ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວໂລລາ)ຕາມສື່ມວນຊົນລາວລາຍງານວ່າ, ເວທີປາໄສການທ່ອງທ່ຽວແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປີ 2024 ຈັດຂຶ້ນຢູ່ນະຄອນລີຈຽງແຂວງຢຸນນານໃນວັນທີ 25 ເມສາ 2024 , ຫົວຂໍ້ຂອງເວທີປາໄສຄັ້ງນີ້ແມ່ນ"ການກຳນົດໃໝ່ ທ່ອງທ່ຽວໃນອະນາຄົດ". ເວທີປາໄສຄັ້ງນີ້ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບການຫັນປ່ຽນຮູບແບບການທ່ອງທ່ຽວຂອງພາກພື້ນນີ້ ແລະ ໄດ້ຮັບການສະໜັບສະໜູນຈາກບັນດາກະຊວງການທ່ອງທ່ຽວໃນທົ່ວຂົງເຂດປະເທດອະນຸພາກພື້ນແມ່ນໍໍ້າຂອງ (GMS) ໃນນັ້ນມີ ລາວ, ກຳປູເຈຍ, ຈີນ, ມຽນມາ, ໄທ ແລະ ຫວຽດນາມ.
ໃນກອງປະຊຸມນີ້,ທ່ານຈ່າງຈຶນ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນ ກ່າວຄຳປາໄສ ແລະ ເນັ້ນໜັກວ່າ: ປະເທດຈີນຍິນດີເພີ່ມທະວີການຮ່ວມມືກັບບັນດາປະເທດໃນອະນຸພາກພື້ນແມ່ນ້ຳຂອງ ແລະ ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວຂຶ້ນສູ່ລະດັບໃໝ່.
ທ່ານນາງ ຄູນ ຕວນເສນທາ ຫົວໜ້າກົມຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ, ໄດ້ຍາດເອົາທຸງຂອງເວທີປາໄສຈາກຜູ້ຈັດງານຄັ້ງນີ້, ເຊິ່ງເປັນຂີດໝາຍວ່າ ແຂວງຫຼວງພະບາງຈະເປັນສະຖານທີ່ຈັດເວທີປາໄສການທ່ອງທ່ຽວແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປີ 2025 ຢ່າງເປັນທາງການ ໃນຫຼັງຈາກນະຄອນລີຈຽງ.
ບັນດາຜູ້ແທນເຂົ້າເວທີປາໄສນີ້ ຮູ້ສຶກວ່າມີປະສົບການຢ່າງເລິກເຊິ່ງຢູ່ນະຄອນລີຈຽງ, ລວມທັງການຢ້ຽມຢາມເມືອງບູຮານແຫ່ງນີ້ຖືກຈັດເຂົ້າເປັນມໍລະດົກໂລກໂດຍອົງການ UNESCO, ເຊິ່ງໄດ້ລົງເລິກຄວາມເຂົ້າໃຈກ່ຽວກັບການສົມທົບວັດທະນະທຳພື້ນເມືອງກັບການທ່ອງທ່ຽວທີ່ທັນສະໄໝ, ເພື່ອສ້າງຄວາມເຂົ້າໃຈກ່ຽວກັບແຫຼ່ງທ່ອງທ່ຽວທີ່ມີການພັດທະນາແບບຍືນຍົງ ແລະ ຖືກນັກທ່ອງທ່ຽວຍອດນິຍົມ.
据老挝媒体报道,2024湄公河旅游论坛于2024年4月25日在云南省丽江市召开,本次论坛以“重新定义 未来旅行”为主题。会议得到了包括老挝、柬埔寨、中国、缅甸、泰国和越南在内的整个湄公河次区域(GMS)旅游部门的支持,就该地区旅游模式转型进行重点讨论。
中国文化和旅游部副部长张政在会议上发表讲并强调,中方愿同大湄公河次区域国家加强合作,推动旅游合作水平迈上新台阶。
老挝新闻文化与旅游部宣传司司长昆·端珍塔从主办方手中接过论坛的旗帜,这标志着琅勃拉邦将接棒丽江,正式成为2025湄公河旅游论坛举办地。
参会代表们在丽江有了深入的体验,包括对这座被联合国教科文组织列为世界遗产的古城进行实地考察,加深了他们对如何将传统文化与现代旅游实践相结合,打造一个可持续发展、充满活力的旅游目的地的理解。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
05/15
16:30
— ແບ່ງປັນ —