ແຂວງຢຸນນານຈະສ້າງສູນການຄ້າຜະລິດຕະພັນທາງນໍ້າແຫ່ງໃຫມ່ຂອງອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວຄຳປະເສີດ)ໃນໄລຍະງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 9,ພະແກກການຄ້າແຂວງຢຸນນານຮ່ວມກັບຫົວໜ່ວຍແລະວິສາຫະກິດຈຳນວນໜຶ່ງໄດ້ຈັດກິດຈະກຳສົ່ງເສີມການຄ້າສິນໃນນ້ຳຢ່າງກວ້າງຂວາງເພື່ອແນໃສ່ຊຸກຍູ້ໃຫ້ແຂວງຢຸນນານເປີດກວ້າງຂອບເຂດການນຳເຂົ້າຈາກປະເທດອ້ອມຂ້າງມະຫາສະໝຸດອິນເດຍ,ສ້າງເວທີແລກປ່ຽນ ແລະ ການຮ່ວມມືດ້ານການຜະລິດອາຫານທະເລ,ການຄ້າແລະການຂາຍອາຫານທະເລ,ແລະເປີດກວ້າງຊ່ອງທາງການຈຳໜ່າຍອາຫານທະເລທີ່ນຳເຂົ້າ.

1913745_2048x2048

ມາດຕະການສະໜັບສະໜູນການນຳເຂົ້າສິນໃນນ້ຳຂອງພະແນກການຄ້າແຂວງຢຸນນານພວມວາງອອກຢູ່ສະຖານທີ່.

ໃນຊຸມປີມໍ່ໆມານີ້,ພະແກກການຄ້າແຂວງຢຸນນານໄດ້ຕັ້ງໜ້າຊຸກຍູ້ການຄ້າສິນໃນນ້ຳກັບປະເທດບ້ານໃກ້ເຮືອນຄຽງ.ອາຫານທະເລພິເສດເຊັ່ນ:ກຸ້ງຂອງໄທ ແລະ ກະປູຂອງມຽນມາ ແລະອື່ນໆຜ່ານທາງລົດໄຟຈີນ-ລາວ, ຖ້ຽວບິນຂົນສົ່ງໄດ້ໄປເຖິງແຂວງຢຸນນານ.ໃນວັນກອງປະຊຸມສົ່ງເສີມ,ພະແນກການຄ້າແຂວງຢຸນນານໄດ້ເປີດເຜີຍ 7 ມາດຕະການໜູນຊ່ວຍການນໍາເຂົ້າສິນໃນນ້ຳຢ່າງເປັນທາງການ,ກວມເອົາຫຼາຍດ້ານເຊັ່ນ:ປັບປຸງພື້ນຖານໂຄງລ່າງ, ຍົກສູງປະສິດທິພາບຜ່ານດ່ານ, ດຶງດູດ ແລະ ຝຶກອົບຮົມບັນດາຫົວໜ່ວຍຕະຫຼາດ.

ທີ່ກອງປະຊຸມສົ່ງເສີມ,ບໍລິສັດນຳເຂົ້າສິນໃນນ້ຳແຂວງຢຸນນານໄດ້ລົງນາມໃນສັນຍາຈັດຊື້ 10 ສະບັບກັບຜູ້ຊື້ພາຍໃນຈາກຫຼາຍແຫ່ງ,ດ້ວຍຍອດມູນຄ່າການຮ່ວມມື 28 ລ້ານຢວນ.ບັນດາວິສາຫະກິດສົ່ງອອກສະເຕີຣຽນແຂວງຢຸນນານໄດ້ລົງນາມໃນສັນຍາສົ່ງອອກ 30 ລ້ານຢວນກັບນັກຄ້າຫວຽດນາມ.

新华网昆明6月25日电(记者浦超)在刚刚结束的第9届中国—南亚博览会期间,云南省商务厅联合多家单位和企业举行了扩大水产品贸易宣传推介活动,旨在推动云南省扩大对环印度洋国家进口规模,为海产品生产、贸易、销售企业搭建起交流合作的广阔平台,进一步拓宽进境海产品销售渠道。

1913745_2048x2048

现场正在发布云南省商务厅支持水产品进口措施。受访者供图

近年来,云南省商务厅积极推动与周边国家水产品贸易,泰国香虾、缅甸青蟹等特色海鲜经中老铁路、运输航班直达云南。推介活动当天,云南省商务厅正式发布了支持水产品进口的七项措施,涵盖完善基础设施、提升通关效率、引培市场主体等方面。

推介会上,云南水产进口企业与国内多地采购商签署了10项采购协议,合作金额达2800万元;云南鲟鱼出口企业与越南客商签订3000万元出口协议。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

07/01

15:40

ແບ່ງປັນ

ແປ
翻译