"ຫນຶ່ງແລວຫນຶ່ງເສັ້ນທາງ"ຄົບຮອບ10ປີ|ຢຸນນານເລັ່ງສ້າງຊ່ອງທາງເສັ້ນໃໝ່ໜ້າສູ່ອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້

ມາຈາກ:ສະບາຍດີ

20231026fae0a38d57b940209c1261fe47e01d0a_202310261cc48dc41cec4573aa4b225e909109df

ສະບາຍດີ ນັກຂ່າວຄຳປະເສີດ)ຕາມຂ່າວຈາກກອງປະຊຸມຖະແຫຼງຂ່າວແຂວງຢຸນນານເຂົ້າຮ່ວມການສ້າງຂໍ້ລິເລີ່ມ"ຫນຶ່ງແລວຫນຶ່ງເສັ້ນທາງ"ຄົບຮອບຄົບຮອບ 10 ປີ,ຫຼັງຈາກການເຮັດວຽກຫນັກຫຼາຍສິບປີ,ເຄືອຂ່າຍທາງດ່ວນ"ເຈັດເສັ້ນທາງອອກຕ່າງແຂວງ ແລະ 5 ເສັ້ນທາງອອກເມືອງ"ຂອງແຂວງຢຸນນານໄດ້ຖືກສ້າງຕັ້ງຂຶ້ນໂດຍພື້ນຖານ,ເຄືອຂ່າຍທາງລົດໄຟ "ແປດທາງອອກຕ່າງແຂວງ ແລະ ຫ້າເສັ້ນທາງອອກເມືອງ"ສືບຕໍ່ຂະຫຍາຍຕົວ,ເຄືອຂ່າຍການບິນ"ສອງເຄືອຂ່າຍ ແລະ ໜຶ່ງສູນກາງຄົມມະນາຄົມ" ກໍາລັງເລັ່ງລັດ,ເຄືອຂ່າຍທາງນ້ຳ “ສອງທາງນໍ້າອອກຕ່າງແຂວງ ແລະ ສາມທາງນໍ້າອອກເມືອງ”ສືບຕໍ່ຂະຫຍາຍຕົວ.ຊ່ອງທາງໃຫຍ່ດ້ານການຂົນສົ່ງສັງລວມທີ່ເຊື່ອມຕໍ່ພາຍນອກແລະສະດວກພາຍໃນແມ່ນໄດ້ຮັບການເລັ່ງ.

ໃນດ້ານທາງບົກ, ໃນຈຳນວນ 5 ເສັ້ນທາງອອກເມືອງຂອງແຂວງຢຸນນານ,ເສັ້ນທາງຈີນ-ຫວຽດນາມ,ເສັ້ນທາງຈີນ-ລາວ-ໄທ,ເສັ້ນທາງຈີນ-ມຽນມາ-ຣູລີ, ເສັ້ນທາງຈີນ-ມຽນມາ-ອິນເດຍລ້ວນແຕ່ໄດ້ຮັບຄວາມໄວສູງໃນຕອນທາງຢູ່ແຂວງຢຸນນານ.ໂຄງການກໍ່ສ້າງຊ່ອງທາງ ຈິດສ່ຽວຮືລະຫວ່າງຈີນ-ມຽນມາພວມເລັ່ງລັດກໍ່ສ້າງ,ໃນພາກສ່ວນຕ່າງປະເທດ,ເສັ້ນທາງດ່ວນວຽງຈັນ-ວັງວຽງໄດ້ກໍ່ສ້າງສຳເລັດ ແລະ ເປີດນໍາໃຊ້.

ໃນດ້ານທາງລົດໄຟ,ໃນ 2 ປີທີ່ຜ່ານມານັບແຕ່ທາງລົດໄຟລາວ-ຈີນໄດ້ເບີດນໍາໃຊ້,ໄດ້ບັນທຸກຜູ້ໂດຍສານ 21 ລ້ານຄົນ ແລະ ຂົນສົ່ງສິນຄ້າໄດ້ 26 ລ້ານກວ່າໂຕນ.ຜົນກະທົບຂອງຊ່ອງທາງທອງຄຳຍັງສືບຕໍ່ຂະຫຍາຍອອກໄປ.ພາກສ່ວນພາຍໃນປະເທດຈີນຂອງທາງລົດໄຟຈີນ-ຫວຽດນາມໄດ້ສ້າງສໍາເລັດ ແລະ ບັນລຸໝົດສາຍເປັນລາງໄຟຟ້າ,ທັງໝົດໄດ້ຮັບກະແສໄຟຟ້າຕາມເສັ້ນທາງ;ທາງລົດໄຟດາລີ-ລີມຊານທິດທາງຈາກຈີນໄປມຽນມາໄດ້ສຳເລັດແລະເປີດນໍາໃຊ້;ພາກສ່ວນຕ່າງປະເທດຂອງທາງລົດໄຟຈີນ-ຫວຽດນາມແລະຈີນ-ມຽນມາກໍາລັງຕັ້ງຫນ້າຊຸກຍູ້ວຽກງານໃນເບື້ອງຕົ້ນ,ແລະການກໍ່ສ້າງພາກສ່ວນຕ່າງປະເທດຂອງທາງລົດໄຟຈີນ-ລາວ-ໄທ ໄດ້ຮັບຄວາມຄືບຫນ້າຢ່າງບໍ່ຢຸດຢັ້ງ.

