ມາຈາກ:ສະບາຍດີ
ທຸກໆເມືອງ
ມີລົດຊາດທີ່ເປັນເອກະລັກຂອງຕົນເອງ
ອາຫານຫວ່າງທຸກຊະນິດ
ມີສະຖານທີ່ຂອງຕົນເອງໃນໂລກ
ເມື່ອເວົ້າເຖິງອາຫານຫວ່າງພິເສດຂອງຄຸນໝິງ
ເຈົ້າຄິດເຖິງອາຫານວ່າງອັນໃດກ່ອນ?
ເຂົ້າປຸ້ນ ກວ້າສຽວ
(ສະບາຍດີ ນັກຂ່າວຄຳປະເສີດ)ເຂົ້າປຸ້ນ ກວ້າສຽວ ແມ່ນອາຫານແຊບໆອັນທຳອິດທີ່ນັກທ່ອງທ່ຽວມາຈາກບ່ອນອື່ນໆຫຼັງຈາກໄປຮອດແຂວງຢຸນນານ.ດ້ວຍແກງໄກ່ທີ່ອຸດົມສົມບູນເປັນພື້ນຖານ,ເຄື່ອງຄຽງຫຼາຍສິບຢ່າງທີ່ອຸດົມສົມບູນແມ່ນຖືກນໍາມາແກງຕາມລໍາດັບ,ແລະຮັບປະທານດ້ວຍເຂົ້າປຸ້ນພື້ນເມືອງ,ການກິນແມ່ນພິຖີພິຖັນ ແລະ ປະກອບດ້ວຍຈິດໃຈອາລົມ.
ເຂົ້າປຸ້ນ ສຽວກວ່າ
ຄວາມຮັກແພງຂອງຊາວນະຄອນຄຸນໝິງແມ່ນຄ້າຍຄືກັບການມົວເມົາກັບໝໍ້ຮ້ອນຂອງຊາວນະຄອນຈົງຊິງ, ຄວາມຮັກແພງຂອງຊາວແຂວງ ເຮີນານ ທີ່ມີແກງເຜັດ ແລະ ຊາວພາກຕາເວັນອອກສຽງເໜືອຂອງຈີນເພິ່ງພາອາໄສກາກນໍ້າຊີອີ້ວ.ເລີ່ມຕົ້ນມື້ທີ່ດີດ້ວຍເຂົ້າປຸ້ນຮ້ອນໆຖ້ວຍໜຶ່ງ~
ເຂົ້າປຸ້ນ ໂຕ້ວຮົ່ວ
ໃນຖານະທີ່ເປັນອາຫານຫວ່າງທີ່ມີຊື່ສຽງອັນໜຶ່ງຂອງນະຄອນຄຸນໝິງ,ການກະກຽມເຂົ້າປຸ້ນ ໂຕ້ວຮົ່ວ ແມ່ນບໍ່ສັບສົນ.ຕື່ມເຂົ້າປຸ້ນທີ່ຫອມນຸ້ມ ແລະ ເຕົ້າຫູ້ສົດບ່ວງໃຫຍ່ບ່ວງໜຶ່ງ, ຈັບຄູ່ກັບຊອດ ແລະ ເຄື່ອງປຸງ, ໃຫ້ລົດຊາດທີ່ເຂັ້ມຂຸ້ນ.
ເຂົ້າໜົມ ກວນຕູ້
ເຂົ້າໜົມ ກວນຕູ້ ໃນເມື່ອກ່ອນເອີ້ນວ່າເຂົ້າໜົມ ຫູມາ,ເນື່ອງຈາກວ່າບ້ານເກີດຂອງມັນແມ່ນເຂດ ກວນຕູ້ ນະຄອນຄຸນໝິງ,ມັນຖືກເອີ້ນວ່າເຂົ້າໜົມ ກວນຕູ້,ມັນແມ່ນອາຫານແປ້ງໝີ່ທີ່ຊື່ນຊອບອັນຫນຶ່ງຂອງຊາວ ກວນຕູ້.ແກ່ນງາ,ຖົ່ວດິນແລະ ອື່ນໆ ຕຳໃຫ້ລະອຽດ ແລ້ວນຳມາປະສົມກັບນ້ຳຕານເພື່ອເຮັດເປັນໃສ້ທາງໃນ, ຫຼັງຈາກກິນໜຶ່ງເທື່ອແລ້ວມັນຈະມີກິ່ນຫອມແລະຫວານ.
