ບໍລິການລັດຢູ່ຕ່າງເມືອງຂອງນະຄອນຄຸນມິງ-ເມືອງບໍ່ຫານໄດ້ບັນລຸຄວາມກ້າວໜ້າໃໝ່

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວໂລລາ)ຫວ່າງມໍ່ໆມານີ້, ທະນາຄານອຸດສາຫະກຳ ແລະ ການຄ້າຈີນ(ICBC)ສາຂາເຂດການຄ້າເສລີພາກພື້ນນະຄອນຄຸນມິງໄດ້ສຳເລັດການເປີດບັນຊີທະນາຄານໃນຄຸນມິງໃຫ້ບໍລິການແກ່ ບໍລິສັດຢີຊວງຊ້າງບໍລິຫານຕ່ອງໂສ້ການສະຫນອງ ຈຳກັດ ບໍ່ຫານ,ຊຶ່ງມີໝາຍຄວາມວ່າ ບໍລິການລັດຢູ່ຕ່າງເມືອງຂອງນະຄອນຄຸນມິງ-ເມືອງບໍ່ຫານໄດ້ບັນລຸຄວາມກ້າວໜ້າໃໝ່.

ນັບແຕ່ປີ 2023 ເປັນຕົ້ນມາ, ເຂດການຄ້າເສລີພາກພື້ນນະຄອນຄຸນມິງ ແລະ ຂດການຮ່ວມມືເສດຖະກິດບໍ່ເຕ່ນ-ບໍ່ຫານລະຫວ່າງປະເທດລາວກັບຈີນໄດ້ເລີ່ມດຳເນີນຮູບແບບ"ຄຸນມິງ-ບໍ່ຫານບໍລິການລັດທີ່ຂ້າມພາກພື້ນ"ການເຊື່ອມໂຍງດ້ານການບໍລິການລັດ,ໄດ້ບັນລຸຮູບແບບການຊ່ວຍເຫຼືອການສ້າງຕັ້ງວິສາຫະກິດຢູ່ຕ່າງເມືອງຂອງທຸກຂັ້ນຕອນ,ໂດຍຮູບແບບສ້າງຕັ້ງວິສາຫະກິດຢູ່ຕ່າງເມືອງ,ບັນດາວິສາຫະກິດທີ່ສ້າງຕັ້ງໃນ ບໍ່ຫານ ສາມາດພິມໃບອະນຸຍາດດຳເນີນທຸລະກິດດ້ວຍຕົນເອງຢູ່ທົ່ວນະຄອນຄຸນມິງ.ການເປີດບັນຊີແກ່ວິສາຫະກິດ ບໍ່ຫານ ຢູ່ຕ່າງເມືອງຄັ້ງນີ້ ໄດ້ບັນລຸຮູບແບບ"ຄຸນມິງ-ບໍ່ຫານບໍລິການລັດທີ່ຂ້າມພາກພື້ນ"ການເຊື່ອມໂຍງດ້ານການບໍລິການລັດທາງດ້ານການເງິນທີ່ມີປະສິດທິຜົນ,ການສະໜັບສະໜູນດ້ານການເງິນຢ່າງແຂງແຮງເພື່ອປັບປຸງຄວາມສະດວກ ແລະ ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງວິສາຫະກິດໃນພາກພື້ນ.

日前,中国工商银行昆明自贸区支行成功为磨憨企业云南颖川鐌供应链管理有限公司在昆明代办基本户开户,意味着昆明磨憨异地帮办服务取得新突破。

自2023年以来,云南自贸试验区昆明片区与中国老挝磨憨—磨丁经济合作区推出“昆磨跨区通”政务接力联办模式,实现企业异地设立提供全程帮办模式,通过异地帮办,实现磨憨落户企业可在昆明片区自助打印营业执照。此次磨憨企业异地成功开户,实现了“昆磨跨区通”政务接力联办模式的金融服务有效接续,为区域内企业便利性提升、营商环境建设提供了有力金融助力。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

06/20

00:00

ແບ່ງປັນ

ແປ
翻译