ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສະໜຸກ)ວັນທີ 29, ງານບຸນທ່ອງທ່ຽວ ແລະ ວັດທະນະທຳ "ແຊນກຣີລາ" ຂອງໂລກຄັ້ງທຳອິດໄດ້ຈັດຂຶ້ນຢູ່ກິ່ງແຂວງປົກຄອງຕົນເອງຊົນເຜົ່າທິເບດ ຕີຊີ້ນ ແຂວງຢຸນນານ, ມື້ດຽວຍັງໄດ້ຈັດຂຶ້ນເວທີການພັດທະນາຂະແໜງການທ່ອງທ່ຽວ-ວັດທະນະທໍາ "ແຊນກຣີລາ" ຂອງໂລກ. ພາຍໃຕ້ຫົວຂໍ້ການສ້າງ"ແຊນກຣີລາ" ຂອງໂລກ, ກິດຈະກໍາລະດົມສະຕິປັນຍາຂອງທຸກຊັ້ນເພື່ອສະເໜີຄຳແນະນຳໃຫ້ການພັດທະນາຂະແໜງການທ່ອງທ່ຽວວັດທະນະທຳ “ແຊນກຣີລາ” ໃນໂລກ, ເຮັດໃຫ້ "ແຊນກຣີລາ" ຂອງໂລກກ້າວໄປສູ່ເສັ້ນທາງແຫ່ງການພັດທະນາແບບຍືນຍົງ ແລະ ມີຄຸນນະພາບສູງ.
ໃນພິທີເປີດ, ທ່ານ ຈ່າງເວີ້ໂຕ່ງ ຮອງເລຂາທິການຄະນະພັກ ແລະ ເຈົ້າກິ່ງແຂວງຂອງກິ່ງແຂວງປົກຄອງຕົນເອງຊົນເຜົ່າທິເບດ ຕີຊີ້ນກ່າວຄຳປາໄສວ່າ, ຈັດຂຶ້ນງານບຸນທ່ອງທ່ຽວ-ວັດທະນະທຳແມ່ນແນໃສ່ຊຸກຍູ້ການຮ່ວມມືພາກພື້ນ ແລະ ພັດທະນາການທ່ອງທ່ຽວວັດທະນະທຳທີ່ມີຄຸນນະພາບສູງ, ເພີ່ມທະວີລົງເລິກການຮ່ວມມື ແລະ ການປະສານງານກັບຕົວເມືອງພີ່ນ້ອງ, ເລັ່ງລັດໃຫ້ການທ່ອງທ່ຽວຂອງພາກຕາເວັນຕົກສຽງເໜືອແຂວງຢຸນນານຫັນຮູບແບບ ແລະ ຍົກລະດັບ, ຮ່ວມກັນຊຸກຍູ້ສ້າງເປັນວົງເສດຖະກິດການທ່ອງທ່ຽວຂອງເມືອງແຊນກຣີລາ.
ເພື່ອເປີດກວ້າງຕະຫຼາດການທ່ອງທ່ຽວລະດູໜາງຂອງກິ່ງແຂວງ ຕີຊີ້ນ ໃຫ້ດີກວ່າ, ເສີມຂະຫຍາຍບົດບາດພື້ນຖານຂອງການບໍລິໂພກໃນການເຕີບໂຕເສດຖະກິດ, ໃນພິທີເປີດ, ອໍານາດການປົກຄອງກິ່ງແຂວງ ຕີຊີ້ນ ຍັງຮ່ວມມືກັບກຸ່ມບໍລິສັດ ເຊເສີນ, ອອກຄູປ໋ອງ10 ລ້ານຢວນສໍາລັບ "ທ່ອງທ່ຽວເມືອງແຊນກຣີລາລະດູຫນາວ”ຜ່ານທາງອອນໄລ.
新华网昆明10月30日电(记者 赵智钦)29日,首届世界的“香格里拉”文化旅游节在云南省迪庆藏族自治州开幕,同日还举办了世界的“香格里拉”文旅产业发展论坛。活动以建设世界的“香格里拉”为主题,发动各界智慧为世界的“香格里拉”文旅产业高质量发展出谋划策,让世界的“香格里拉”迈上可持续、高质量发展的道路。
中共迪庆州委副书记、州长张卫东在开幕式致辞中说,举办文化旅游节旨在加快推动区域协作和文化旅游高质量发展,进一步深化与兄弟州市的交流协作,加快滇西北旅游转型升级,共同推动大香格里拉旅游经济圈。
为更好拓展迪庆冬季旅游市场,增强消费对经济增长的基础性作用,开幕式上,迪庆州人民政府还联合同程旅行启动了1000万元“冬游香格里拉”消费券的线上发放。
[ບັນນາທິການ:ສະໜຸກ]
[ບັນນາທິການທີ່ຮັບຜິດຊອບໂດຍກົງ:XuTing]
ເກັບມັນດຽວນີ້ ~ 10 ອາຫານວ່າງທີ່ທ່ານບໍ່ສາມາດພາດໃນຄຸນໝິງ!
ສະບາຍດີ 2023-11-03
ງານວາງສະແດງວັດທະນະທຳຢຸນນານໄດ້ໄຂຂຶ້ນ ລາຍການມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸຮ່ວມກັນ“ເພິ່ມຄະແນນຫຼາຍ”
ສະບາຍດີ 2023-10-27
ອອກເດີນທາງແຕ່ຄຸນໝິງ ເຊັກອິນທິວທັດສວຍງາມຕາມທາງລົດໄຟລາວ-ຈີນ
ສະບາຍດີ2023-10-26
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
互联网新闻信息服务许可证:53120170004 增值电信业务经营许可证(ICP):滇B2-20090009-1
Copyright @Kunming Information Hub 2022. All Rights Reserved