ເຝີ ຖົ່ວແຂກ ຂອງ ເຂດ ເສິງກົ້ງ
ເຝີ ຖົ່ວແຂກ ຢູ່ນະຄອນຄຸນໝິງມີຊື່ສຽງທີ່ສຸດຢູ່ເມືອງເສິງກົ້ງ.ຕັດແປ້ງຖົ່ວເປັນເສັ້ນຍາວໆ ເທໃສ່ຖ້ວຍ, ເອົານ້ຳຊອດລົງໃສ່, ຄ່ອຍໆຄົນໃຫ້ເຂົ້າກັນ ແລະ ກຽມຮັບປະທານ.ບໍ່ພຽງແຕ່ຄົນໃນທ້ອງຖິ່ນມັກກິນອາຫານຊະນິດນີ້ເທົ່ານັ້ນ,ຍັງມີຄົນພາຍນອກຫຼາຍຄົນມັກຊື້ ແລະ ຊີມອີກ.
ປີ້ງເປັດ ອີ້ຫຼຽງ
ເປັດປີ້ງອີ້ຫຼຽງເປັນອາຫານຄລາດສິກຂອງເມືອງຢີ້ຫຼຽງນະຄອນຄຸນໝິງ, ອາຫານທີ່ແຊບຊ້ອຍນີ້ໄດ້ຮັບການສືບທອດມາແຕ່ສະໄໝລາດຊະວົງມິງແລະມີປະຫວັດສາດມາຢ່າງໜ້ອຍ 600 ກວ່າປີ.ເປັດທີ່ອົບສົດໃໝ່ມີສີແດງສົດໃສ,ໜັງກອບໆ,ຊີ້ນທີ່ມີຄວາມນຸ້ມແລະກິ່ນຫອມ.
ເຂົ້າໜົມ ດອກໄມ້
ເຂົ້າໜົມ ດອກກຸຫຼາບ ເປັນອາຫານວ່າງສະເພາະຂອງນະຄອນຄຸນໝິງ,ແຂວງຢຸນນານ,ປະກອບດ້ວຍໄສ້ດອກກຸຫຼາບທີ່ກິນໄດ້, ແປ້ງຂະໜົມທາງນອກກອບ,ເມື່ອກິນແລ້ວຈະຮູ້ສຶກເຖິງກິ່ນຫອມຂອງດອກກຸຫຼາບໃນປາກ.
ປີ້ງ ເອີຄ້ວຍ
ສິບແປດ ສິ່ງທີ່ແປກປະຫລາດໃນແຂວງຢຸນນານ,ມີເຂົ້າໜົມທີ່ເອີ້ນວ່າ ເອີຄ້ວຍ.ປີ້ງເອີຄ້ວຍ ແມ່ນອາຫານເຊົ້າທີ່ຊາວນະຄອນຄຸນໝິງມັກທີ່ສຸດ ແລະ ເປັນອາຫານວ່າງທີ່ແຊບທີ່ສຸດຂອງໂລກອາຫານວ່າງ,ສາມາດເຮັດໄດ້ຫຼາຍວິທີບໍ່ວ່າຈະເປັນການຂົ້ວ,ຫນື້ງ,ພາໂລ້ ຫຼື ປີ້ງກໍໄດ້.ປີ້ງ ເອີຄ້ວຍ ທີ່ອົບແລ້ວແມ່ນຫໍ່ດ້ວຍເຂົ້າໜົມຄູ່ ແລະ ໄສ້ໜູແຮມຮ໋ອດດອກ... ກິນເທື່ອດຽວຈະເຮັດໃຫ້ພໍໃຈຫຼາຍ.
ນ້ຳຫວານ ໝາກຫຸ່ງ
ນ້ຳຫວານໝາກຫຸ່ງຕາມຖະໜົນຄຸນໝິງສາມາດພົບເຫັນໄດ້ເກືອບທຸກບ່ອນ.ຫຼັງຈາກກິນເຂົ້າປຸ້ນຮ້ອນໆແລ້ວຖ້ວຍໜຶ່ງ,ຕາມດ້ວຍນ້ຳຫວານໝາກຫຸ່ງເຢັນໆອີກໜຶ່ງຖ້ວຍ,ທັງສອງຢ່າງເປັນການປະສົມກັນຢ່າງສົມບູນ.
