ງານແລກປ່ຽນວັດທະນາທຳລະຫວ່າງປະຊາຊົນຢູ່ຕາມຊາຍແດນລາວ ແລະ ຈີນ

ມາຈາກ:ສະບາຍດີ

1702026261808

ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 2 ທັນວານີ້,ເນື່ອງໃນໂອກາດເປີດນໍາໃຊ້ທາງລົດໄຟລາວ-ຈີນຄົບຮອບສອງປີ,ງານແລກປ່ຽນວັດທະນາທຳລະຫວ່າງປະຊາຊົນຢູ່ຕາມຊາຍແດນລາວແລະຈີນປະຈຳປີ 2023 ໄດ້ຈັດຂຶ້ນຢູ່ເມືອງຫຼາ.ປະຊາຊົນຈີນແລະລາວໄດ້ແລກປ່ຽນມິດຕະພາບ,ສະແຫວງຫາການພັດທະນາຮ່ວມກັນ,ສົນທະນາອະນາຄົດຮ່ວມກັນ,ແລະຮ່ວມກັນຮ້ອງເພງມ່ວນຊື່ນມິດຕະພາບຂອງປະຊາຊົນຢູ່ຕາມຊາຍແດນລາວແລະຈີນເປັນຄອບຄົວດຽວ.

ຕອນເຊົ້າວັນທີ 2 ທັນວານີ້,"ໝູ່ບ້ານອາຫານພິເສດຊົນເຜົ່າລາວແລະຈີນ"ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ບ້ານມະລີ,ຕາແສງ ເມືອງເໝືອງ,ເມືອງຫຼາ,ເຊິ່ງຈະຊຸກຍູ້ການແລກປ່ຽນດ້ານເສດຖະກິດການຄ້າລະຫວ່າງປະຊາຊົນຢູ່ຕາມຊາຍແດນລາວແລະຈີນ.ມາຮອດປະຈຸບັນ,ບ້ານບ້ານມະລີໄດ້ຈັດກິດຈະກໍາຕະຫຼາດນັດທີ່ເປັນເອກະລັກຊົນເຜົ່າລາວແລະຈີນຈໍານວນ 9 ຄັ້ງ ຢ່າງສໍາເລັດຜົນ,ເພີ່ມລາຍຮັບໃຫ້ຊາວຢູ່ຕາມຊາຍແດນ 3,8 ລ້ານຢວນ,ໄດ້ວາງພື້ນຖານອັນດີໃຫ້ແກ່ການຊຸກຍູ້ການທ່ອງທ່ຽວຂ້າມຊາຍແດນແລະການຄ້າລະຫວ່າງຊາວຢູ່ຕາມຊາຍແດນ.

1702026279754

ຕາມຂ່າວແຈ້ງວ່າໃນງານວາງສະແດງສິນຄ້າອາຊີຕາເວັນອອກສຽງໃຕ້ "ການຮ່ວມມືໄດ້ຮັບຜົນປະໂຫຍດນໍາກັນ"ທີ່ຈະຈັດຂຶ້ນໃນວັນທີ 30 ພະຈິກນີ້, ບັນດາຜູ້ຄ້າແລະບໍລິສັດຈາກຈີນ, ລາວ, ມຽນມາ, ໄທ, ມາເລເຊຍແລະປະເທດພາກພື້ນອື່ນໆຈະຈັດງານວາງສະແດງສິນຄ້າໃນເມືອງຫຼາເປັນເວລາ 11 ວັນ.

1702026261808

12月2日,中老铁路开通两周年之际,2023中老边民大联欢活动在勐腊县举行。大家共叙友谊、共谋发展、共话未来,共同唱响中老边民一家亲的友谊欢歌。

12月2日上午,“中老民族特色美食村”在勐腊县勐满镇曼烈村正式揭牌,将进一步促进中老边民经济贸易往来。截至目前,曼烈村成功举办9期中老民族特色赶摆活动,带动边民增收380万元,为推动跨境旅游、边民互市打下良好基础。

1702026279754

据悉,在11月30日起举办的“合作共赢”东南亚商品交易会上,来自中国、老挝、缅甸、泰国、马来西亚等国家和地区的客商及企业,将在勐腊县开展为期11天的商品展销。(云南日报 记者戴振华 摄影报道)

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

12/08

17:07

ແບ່ງປັນ

ແປ
翻译