5 ສະຖານທີ່ທ່ອງທ່ຽວ  ຍອດນິຍົມຂອງນະຄອນຄຸນໝິງ ທີ່ທຸກທ່ານບໍ່ຄວນພາດໃນບຸນວັນຊາດ!

ມາຈາກ:ສະບາຍດີ

ນັບຖອຍຫຼັງສູ່ວັນພັກຍາວຍາມບຸນວັນຊາດ ແລະ ບຸນໄຫວ້ພະຈັນປີ 2023:  ພວກທ່ານມີແຜນຈະອອກໄປທ່ຽວໃສຫລືຍັງ? ຫາກຍັງບໍ່ມີ ນີ້ເລີຍ

ຂໍແນະນຳໃຫ້ມາທ່ຽວນະຄອນຄຸນໝິງ.

ໃນສອງປີທີ່ຜ່ານມາ(ປີ2021,ປີ2022),ນະຄອນຄຸນໝິງແມ່ນໜຶ່ງໃນສິບຈຸດໝາຍປາຍທາງ,ເປັນທາງເລືອກທີ່ດີໃນການເດີນທາງໃນວັນຊາດ.

ຫຼາຍຄົນເລືອກມາພັກຜ່ອນຍ່ອນໃຈໃນເມືອງຄຸນໝິງໃນຊ່ວງວັນພັກຍາວ

2

ໄປທ່ຽວໜອງແສ ດຽນຈີ່ ເພື່ອຮັບລົມລະດູໃບໄມ້ປົ່ງ,ໄປພູ ຊີຊານ ເພື່ອຫາຍໃຈເອົາອາກາດທີ່ບໍລິສຸດສົດຊື່ນ,ລົດຊາດອາຫານທີ່ແຊບຊ້ອຍແລະ ຍັງໄດ້ຂົນເອົາເຂົ້າໜົມດອກໄມ້ພິເສດຈຳນວນໜຶ່ງເປັນຂອງຕິດໄມ້ຕິດມືກັບບ້ານອີກດ້ວຍ......

3

5ສະຖານທີ່ທ່ອງທ່ຽວທີ່ບໍ່ຄວນພາດທີ່ສຸດໃນນະຄອນຄຸນໝິງໃນຊ່ວງວັນຊາດ,ເຊິ່ງແຕ່ລະແຫ່ງແມ່ນເຕັມໄປດ້ວຍຜູ້ຄົນທີ່ມາຢ້ຽມຊົມເປັນຈຳນວນຫລາຍໃນແຕ່ລະປີເພາະເປັນສະຖານທີ່ທີ່ມີຄວາມຄຶກຄື້ນທີ່ສຸດ. ເຊິ່ງບາງສະຖານທີ່ທ່ອງທ່ຽວແມ່ນບໍ່ໄດ້ມີການໃຊ້ເງີນແມ້ແຕ່ກີບດຽວສຳລັບໃນປີນີ້,ບໍ່ຈໍາເປັນຕ້ອງມີປີ້ກໍ່ເຂົ້າໄປໄດ້~

ເຂດທິວທັດປ່າຫີນ

4

ພູມສັນຖານ ກາສະເຕີ ທີ່ ເປັນເອກະລັກສະເພາະຂອງປ່າຫີນ ແມ່ນຄຸ້ມຄ່າສຳລັບທຸກໆຄົນທີ່ຈະມາທຽວຊົນຄັ້ງດຽວໃນຊີວິດຂອງແຕ່ລະຄົນ.

ປ່າຫີນໃຫຍ່ເຮັດໃຫ້ງຶດງໍ້ອັດສະຈັນໃຈ ແລະ ປ່າຫີນນ້ອຍກໍ່ສວຍງາມບໍ່ແພ້ກັນ,ມັນບໍ່ພຽງແຕ່ເປັນ “ສິ່ງມະຫັດສະຈັນທີ່ງົດງາມສຸດໃນໂລກ”,ແຕ່ຮູບເງົາ ແລະລະຄອນໂທລະພາບຫຼາຍເລື່ອງໄດ້ຖ່າຍທຳຢູ່ໃນປ່າຫີນ,ລວມທັງ “ສີດຢອງຈິດ”ສະບັບປີ 1983.

5

ຖ້າເຈົ້າມາທີ່ແຫ່ງນີ້,ເຈົ້າຈະພົບເຫັນໄຂ່ອີສເຕີ້ເຫຼົ່ານີ້ຈາກຮູບເງົາ ແລະລະຄອນໂທລະພາບທີ່ເຊື່ອງໄວ້ໃນປ່າຫີນບໍ?

ສິ່ງມະຫັດສະຈັນທາງທຳມະຊາດດ້ານວິວທິວທັດລະດັບ AAAAA ໃນທາງທຳມະຊາດແມ່ນແຫ່ງດຽວໃນໂລກ.

