ນະຄອນຄຸນມິງຖືກຈັດອັນດັບເປັນໜຶ່ງໃນສິບເມືອງທີ່ສວຍງາມ ແລະ ເຫມາະສົມຕັ້ງພູມລຳເນົາ

ມາຈາກ:ສະບາຍດີ

ນະຄອນຄຸນມິງ

ໄດ້ຖືກຈັດອັນດັບເປັນຫນຶ່ງໃນສິບຕົວເມືອງທີ່"ສວຍງາມ ແລະ ເຫມາະສົມຕັ້ງພູມລຳເນົາ". 

1

ດອກຈາກາລັນດ້າທີ່ສີມ່ວງປະສົມກັບແມ່ນໍ້າ ພາລອງ ແລະ ທິວທັດເມືອງ. ຮູບພາບໂດຍ ຢາງຍຳຫວຍ.

"ການສຳຫຼວດຊີວິດການເປັນຢູ່ຂອງຈີນທີ່ດີກວ່າ" ໄດ້ຈັດຂຶ້ນໃນປີ 2006 ໂດຍວິທະຍຸ ແລະ ໂທລະພາບສູນກາງຈີນ,ສຳນັກງານສະຖິຕິແຫ່ງຊາດ,ກຸ່ມບໍລິສັດໄປສະນີຈີນຈຳກັດ, ແລະສະຖາບັນຄົ້ນຄວ້າການພັດທະນາແຫ່ງຊາດຂອງມະຫາວິທະຍາໄລປັກກິ່ງ.ກິດຈະກໍາສໍາຫຼວດດັ່ງກ່າວໄດ້ດໍາເນີນມາເປັນເວລາ18ປີແລ້ວ,ແຕ່ລະປີໄດ້ດໍາເນີນການສໍາຫຼວດແບບສອບຖາມຄົວເຮືອນ100.000ຄົວເຮືອນໃນ150ກວ່ານະຄອນ,300ເມືອງໃນທົ່ວປະເທດ,ເຊິ່ງເປັນການສໍາຫຼວດປະເພດຄວາມຮູ້ສຶກຕໍ່ຊີວິດການເປັນຢູ່ຂອງປະຊາຊົນທີ່ໃຫຍ່ທີ່ສຸດໃນໂລກນັບແຕ່ກ່ອນມາຮອດປັດຈຸບັນ. 

2

ໃນຫົວຂໍ້"ຄືນຊີວິດທີ່ດີ", ວິທະຍຸ ແລະ ໂທລະພາບສູນກາງຈີນໄດ້ເຜີຍແຜ່ເມືອງແຫ່ງການປ່ຽນແປງໃໝ່ທີ່ສວຍງາມປະຈຳປີ,ເມືອງວັດທະນະທຳທີ່ສວຍງາມປະຈຳປີ,ແລະເມືອງທີ່ສວຍງາມ ແລະ ເຫມາະສົມຕັ້ງພູມລຳເນົາປະຈຳປີ,ລວມທັງເມືອງກວາງໂຈ່ວ,ດາລຽນ,ເຮີເຟ້ຍ,ເສີງຕູ່,ຄຸນມິງ,ຢີບິ່ງ,ເວີຍໄຫ,ຊາງໂຈ່ວ,ເຊ້ຍເມິນ ແລະ ຫູໂຈ່ວໄດ້ກາຍເປັນສິບຕົວເມືອງທີ່"ສວຍງາມ ແລະ ເຫມາະສົມຕັ້ງພູມລຳເນົາ"ໃນສາຍຕາຂອງປະຊາຊົນ. 

3

ທ້ອງຟ້າສີຟ້າ ແລະ ເມກສີຂາວຢູ່ໃນທ້ອງຟ້າ,ມີດອກໄມ້ຕະຫຼອດ 4 ລະດູ ແລະ ພູເຂົາສີຂຽວ ແລະ ແມ່ນໍ້າທີ່ຈະແຈ້ງ.

ໄດ້ກາຍເປັນເມືອງທີ່ເຫມາະສົມຕັ້ງພູມລຳເນົາໃນຈິດໃຈຂອງຄົນທັງຫຼາຍ. 

ຄຸນມິງ.

4

ດອກໄມ້ຢູ່ແຄມຝັ່ງຫນອງແສ ດຽນຊີ ພວມເບັ່ງບານ. ພາບໂດຍ ຮວາງ ຊຽວຊົ່ງ

5

ສວນສາທາລະນະດິນຊຸ່ມ ຊິ່ງໄຫບຳດາວ.

ໃນຊຸມປີມໍ່ໆມານີ້,ນະຄອນຄຸນຫມິງໄດ້ສຸມທຸກກໍາລັງເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຫັນເປັນສີຂຽວແລະກາກບອນຕ່ໍາ,ພະຍາຍາມສ້າງໃຫ້ກາຍເປັນເມືອງຕົວແບບດ້ານການສ້າງຄວາມສິວິໄລດ້ານນິເວດແລະເມືອງແບບຢ່າງທີ່ສວຍງາມຂອງຈີນ,ເຮັດໃຫ້"ສີຂຽວຂອງເມືອງລະດູໃບໄມ້ປົ່ງ""ສີຟ້າຂອງຄຸນມິງ""ດອກໄມ້ສີ່ລະດູ"ກາຍເປັນນາມບັດເມືອງທີ່ສົດໃສ. 

6

ສວນສາທາລະນະດິນຊຸ່ມ ເບົາເຟີ. 

7

ຖະໜົນສີຂຽວຂອງຫນອງແສ ດຽນຊີ.

8

ພາບທິວທັດຂອງຫນອງແສ ດຽນຊີໂດຍນັກຂ່າວສຳນັກຂ່າວຊິນຮວາ.