ໃນດ້ານການບິນ,ໃນ 10 ປີຜ່ານມາ,ທົ່ວແຂວງມີເສັ້ນທາງການບິນສູງສຸດ 185 ຕົວເມືອງ ແລະ 666 ເສັ້ນທາງພາຍໃນ ແລະ ຕ່າງປະເທດ,ໃນນັ້ນມີ 43 ຕົວເມືອງໃນອາຊີໃຕ້ ແລະ ຕາເວັນອອກສ່ຽງໃຕ້ ສູງສຸດ, ເປັນອັນດັບໜຶ່ງຂອງໃນທົ່ວປະເທດ;ສະໜາມບິນຂອງແຂວງດັ່ງກ່າວໄດ້ມີການຂຶ້ນແລະລົງຈອດຫຼາຍກວ່າ 4,6 ຖ້ຽວ, ຜູ້ໂດຍສານມີຫຼາຍກວ່າ 550 ລ້ານເທື່ອຄົນ,ການຂົນສົ່ງສິນຄ້າບັນລຸເກືອບ 4.2 ລ້ານໂຕນ.

ໃນດ້ານການຂົນສົ່ງທາງນໍ້າ,ການຂົນສົ່ງສາກົນຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຂະຫຍາຍຕົວຢ່າງແຂງແຮງ,ບັນລຸການບຸກທະລຸໃນການຂົນສົ່ງຕູ້ຄອນເທນເນີ "ສູນ" ເພື່ອຊ່ວຍໃຫ້ 4 ປະເທດຈີນ-ລາວ-ມຽນມາ-ໄທ ພັດທະນາແບບຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.

ໃນດ້ານການຂົນສົ່ງສາກົນ,ທົ່ວແຂວງໄດ້ເປີດເສັ້ນທາງຂົນສົ່ງຜູ້ໂດຍສານແລະສິນຄ້າສາກົນເກືອບ 30 ແຫ່ງ,ໄດ້ທົດລອງນໍາໃຊ້ຊ່ອງທາງໃຫມ່ຂອງການຂົນສົ່ງຮ່ວມມືທາງທະເລ,ທາງບົກແລະທາງລົດໄຟຢູ່ມະຫາສະຫມຸດອິນເດຍຈີນ-ມຽນມາ ເພື່ອບັນລຸການບຸກທະລຸ "ສູນ" ຂອງການຂົນສົ່ງຕູ້ຄອນເທນເນີ;ລົດໄຟຂົນສົ່ງສິນຄ້າລະຫວ່າງປະເທດສາຍດ່ວນ"ລ້ານຊ້າງ-ເສີງຕູ່-ເອີຣົບ" ແລະ "ຊຽງໄຮ້-ຢຸນນານ · ລ້ານຊ້າງ-ແມ່ນ້ຳຂອງ" ໄດ້ເປີດຕົວຢ່າງສຳເລັດຜົນ.ຂະບວນລົດໄຟຂົນສົ່ງທາງລົດໄຟຈຸ່ງກິ່ງ-ຣຸ້ຍລີ້-ມຽນມາ, ມຽນມາ-ໂປຊານ-ເສິງຕູໄດ້ຖືກເປີດຕົວຢ່າງຕໍ່ເນື່ອງເພື່ອສະໜັບສະໜູນການກໍ່ສ້າງແລວທາງໃຫຍ່ໆຢ່າງຮອບດ້ານ.

20231026fae0a38d57b940209c1261fe47e01d0a_202310261cc48dc41cec4573aa4b225e909109df

新华网昆明10月26日电(念新洪)来自“云南省参与共建‘一带一路’倡议十周年新闻发布会”的消息,通过十年的努力建设,云南“七出省五出境”高速公路网基本形成、“八出省五出境”铁路网不断延伸、“两网络一枢纽”航空网加快推进、“两出省三出境”水路网持续拓展,外联内畅的综合运输大通道加快形成。

公路方面,云南5条出境通道中,中越、中老泰、中缅瑞丽、中缅印通道均已实现云南境内段全程高速化,中缅清水河通道正在加快建设;境外段,中老高速万象—万荣段已建成通车。

铁路方面,中老铁路开通运营近2年来,已累计发送旅客2100多万人次,运输货物2600多万吨,黄金通道效应持续扩大;中越铁路境内段已建成并实现全线准轨电气化;中缅方向大理—临沧铁路已建成通车;中越、中缅铁路境外段正积极推进前期工作,中老泰铁路境外段建设稳步推进。

航空方面,十年来,全省国内外通航城市最多达185个、航线最多666条,其中至南亚东南亚国家通航城市最多达43个,数量居全国第一;全省机场累计起降460多万架次,旅客吞吐量超5.5亿人次,货邮吞吐量近420万吨。

水运方面,澜沧江—湄公河国际航运蓬勃发展,实现集装箱运输“零”的突破,助力中老缅泰四国互利共赢发展。

国际运输方面,云南全省累计开通近30条国际道路客货运输线路;中缅印度洋海公铁联运新通道试通首发,实现集装箱运输“零”的突破;成功开行“澜湄蓉欧快线”“沪滇•澜湄线”国际货运班列,重庆—瑞丽—缅甸、缅甸—保山—成都公铁联运班列先后开行,全面助力大通道建设。(完)

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

10/31

18:00

ແບ່ງປັນ

ແປ
翻译