ທ່ານ ລູຮວາຢາງ ຜູ້ສືບທອດມໍລະດົກວັດທະນະທຳທີ່ບໍ່ແມ່ນວັດຖຸເກີດໃນປີ 1995:“ຜູ້ປົກຄອງ” ຂອງແມວກະເບື້ອງຄຸນມິງ

ມາຈາກ:ສະບາຍດີ

1

ພາທຸກຄົນໄປສໍາຜັດກັບຂັ້ນຕອນການເຮັດ ແມວກະເບື້ອງ. 

2

ເອົາແມວກະເບື້ອງເຂົ້າຫ້ອງຮຽນໃນວິທະຍາເຂດ. 

3

ແມວກະເບື້ອງ

ສະບາຍດີ ນັກຂ່າວຄຳປະເສີດ)ຢູ່ນະຄອນຄຸນມິງ,ຮີດຄອງປະເພນີຂອງການໃຊ້ແມວກະເບື້ອງໃສ່ເຮືອນມີປະຫວັດສາດຫຼາຍຮ້ອຍປີ,ອາຊີບຫັດຖະກຳເຮັດແມວກະເບື້ອງໄດ້ສືບຕໍ່ສືບທອດມາຮອດປະຈຸບັນ.ປະຈຸບັນ,ຕຶກອາຄານສູງໄດ້ປ່ຽນແທນເຮືອນເກົ່າທີ່ເຄີຍມີ,"ຜູ້ຮັກສາຫຼັງຄາ"ບໍ່ມີສັນຫຼັງຄາພັກເຊົາ ແລະ ຄ່ອຍໆຈາງຫາຍໄປຈາກສາຍຕາມວນຊົນ.ທ່ານ ລູຮວາຢາງ,ເກີດໃນປີ 1995,ພະຍາຍາມປະສົມປະສານແມວກະເບື້ອງເຂົ້າໄປໃນຊີວິດຕົວເມືອງທີ່ທັນສະໄຫມ ແລະ ສືບຕໍ່ຄວາມຫມາຍຂອງ"ປົກປ້ອງ". ເມື່ອອາຍຸ 25 ປີ,ລາວໄດ້ກາຍເປັນຜູ້ສືບທອດມໍລະດົກວັດທະນະທຳທີ່ບໍ່ແມ່ນວັດຖຸຂອງແມວກະເບື້ອງເຂດ ເສິງຕົງ ນະຄອນຄຸນມິງ,ໄດ້ໃຊ້ມືທັງສອງຂ້າງປັ້ນຂີ້ຕົມເພື່ອສ້າງຄວາມຝັນ. 

ແມວກະເບື້ອງພື້ນເມືອງຂອງຄຸນມິງມີຄວາມໝາຍໃນການດຶງດູດຄວາມຮັ່ງມີ, ຮັກສາເຮືອນ, ແລະ ຂັບໄລ່ຜີຮ້າຍ,ທຸກລາຍລະອຽດໃນຮູບຮ່າງລ້ວນແຕ່ມີຄວາມໝາຍ.

ໃນປີ 2022,ລຸຮວາຢາງ ອາຍຸ 25 ປີ(ທ່ານ ລຸຮວາຢາງ ມີອາຍຸ 25 ປີ) ໄດ້ຮັບນາມມະຍົດ “ຜູ້ຕາງໜ້າມໍລະດົກວັດທະນະທຳທີ່ບໍ່ແມ່ນວັດຖຸຢູ່ເຂດ ເສິງຕົງ,ນະຄອນຄຸນມິງ”,ລາວຮູ້ສຶກວ່າໜ້າທີ່ຮັບຜິດຊອບຂອງຕົນໜັກກວ່າເກົ່າ.ລາວບໍ່ພຽງແຕ່ຈະສືບຕໍ່ສ້າງຜົນງານອັນດີເລີດກວ່າອີກ,ແຕ່ຍັງອຸທິດຕົນເພື່ອສົ່ງເສີມ ແລະ ສືບທອດວັດທະນະທໍາຂອງແມວກະເບື້ອງ,ເພື່ອໃຫ້ປະຊາຊົນເຂົ້າໃຈ ແລະ ມີສ່ວນຮ່ວມໃນການຜະລິດແມວກະເບື້ອງຕື່ມອີກ.ລາວຢາງເຂົ້າໄປໃນໂຮງຮຽນ ແລະ ເຂດຊຸມຊົນ,ໂດຍຜ່ານການສອນແບບແລກປ່ຽນກັນ,ນໍາພາເດັກນ້ອຍເຍົາວະຊົນເຂົ້າໃຈແມວກະເບື້ອງ"ສັດສັກສິດທີ່ປົກປັກຮັກສາເຮືອນ"ຂອງຊາວຄຸນມິງ,ແລະ ນຳພາເຂົາເຈົ້າປະສົບກັບການຜະລິດດ້ວຍມືຂອງຕົນ, ເພື່ອແນໃສ່ເສີມຂະຫຍາຍຄວາມເຄົາລົບນັບຖືຂອງເດັກນ້ອຍໃນການປົກປັກຮັກສາມໍລະດົກວັດທະນະທຳບໍ່ແມ່ນວັດຖຸ.

1

带大家体验瓦猫的制作过程 本版图片 都市时报全媒体记者 何梦捷

2

把瓦猫带进校园课堂

3

瓦猫

在昆明,用瓦猫“镇宅”的习俗已有几百年的历史,瓦猫制作工艺也传承至今。如今,一栋栋高楼替代了曾经的老巷民居,“屋顶守护神”没有屋脊可上,逐渐淡出大众视线。而95后罗皓扬,努力让瓦猫重新融入现代都市生活,延续“守护”的意义。25岁就成为呈贡区昆明瓦猫非物质文化遗产传承人的他,用双手把泥巴捏出梦想。

昆明传统的瓦猫有招财、镇宅、辟邪的寓意,造型上的每一个细节都有由来。

2022年,25岁的罗皓扬被评为“昆明市呈贡区非物质文化遗产代表性传承人”,他觉得自己身上的责任更重了,他不仅要继续创作更多优秀的作品,还要致力于推广和传承瓦猫文化,让更多人了解和参与到瓦猫的制作中来。罗皓扬选择走进学校和社区,通过互动式教学,引导少年儿童了解老昆明人的“镇宅神兽”瓦猫,并带领他们亲手体验制作,增强少年儿童对非遗文化的尊重和保护意识。(都市时报全媒体记者 何梦捷)

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

05/17

10:48

ແບ່ງປັນ

ແປ
翻译