ເມື່ອເວົ້າເຖິງນະຄອນຄຸນມິງ,ຄວາມປະທັບໃຈຂອງຄົນທັງຫຼາຍມັກຈະແມ່ນ"ເມືອງລະດູໃບໄມ້ປົ່ງ",ແລະຮູບພາບທີ່ເຕັມໄປດ້ວຍດອກໄມ້ ແລະ ຕົ້ນໄມ້ສີຂຽວຕະຫຼອດປີ.ໃນສື່ສັງຄົມອອນລາຍ,ຄຸນມິງຖືກຄົ້ນຫາເລື້ອຍໆ,ບໍ່ວ່າຈະເປັນດອກໄມ້, ຕົ້ນໄມ້ສີຂຽວ ຫຼືພູເຂົາ ແລະນ້ຳສີຂຽວ,ລ້ວນແຕ່ມີທິວທັດດ້ານຫຼັງຮ່ວມກັນຄື "ສີຟ້າຄຸນມິງ". "ສີຟ້າຄຸນມິງ"ບໍ່ພຽງແຕ່ແມ່ນນາມບັດຂອງເມືອງລະດູໃບໄມ້ປົ່ງເທົ່ານັ້ນ,ຫາກແມ່ນສິ່ງທີ່ຊາວຄຸນມິງທຸກຄົນຄິດຮອດບ້ານເກີດເມືອງນອນ. 

9

ສວນສາທາລະນະດິນຊຸ່ມແຫ່ງຊາດ ດຽນຊີນຳ. 

ເມື່ອບໍ່ດົນມານີ້,ກອງປະຊຸມວຽກງານປົກປັກຮັກສາສິ່ງແວດລ້ອມຄຸນໝິງປີ 2024 ໄດ້ໄຂຂຶ້ນ.ໃນເດືອນທັນວາປີກາຍນີ້,ຄຸນນະພາບອາກາດຂອງນະຄອນຄຸນມິງໄດ້ຈັດອັນດັບໜຶ່ງໃນຈຳນວນ 168 ເມືອງໃຫຍ່ຂອງປະເທດເປັນເທື່ອທຳອິດທີ່ປະຊາຊົນສາມາດເຫັນສີຂຽວເມື່ອເປີດປະຕູ ແລະ ມີກິ່ນຫອມດອກໄມ້ຢູ່ທົ່ວທຸກແຫ່ງ.

10

ດອກຈາກາລັນດ້າຂອງຖະຫນົນ ຈ້ຽງສຳ. 

11

"ນະຄອນຄຸນມິງເປັນເມືອງທີ່ເຮັດໃຫ້ທ່ານປະທັບໃຈເມື່ອໄດ້ມາແລ້ວ. ຢູ່ຕາມຖະຫນົນລ້ວນແຕ່ສາມາດເຫັນດອກໄມ້ຫຼາຍສີ,ໃນລະດູຫນາວບໍ່ມີອາກາດຫນາວຈັດ,ລະດູຮ້ອນບໍ່ມີອາກາດຮ້ອນ,ດອກໄມ້ຈະອອກດອກຕະຫຼອດປີ,ພືດພັນແມ່ນຂຽວຕະຫຼອດປີ. "ເຈົ້າຂອງບຼັອກນັກທ່ອງທ່ຽວຄົນຫນຶ່ງ ໄດ້ໂພສຂໍ້ຄວາມດັ່ງກ່າວລົງໃນເວທີສັງຄົມອອນລາຍ ຫຼັງຈາກທີ່ອາໄສຢູ່ທີ່ເມືອງຄຸນມິງໄດ້ໄລຍະຫນຶ່ງ. 

昆明上榜

十大“美好宜居”城市

1

紫色的蓝花楹与盘龙江、城市景观融在一起。杨艳辉 摄

《中国美好生活大调查》是由中央广播电视总台、国家统计局、中国邮政集团有限公司、北京大学国家发展研究院在2006年联合发起。这项调查活动已经持续十八年,每年对全国150多个城市,300多个县的10万家庭进行入户问卷调查,是迄今为止全球最大规模的民生感受型调查。

2

在《美好生活之夜》中,中央广播电视总台发布了年度美好焕新城市、年度美好文化城市、十大美好宜居城市,其中广州、大连、合肥、成都、昆明、宜宾、威海、常州、厦门、湖州成为百姓眼中十大“美好宜居”城市。

3

蓝天白云、四季飞花、青山绿水

构成了人们心中的宜居之城

昆明

4

鲜花映衬下的滇池。黄晓松 摄

5

星海半岛湿地公园

近年来,昆明市全力推动经济社会发展绿色低碳转型,努力打造成为生态文明建设排头兵示范城市和美丽中国典范城市,让“春城绿”“昆明蓝”“四季花”成为亮丽的城市名片。

6

宝丰湿地

7

滇池绿道

8

滇池风光 新华社记者 胡超 摄

提到昆明,人们的印象往往是“春城”,以及一年四季花香满城、绿树成荫的画面。社交媒体上,昆明频上热搜,而无论是鲜花绿树还是青山绿水,都有一个共同的背景色——“昆明蓝”。“昆明蓝”不仅是春城的名片,更是每个昆明人的乡愁。

9

南滇池国家湿地公园

近日,2024年昆明市生态环境保护工作会议召开。去年12月昆明空气质量首次排名全国168个重点城市第一,市民推门见绿、移步闻香。

10

教场路蓝花楹

11

“昆明是一座来了就能让你留下深刻印象的城市。大街小巷都能看到五彩缤纷的鲜花,冬无严寒,夏无酷暑,鲜花常年不谢,草木四季常青。”一位旅游博主在昆明客居一段时间后,在社交平台上发布了这样一个帖子。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

05/24

14:19

ແບ່ງປັນ

ແປ
翻译