ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)ສີ່ພັນດອນ (Si Phan Don) ຕັ້ງຢູ່ແຄມແມ່ນໍ້າຂອງທາງພາກໃຕ້ຂອງປະເທດລາວ ເປັນສະຖານທີ່ທ່ອງທ່ຽວທີ່ສວຍສົດງົດງາມ ແລະ ເຕັມໄປດ້ວຍສະເຫນ່.ມີເກາະດອນນັບບໍ່ຖ້ວນທີ່ຢັ່ງຢາຍຢູ່ທົ່ວໜ້ານ້ຳອັນກວ້າງໃຫຍ່ຂອງແມ່ນ້ຳຂອງ,ກາຍເປັນເມືອງລັບແລເທິງໜ້ານໍ້າທີ່ເປັນເອກະລັກສະເພາະ ຊຶ່ງດຶງດູດນັກທ່ອງທ່ຽວຈໍານວນຫຼວງຫຼາຍມາທ່ຽວຊົມ ແລະ ພັກຜ່ອນຢ່ອນອາລົມ.
ທິວທັດທໍາມະຊາດຂອງເກາະສີ່ພັນດອນທີ່ໜ້າຕື່ນຕາຕື່ນໃຈ.ຈາກປ່າດົງດິບເຂດຮ້ອນທີ່ຂຽວງາມ ຈົນເຖິງແມ່ນໍ້າ ແລະ ນໍ້າຕົກຕາດທີ່ກວ້າງໃຫຍ່ໄພສານ ທີ່ສົ່ງກິ່ນອາຍອັນມະຫັດສະຈັນຂອງທໍາມະຊາດໄປທົ່ວທຸກບ່ອນ. ຫນຶ່ງໃນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງທີ່ສຸດແມ່ນນໍ້າຕົກຄອນພະເພັງ (Khon Phapheng Falls) ຢູ່ໃກ້ຊາຍແດນກໍາປູເຈຍ-ລາວ,ເຊິ່ງເປັນ ນໍ້າຕົກຕາດທີ່ກວ້າງໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້.
ນອກຈາກນໍ້າຕົກຕາດແລ້ວ,ເກາະສີ່ພັນດອນຍັງມີເກາະດອນນ້ອຍໃຫຍ່ຫຼາຍແຫ່ງ ເຊິ່ງແຕ່ລະເກາະກໍມີສະເຫນ່ສະເພາະຕົວ.
ສາມດອນທີ່ໃຫຍ່ກວ່າໝູ່ແມ່ນ ດອນໂຂງ(Don Khong),ດອນເດດ(Don Det) ແລະ ດອນຄອນ(Don Khon).ເກາະດອນໂຂງເປັນເກາະທີ່ໃຫຍ່ທີ່ສຸດທີ່ມີທິວທັດທີ່ສວຍງາມ, ເຫມາະສໍາລັບການຂີ່ລົດ ແລະ ການຍ່າງປ່າ.ເກາະດອນເດດມີຊື່ສຽງດ້ວຍບັນຍາກາດທີ່ສະຫງົບງຽບ ແລະ ຊື່ສຽງຂອງແດນສະຫວັນຂອງນັກທ່ອງທ່ຽວ, ດອນຄອນມີຮ່ອງຮອຍປະຫວັດສາດ, ມໍລະດົກວັດທະນະທຳທີ່ອຸດົມສົມບູນ.
四千美岛(Si Phan Don),位于老挝南部的湄公河上,是一个风景如画、充满魅力的旅游胜地。这里有无数的岛屿散布在湄公河的广阔水域中,形成了一个独特的水上迷宫,吸引着众多游客前来探险和放松。
四千美岛的自然景观令人惊叹。从郁郁葱葱的热带森林到宽广的河流和瀑布,这里无处不散发着大自然的美妙气息。其中最著名的景点之一是柬埔寨与老挝边境附近的孔恩瀑布(Khon Phapheng Falls),被誉为东南亚最大的瀑布。
除了瀑布,四千美岛还有众多的小岛,每个岛屿都有其独特的魅力。
主要的三个岛屿是东孔岛(Don Khong)、东德岛(Don Det)和东孔岛(Don Khon)。东孔岛是最大的一个岛屿,风景如画,适合骑行和徒步旅行。东德岛则以其宁静的氛围和背包客天堂的美誉而著称,而东孔岛则有丰富的历史和文化遗迹。
[ບັນນາທິການ:ຄຳປະເສີດ]
[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]
ເຂົ້າລາວ: ເມື່ອໄດ້ກິນແລ້ວອາດລືມຄວາມແຊບບໍ່ໄດ້
ສະບາຍດີ2024-04-03
ແຂວງໄຊຍະບູລີ ເປີດງານມະຫາກໍາບຸນຊ້າງ ແລະ ປີທ່ອງທ່ຽວລາວ 2024
ສະບາຍດີ2024-02-23
ການເປີດງານເທສະການດອກງິ້ວບານ ລາວ ປະຈຳປີ 2024!
ສະບາຍດີ2024-01-18
ໃນປີທ່ອງທ່ຽວລາວ 2024, ມາທ່ຽວຊົມຄວາມມະຫັດສະຈັນທາງທຳມະຊາດ, ທິວທັດຫີນ, ພູເຂົາ ແລະ ນ້ຳຕົກຕາດ...
ສະບາຍດີ2023-12-08
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
互联网新闻信息服务许可证:53120170004 增值电信业务经营许可证(ICP):滇B2-20090009-1
Copyright @Kunming Information Hub 2022. All Rights Reserved