຊົນໃນການສ້າງຄູຮ່ວມມືຊາຕາກຳລາວ-ຈີນ, ເພີ່ມຕື່ມລາຍການໂທລະພາບທາງດ້ານພາສາມືຢູ່ລາວທີ່ບໍ່ມີມາກ່ອນ, ຊຸກຍູ້ການເຜີຍແຜ່ຂໍ້ມູນຂ່າວສານທີ່ແທ້ຈິງໃຫ້ທັນເວລາ, ເລິກເຊິ່ງການຮ່ວມມືມິດຕະພາບ ແລະ ການແລກປ່ຽນປະຊາຊົນທັງສອງປະເທດລາວ-ຈີນ. ລາຍການດັ່ງກ່າວເລີ່ມຂຶ້ນໃນເດືອນກໍລະກົດປີນີ້ ແລະ ໄດ້ເປີດຢູ່ຊ່ອງ ໂທລະພາບແຫ່ງຊາດລາວ ທຊລ 1 (LNTV 1)ໃນຕອນຄ່ຳ ຊ່ວງເວລາສຳຄັນທຸກໆວັນຈັນ ຫາ ວັນເສົາ.

ໃນພິທີລົງນາມນີ້, ວິທະຍຸກະຈາຍສຽງ ແລະ ໂທລະພາບແຂວງຢຸນນານຍັງໄດ້ແນະນໍາແອັບຮູບ ແລະ ສຽງລ້ານຊ້າງ(Mekong Look APP),ແລະ ແລກປ່ຽນລາຍການໂທລະພາບຈີນທີ່ດີເລີດມາແປພາສາມຽນມາເປີດຢູ່ວິທະຍຸ ແລະ ໂທລະພາບແຫ່ງຊາດມຽນມາ. 

6月17日,云南省南亚东南亚区域国际传播中心与老挝国家电视台进行了中老合作手语视听资讯节目协议签约。

该档节目为老挝首档手语视听资讯节目,由南方电网澜湄国际能源有限责任公司提供资金支持,云南省南亚东南亚区域国际传播中心与老挝国家电视台共同承担节目的策划、摄制以及手语译制、节目投放等。这个项目旨在持续发挥媒体在服务中老命运共同体建设中的作用,填补老挝手语节目领域的空白,促进真实信息及时传播,深化中老友好合作和人文交流。该节目将于今年7月启动,在老挝国家电视台LNTV 1频道于每周一至周六晚间黄金时段播出。

在签约仪式上,云南广播电视台还推介了澜湄视听App,并与缅甸国家广播电视台交换缅甸语译制的中国优秀电视节目。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

06/21

00:00

ແບ່ງປັນ

ແປ
翻译