ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)ນັກຂ່າວໄດ້ຮັບຂ່າວຈາກກຸ່ມບໍລິສັດທາງລົດໄຟຈີນຈໍາກັດ ສາຂາ ຄຸນມິງ(ຕໍ່ໄປນີ້ເອີ້ນວ່າ:ບໍລິສັດທາງລົດໄຟຈີນ ສາຂາຄຸນມິງ)ວ່າ,ນັບມາຮອດວັນທີ21ພຶດສະພານີ້,ທາງລົດໄຟລາວ-ຈີນໄດ້ເປີດຂະບວນລົດໄຟໂດຍສານລວມແລ້ວມີເຖິງ50.187ຖ້ຽວ,ສົ່ງຜູ້ໂດຍສານຫຼາຍກວ່າ34,05ລ້ານເທື່ອຄົນ,ບໍ່ພຽງແຕ່ໄດ້ສະຫນອງທາງເລືອກໃນການເດີນທາງທີ່ສະດວກ ແລະ ມີປະສິດທິຜົນກວ່າເກົ່າໃຫ້ແກ່ປະຊາຊົນສອງປະເທດເທົ່ານັ້ນ,ຍັງໄດ້ເພີ່ມພະລັງແຮງທີ່ເຂັ້ມແຂງໃຫ້ແກ່ການຊຸກຍູ້ເສດຖະກິດພາກພື້ນໃຫ້ຈະເລີນຮຸ່ງເຮືອງຢ່າງຕໍ່ເນື່ອງ.
ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງບໍລິສັດທາງລົດໄຟຈີນ ສາຂາຄຸນມິງກ່າວວ່າ,ເພື່ອປົດປ່ອຍປະສິດທິຜົນດ້ານການຂົນສົ່ງຜູ້ໂດຍສານຂອງທາງລົດໄຟລາວ-ຈີນຕື່ມອີກ, ຍົກລະດັບຄວາມສະດວກໃນການເດີນທາງຂ້າມຊາຍແດນ,ວັນທີ13ເມສາ2023ນີ້,ທາງລົດໄຟລາວ-ຈີນໄດ້ເປີດຂະບວນລົດໄຟໂດຍສານສາກົນຈາກນະຄອນຄຸນມິງ ຫາ ນະຄອນຫຼວງວຽງຈັນເປັນຄັ້ງທໍາອິດ,ເຊິ່ງໄດ້ຊຸກຍູ້ການພັດທະນາອຸດສາຫະກໍາການທ່ອງທ່ຽວຂອງເມືອງທ່ອງທ່ຽວທີ່ມີຊື່ສຽງເຊັ່ນ:ພູເຮີ,ສີບສອງພັນນາ,ຫຼວງພະບາງ,ວຽງຈັນ ແລະ ອື່ນໆຢ່າງຫຼວງຫຼາຍ,ທັງໄດ້ກະຕຸ້ນຄວາມຕ້ອງການບໍລິໂພກໃຫມ່.
ວັນທີ13ເມສາປີນີ້,ເນື່ອງໃນໂອກາດຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟລາວ-ຈີນເປີດນໍາໃຊ້ຄົບຮອບ1ປີ,ພາກສ່ວນທາງລົດໄຟໄດ້ເປີດຂະບວນລົດໄຟໂດຍສານສາກົນເພີ່ມອີກ2ຂະບວນລະຫວ່າງແຂວງສິບສອງພັນນາ ຫາ ແຂວງຫຼວງພະບາງ,ເຊິ່ງໄດ້ບັນລຸການໄປມາຫາສູ່ກັນໃນມື້ດຽວກັນລະຫວ່າງສອງບ່ອນ,ເຊິ່ງໄດ້ຕອບສະຫນອງຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານຕື່ມອີກ.
ຕໍ່ໄປ,ພາກສ່ວນທາງລົດໄຟຈະສືບຕໍ່ເສີມຂະຫຍາຍບົດບາດສໍາຄັນໃນການຊຸກຍູ້ການເຊື່ອມຈອດກັນຂອງພາກພື້ນ,ຊຸກຍູ້ຂະບວນການເຊື່ອມໂຍງເສດຖະກິດ, ນໍາເອົາປະສົບການການເດີນທາງທີ່ດີງາມກວ່າເກົ່າ ແລະ ໂອກາດການພັດທະນາໃຫ້ແກ່ປະຊາຊົນສອງປະເທດ.
昆明信息港讯 记者上官艳君 记者从中国铁路昆明局集团有限公司(以下简称“国铁昆明局”)获悉,截至5月21日,中老铁路已累计开行旅客列车达50187列,发送旅客人数超过3405万人次,不仅为两国人民提供了更为便捷高效的出行选择,也为推动区域经济的持续繁荣注入了强大动力。
国铁昆明局客运部相关负责人表示,为进一步释放中老铁路的旅客运输效能,提升跨境出行便利度,2023年4月13日,中老铁路首次开行了昆明至万象的国际旅客列车,极大地促进了普洱、西双版纳、琅勃拉邦、万象等知名旅游城市的旅游产业发展,并激发了新的消费动能。
今年4月13日,中老铁路国际旅客列车开行一周年之际,铁路部门再次增开了西双版纳至琅勃拉邦间的2列国际旅客列车,实现了两地间的当日往返,进一步满足了旅客的出行需求。
下一步,铁路部门将继续发挥其在促进区域互联互通、推动经济一体化进程中的重要作用,为两国人民带来更加美好的出行体验和发展机遇。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
05/27
17:54
— ແບ່ງປັນ —