ມາຈາກ:昆明发布
(ສະບາຍດີ ນັກຂ່າວຄຳປະເສີດ)ເມື່ອບໍ່ດົນມານີ້,ໃນກອງປະຊຸມສົ່ງເສີມການທ່ອງທ່ຽວວັດທະນະທໍາແຂວງຟູຈ້ຽນປີ2024ທີ່ມີຊື່ວ່າ"ມາແຂວງຟູຈ້ຽນຈະໄດ້ຮັບພອນຫຼາຍຢ່າງ,ພູເຂົາແລະທະເລເຕັມໄປດ້ວຍສຽງຮ້ອງ",ນະຄອນຄຸນມິງ ແລະ ນະຄອນຟູໂຈ່ວໄດ້ເປັນເມືອງມິດຕະພາບດ້ານການທ່ອງທ່ຽວ.
ແຂວງຢຸນນານ ແລະ ແຂວງຟູຈ້ຽນ ເປັນແຂວງສະມາຊິກ ຂອງສະຫະພັນໃຫຍ່ ດ້ານການທ່ອງທ່ຽວ ໃນເຂດທົ່ວສານແຫລມແມ່ນໍ້າຈູຈຽງ,ໃນເດືອນກຸມພາປີນີ້,ພະແນກວັດທະນະທໍາ ແລະ ທ່ອງທ່ຽວສອງແຂວງໄດ້ເຊັນ“ສັນຍາຮ່ວມມືຍຸດທະສາດການພັດທະນາການທ່ອງທ່ຽວວັດທະນະທຳແຂວງຟູຈ້ຽນ ແລະ ຢຸນນານຢ່າງເລິກເຊິ່ງກວ່າເກົ່າ”,ລົງເລິກການຮ່ວມມືແລກປ່ຽນໃນດ້ານການສົ່ງເສີມຕະຫຼາດ, ການຮ່ວມມືດ້ານອຸດສາຫະກໍາ, ການແລກປ່ຽນຕໍ່ພາຍນອກ, ການສະຫນັບສະຫນູນດ້ານນະໂຍບາຍ, ເສີມຂະຫຍາຍຄວາມໄດ້ປຽບດ້ານວັດທະນະທໍາ "ເສັ້ນທາງແຜ່ນແພເສັ້ນໄໝ" ຂອງແຂວງຟູຈ້ຽນ ແລະ ຄວາມໄດ້ປຽບດ້ານວັດທະນະທໍາຊົນເຜົ່າຂອງແຂວງຢຸນນານຢ່າງເຕັມສ່ວນ,ຮ່ວມກັນຊຸກຍູ້ການທ່ອງທ່ຽວວັດທະນະທໍາຂອງສອງແຂວງເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ.
ໃນກອງປະຊຸມສົ່ງເສີມການທ່ອງທ່ຽວວັດທະນະທໍາ,ກົມວັດທະນະທໍາ ແລະ ທ່ອງທ່ຽວນະຄອນຄຸນມິງ ແລະ ກົມວັດທະນະທໍາ ແລະ ທ່ອງທ່ຽວນະຄອນ ຟູໂຈ່ວ ໄດ້ລົງນາມໃນສັນຍາການຮ່ວມມືຍຸດທະສາດເມືອງມິດຕະພາບດ້ານການທ່ອງທ່ຽວ,ແລະກົມວັດທະນະທໍາ ແລະ ທ່ອງທ່ຽວກິ່ງແຂວງ ເຕີຫົງ ແລະ ກົມວັດທະນະທໍາ ແລະ ທ່ອງທ່ຽວນະຄອນ ຈຸ່ງໂຈ່ວ ໄດ້ລົງນາມໃນສັນຍາການຮ່ວມມືຍຸດທະສາດ,ເຊິ່ງເປັນຂີດຫມາຍບາດກ້າວອັນຫນັກແຫນ້ນໃນການແລກປ່ຽນ ແລະ ຮ່ວມມືດ້ານວັດທະນະທໍາລະຫວ່າງແຂວງຢຸນນານ ແລະ ແຂວງ ຟູຈ້ຽນ.