ປີ້ງມັນຝລັ່ງ
ກິນມັນຝລັ່ງ,ເຈົ້າຈະກາຍເປັນຄົນງາມ.ຢູ່ແຂວງຢຸນນານ, ມີໜ້ອຍຄົນທີ່ສາມາດຕ້ານທານການລໍ້ລວງຂອງມັນຝລັ່ງໄດ້.ທອດມັນຝລັ່ງ,ປີ້ງມັນຝລັ່ງ,ເຂົ້າມັນຝລັ່ງ...ມັນຝລັ່ງສາມາດເຫັນໄດ້ຢູ່ທົ່ວທຸກຫົນທຸກແຫ່ງໃນຖະໜົນຫົນທາງຂອງເມືອງຄຸນໝິງ.ມີຫຼາກຫຼາຍວິທີການກິນທີ່ໜ້າຕື່ນຕາຕື່ນໃຈພໍທີ່ຈະຕອບສະໜອງລົດຊາດຂອງເຈົ້າ.
每个城市
都拥有自己专属的味道
每一种小吃
都有自己的江湖地位
提起昆明特色小吃
你最先想到啥?
过桥米线
过桥米线是大多数外地的游客到云南之后打卡的第一站美食。醇厚的鸡汤打底,丰富的十几碟配菜依次入汤,配上弹口的本土米线,吃的是仪式,也是情怀。
小锅米线
昆明人对于米线的喜爱,就好似重庆人对火锅的执着、河南人对胡辣汤的热爱、东北人对大酱的依赖。美好的一天,从一碗热气腾腾的米线开始~
豆花米线
作为昆明著名的小吃之一,豆花米线的做法不算复杂,清香软滑的米线里,加一大勺新鲜爽滑的豆花,配上酱汁和调料,味道香浓丝滑。
官渡粑粑
官渡粑粑的前身是胡麻饼,因发源地是昆明官渡,故有官渡粑粑之说,是官渡人最喜爱的面食之一。芝麻、花生等磨细与白糖混合为馅,一口下去,松软香甜。
呈贡豌豆粉
昆明的豌豆粉,以呈贡的最为出名。豌豆粉切成长条盛满一碗,浇上配置的佐料汁,轻轻的搅拌一下就可以吃了。不仅当地人喜欢吃,许多外地人也喜欢买一碗品尝其中的滋味。
宜良烤鸭
宜良烤鸭是昆明宜良县的一道经典名肴,该美食是从明朝流传下来的,至少已有600多年历史。新鲜出炉的烤鸭,色泽红艳,皮质酥脆,肉质香嫩。
鲜花饼
鲜花饼是云南昆明特色点心中的代表,以食用的玫瑰花入馅,饼皮酥脆,吃进去嘴里带着玫瑰的馥郁芳香。
烧饵块
云南十八怪,粑粑当饵块。饵块,是昆明人早餐最钟情的美食,也是小吃界的“扛把子”,炒、蒸、卤、烤皆可。烤好的饵块,包裹上油条、火腿肠……一口下去,好不满足。
玫瑰木瓜水
昆明街头小吃玫瑰木瓜水,几乎随处可见。吃完一碗腾着热气的米线,再来上一碗冰冰凉凉的木瓜水,两者简直是标配。
烤洋芋
吃洋芋,长子弟。在云南,很少有人抵得住洋芋的诱惑。炸洋芋、烤洋芋、洋芋焖饭……在昆明大街小巷,随处可见洋芋的身影,各种让人眼花缭乱的吃法,足以挑动你的味蕾。
[ບັນນາທິການ:ຄຳປະເສີດ]
[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]
ງານວາງສະແດງວັດທະນະທຳຢຸນນານໄດ້ໄຂຂຶ້ນ ລາຍການມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸຮ່ວມກັນ“ເພິ່ມຄະແນນຫຼາຍ”
ສະບາຍດີ 2023-10-27
ອອກເດີນທາງແຕ່ຄຸນໝິງ ເຊັກອິນທິວທັດສວຍງາມຕາມທາງລົດໄຟລາວ-ຈີນ
ສະບາຍດີ2023-10-26
ທ່ຽວຫຼິ້ນຄຸນໝິງພາຍຫຼັງແລ່ນມາຣາທອນຢ່າງສໍາເລັດແລ້ວ
ສະບາຍດີ2023-10-20
ນົກນາງນວນປາກແດງມາແລ້ວ
ສະບາຍດີ2023-10-18
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
互联网新闻信息服务许可证:53120170004 增值电信业务经营许可证(ICP):滇B2-20090009-1
Copyright @Kunming Information Hub 2022. All Rights Reserved