ບໍ່ຫານໄດ້ປາກົດຢູ່ໃນງານວາງສະແດງສິນຄ້ານໍາເຂົ້າ ຄຸນໝິງໄດ້ດຶງດູດຄວາມສົນໃຈຫຼາຍ

ມາຈາກ:ສະບາຍດີ

1525652

ເຂດວາງສະແດງທາງລົດໄຟລາວ-ຈີນ ແລະ ເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນ

ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 5 ພະຈິກນີ້,ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ໄດ້ໄຂຂຶ້ນຢູ່ນະຄອນຊຽງໄຮ້.ຢູ່ສູນປະຊຸມແລະວາງສະແດງແຫ່ງຊາດ(ຊຽງໄຮ້),ບໍ່ຫານ ໄດ້ສະແດງໃຫ້ເຫັນຢ່າງງົດງາມ,ຮ້ານວາງສະແດງ ແລະ ນັກທ່ອງທ່ຽວຫຼາຍຄົນມີຄວາມສົນໃຈຢ່າງໃຫຍ່ຫຼວງຕໍ່ໝາກຜົນການພັດທະນາ ແລະ ກາລະໂອກາດພັດທະນາຂອງນະຄອນຄຸນໝິງ ແລະ ບໍ່ຫານ.

ນັບຕັ້ງແຕ່ການເປີດນໍາໃຊ້ທາງລົດໄຟລາວ-ຈີນເປັນຕົ້ນມາ,ເຮັດໃຫ້ບົດບາດຂອງຊ່ອງທາງທອງຄຳການຂົນສົ່ງສາກົນນີ້ນັບມື້ນັບພົ້ນເດັ່ນຂຶ້ນ.ເດືອນເມສາ ປີ 2022,ຄະນະພັກ ແລະ ອໍານາດການປົກຄອງແຂວງຢຸນນານ ໄດ້ຕົກລົງໃຫ້ນະຄອນຄຸນໝິງມອບໝາຍໃຫ້ຕາແສງບໍ່ຫານດຳເນີນວຽກງານຮ່ວມກັນສ້າງຕົວເມືອງດ່ານຊາຍແດນສາກົນ.ປີ 2022,ເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນລະຫວ່າງຈີນ-ລາວໄດ້ຮັບການອະນຸມັດເປັນເຂດສາທິດນະວັດຕະກຳສົ່ງເສີມການຄ້າຂາເຂົ້າແຫ່ງຊາດ,ທ່າບົກບໍ່ຫານ-ຄຸນໝິງໄດ້ຮັບຄັດເລືອກເຂົ້າໃນບັນຊີລາຍຊື່ການກໍ່ສ້າງສູນກາງຂົນສົ່ງສິນຄ້າແຫ່ງຊາດ.ໃນເດືອນເມສາປີນີ້,ຂະບວນລົດໄຟໂດຍສານສາກົນທາງລົດໄຟລາວ-ຈີນໄດ້ເປີດນຳໃຊ້.ວັນທີ 8 ຕຸລາປີນີ້,ຂະບວນລົດໄຟຂົນສົ່ງສິນຄ້າສາກົນສາຍທຳອິດລະຫວ່າງຊຽງໄຮ້-ຢຸນນານ·ແມ່ນ້ຳຂອງ-ລ້ານຊ້າງໄດ້ເປີດນໍາໃຊ້...ເນື່ອງຈາກມາດຕະຖານສູງ ແລະ ຄຸນນະພາບສູງ ສົ່ງເສີມການກໍ່ສ້າງດ່ານຊາຍແດນສາກົນ ບໍ່ຫານ,ໃນປະຈຸບັນບໍ່ຫານໄດ້ດຶງດູດຄວາມສົນໃຈຂອງຄົນນັບມື້ນັບຫຼາຍຂຶ້ນ ແລະ ໄດ້ກາຍເປັນຈຸດຮ້ອນຂອງການລົງທຶນ ແລະ ເປັນເຂດທີ່ເປີດປະຕູສູ່ພາຍນອກລະດັບສູງ.

ການເປີດປະຕູສູ່ພາຍນອກນຳພາການພັດທະນາ ແລະ ການຮ່ວມມືນຳໄປສູ່ອະນາຄົດທີ່ດີກວ່າ.ຖືໂອກາດງານວາງສະແດງສິນຄ້ານຳເຂົ້າແລະ ຂີ່ "ລົດໄຟດ່ວນ"ຂອງທາງລົດໄຟລາວ-ຈີນ,ບໍ່ຫ່ານ ໄດ້ສົ່ງຄຳເຊີນໄປຍັງໂລກ ແລະ ຍິນດີຕ້ອນຮັບບໍລິສັດທີ່ມາຢ້ຽມຢາມແລະລົງທຶນດຳເນີນທຸລະກິດຕື່ມອີກ.ສ້າງການຮ່ວມມືດ້ານການພັດທະນາສອງຝ່າຍກັບຄຸນໝິງ ແລະ ບໍ່ຫານ ເພື່ອແລກປ່ຽນກາລະໂອກາດໃໝ່,ສະແຫວງຫາການພັດທະນາໃໝ່ ແລະ ສ້າງອະນາຄົດໃໝ່ຮ່ວມກັນ.

1525652

磨憨—磨丁暨中老铁路展示区。记者李海曦/摄

昆明信息港讯(昆明日报 首席记者贾献培) 11月5日,第六届中国国际进口博览会在上海拉开帷幕。在国家会展中心(上海),磨憨精彩亮相,让众多参展商和观众对昆明、磨憨的发展成果以及发展机遇产生极大兴趣。

自中老铁路通车运营以来,“黄金大通道”效应日益显现。2022年4月,省委、省政府决定由昆明市托管磨憨;2022年,中国老挝磨憨—磨丁经济合作区获批国家进口贸易促进创新示范区,昆明—磨憨陆港入选国家物流枢纽建设名单;今年4月,中老铁路国际旅客列车开行;今年10月8日,“沪滇·澜湄线”国际货运班列首发……随着高标准高质量推动磨憨国际口岸城市建设,如今的磨憨,正吸引着越来越多人的目光,成为投资热土、开放高地。

开放引领发展,合作共赢未来。乘着进博会的“东风”,搭乘中老铁路的“快车”,精彩亮相的磨憨向全球发出邀请,欢迎更多企业前往实地考察、投资兴业,与昆明、磨憨形成双向奔赴的发展合力,共享新机遇、共谋新发展、共创新未来。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

11/07

15:53

ແບ່ງປັນ

ແປ
翻译