"ແຂວງຟູຈ້ຽນ ແລະ ແຂວງຢຸນນານໄດ້ມີການແລກປ່ຽນຢ່າງໃກ້ຊິດ ແລະ ການພົວພັນກັນເລື້ອຍໆ.ໃນຊຸມປີມໍ່ໆມານີ້,ແຂວງຢຸນນານໄດ້ເລັ່ງລັດການປະດິດສ້າງຜະລິດຕະພັນການທ່ອງທ່ຽວ,ສະພາບການທ່ອງທ່ຽວ, ນະວັດຕະກໍາຮູບແບບໃຫມ່,ການບໍລິການທີ່ດີເດັ່ນ,ຊຸກຍູ້ໃຫ້ອຸດສາຫະກໍາການທ່ອງທ່ຽວພັດທະນາດ້ວຍຄຸນນະພາບສູງ.”ທ່ານຫວາງຈ້ຽງຫົງ,ສະມາຊິກຄະນະພັກການນຳພັກ,ຮອງຫົວຫນ້າພະແນກວັດທະນະທໍາ ແລະ ທ່ອງທ່ຽວແຂວງຢຸນນານຫວັງວ່າການທ່ອງທ່ຽວວັດທະນະທຳແຂວງຟູຈ້ຽນ ແລະ ແຂວງຢຸນນານຈະຮ່ວມມືກັນເພື່ອຍາດແຍ່ງກາລະໂອກາດພັດທະນາ,ສ້າງເວທີປາໄສການຮ່ວມມືດ້ານການທ່ອງທ່ຽວວັດທະນະທຳຫຼາຍຂັ້ນ.ສົ່ງເສີມໃຫ້ພະແນກວັດທະນະທໍາ ແລະທ່ອງທ່ຽວແຂວງ,ເມືອງ ແລະ ວິສາຫະກິດຂອງສອງແຂວງດໍາເນີນການຮ່ວມມືດ້ວຍຫຼາຍຮູບແບບ,ໃຫ້"ຟູຈ້ຽນທີ່ສົດຊື່ນ"ແລະ"ແຂວງຢຸນນານທີ່ມີສີສັນ"ກາຍເປັນ"ບົດກະວີແລະແດນໄກ"ທີ່ນັກທ່ອງທ່ຽວພວມເດີນທາງໄປມາ.
近日,在“来福建,福气多,一路山海一路歌”2024年福建文旅推介会上,昆明、福州缔结为旅游友好城市。
云南、福建同为泛珠三角区域旅游大联盟成员单位,今年2月,两省文化和旅游厅签署《关于进一步深化闽滇文化旅游发展战略合作协议》,在市场推广、产业合作、对外交流、政策支持等方面进一步深化交流合作,充分发挥福建“海丝”文化优势和云南民族文化优势,共同推动两省文化旅游深度融合。
推介会上,昆明市文化和旅游局与福州市文化和旅游局签订旅游友好城市战略合作协议,德宏州文化和旅游局与泉州市文化和旅游局签订战略合作协议,标志滇闽两省在文旅交流与合作上迈出坚实一步。
“福建、云南山海相望,交往密切,互动频繁。近年来,云南省加快旅游产品、业态、模式创新,服务创优,推动文旅业高质量发展。”云南省文化和旅游厅党组成员、副厅长王江红希望闽滇文旅携手抓住发展机遇,搭建多层次文化旅游合作、交流平台,促进两省州、市、县文旅部门和企业开展多方面的合作,让“清新福建”和“七彩云南”成为游客奔赴的“诗和远方”。
ນະຄອນຄຸນມິງໄດ້ຖືກຄັດເລືອກເຂົ້າໃນບັນຊີ "10 ເມືອງທີ່ນັກທ່ອງທ່ຽວພໍໃຈທີ່ສຸດໃນປີ 2023"
ສະບາຍດີ2024-04-22
ສິນຄ້າຂາເຂົ້າ-ຂາອອກຕາມທາງລົດໄຟລາວ-ຈີນມີຫຼາຍກວ່າ 8 ລ້ານໂຕນ
ສະບາຍດີ2024-05-09
ນະຄອນຄຸນມິງໄດ້ກາຍເປັນຈຸດຮ້ອນຂອງການລົງທຶນແລະການພັດທະນາທຸລະກິດຂອງຕ່າງປະເທດ
ສະບາຍດີ2024-05-10
ຫໍວາງສະແດງຕົວເມືອງ ສະຫນາມຫຼວງທາງລົດໄຟຈີນ ຢູ່ ບໍ່ຫານ ໄດ້ເປີດໃຫ້ບໍລິການແລ້ວ
ສະບາຍດີ2024-05-11
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
05/15
16:17
— ແບ່ງປັນ —