ທີ່ຢູ່:ເຂດທັດສະນີຍະພາບປ່າຫີນຄຸນໝິງ

ປີ້:130 ຢວນສໍາລັບຜູ້ໃຫຍ່ (ຟຣີສໍາລັບຜູ້ສູງອາຍຸ ທີ່ມີອາຍຸຫຼາຍກວ່າ 60 ປີໃນແຂວງຢຸນນານ,ເຄິ່ງລາຄານອກແຂວງ), 25 ຢວນຕໍ່ຄົນສໍາລັບລົດໄຟຟ້າຊົມວິວໃນເຂດທັດສະນີຍະພາບ.

ຄຳແນະນຳການເດີນທາງ:ຖ້າເປັນຄັ້ງທຳອິດຂອງເຈົ້າທີ່ຈະໄປທ່ຽວຊົມປ່າຫີນ,ໂດຍສະເພາະປ່າຫີນໃຫຍ່ແນະນຳໃຫ້ຊອກຫາໄກ໋ນຳທ່ຽວເພື່ອຈະບໍ່ໄດ້ຫຼົງທາງ.

ສວນວາງສະແດງການເຮັດສວນໂລກຄຸນໝິງ

6

ຄວາມເຂົ້າໃຈວັດທະນະທຳຂອງຊົນເຜົ່າສ່ວນໜ້ອຍຂອງແຂວງຢຸນນານ,ທ່ານຄວນໄປທີ່ "ບ້ານຊົນເຜົ່າຢູນນານ",ແຕ່ຖ້າຢາກສຳຜັດກັບປະເທດຕ່າງໆໃນທົ່ວໂລກແລະສະຖານທີ່ສຳຄັນໃນທົ່ວປະເທດ,ຄວນມາສວນວາງສະແດງການເຮັດສວນໂລກຄຸນໝິງ.

ສວນສາທາລະນະຂະຫນາດໃຫຍ່ແລະຂະຫນາດນ້ອຍພາຍໃນແມ່ນຄ້າຍຄືຫມູ່ບ້ານຂະຫນາດນ້ອຍທົ່ວໂລກ.

7

ນັບຕັ້ງແຕ່ສວນວາງສະແດງການເຮັດສວນໂລກຄຸນໝິງເປີດໃນປີ1999ມາຮອດປະຈຸບັນລວມທັງໝົດແມ່ນ24ປີ,ແຕ່ມັນຍັງຄົງເປັນທີ່ນິຍົມ.

ທ່ານສາມາດໃຊ້ເວລາຫມົດມື້ຍ່າງຊ້າໆ,ສໍາລັບຄອບຄົວທີ່ມີເດັກນ້ອຍ ບໍ່ຕ້ອງກັງວົນເລີຍເພາະມີສະຫນາມເດັກຫຼິ້ນແລະສວນສັດແລະພິພິທະພັນພືດທີ່ເດັກນ້ອຍບໍ່ສາມາດປະຕິເສດໄດ້.

ສະຖານທີ່ທີ່ມີຄ່າຄວນໄປຢ້ຽມຢາມເຂດຈີນແມ່ນຫໍປັກກິ່ງ,ຫໍຈ່ຽງຊູ,ຫໍອານຮຸຍ,ແລະຫໍເຫີເປີຍທີ່ມີຄວາມຮູ້ສຶກຄືເຮົາໄດ້ຍ້ອນຍູກເຂົ້າໄປໃນສະໄໝບູຮານ.

ທີ່ຢູ່:ສວນວາງສະແດງການເຮັດສວນໂລກຄຸນໝິງ

ປີ້:ຟຣີ (ລົດທ່ຽວຊົມເຂດທັດສະນີຍະພາບ 25 ຢວນ/ຄົນ)

ຄຳແນະນຳການເດີນທາງ:ໃຊ້ລົດໄຟໃຕ້ດິນເສັ້ນທາງທີ່ 5 ໄປສະຖານີ ສວນວາງສະແດງການເຮັດສວນໂລກຄຸນໝິງ,ອອກຈາກ A1 ແລ້ວກໍ່ເຫັນເລີຍ!

ສວນສາທາລະນະ ດາກວນ

8

ສວນສາທາລະນະ ດາກວນ ແມ່ນສວນຫຼັງໜຶ່ງຂອງຊາວນະຄອນຄຸນໝິງ,ເມື່ອເຂົາເຈົ້າບໍ່ມີຫຍັງເຮັດ,ເຂົາເຈົ້າມາທີ່ນີ້ເພື່ອຍ່າງອ້ອມ ແລະ ເຕົ້າໂຮມກັນເພື່ອຮ້ອງເພງ,ເຕັ້ນລຳ,ຫລິ້ນເປຍໂນ ແລະ ຫຼິ້ນໄພ່.

ທຸກໆປີໃນຊ່ວງວັນພັກ,ນັກທ່ອງທ່ຽວຕ່າງປະເທດຫຼາຍຄົນມາສວນສາທາລະນະ ດາກວນ,ອາດຈະເປັນຍ້ອນວ່າມີດອກກຸຫລາບທີ່ພະລາຊິນີຈາກອັງກິດໄດ້ພະລາຊະທານໃຫ້. ເຈົ້າສາມາດເຫັນການສະແດງດອກໄມ້ທີ່ແຕກຕ່າງກັນໃນທຸກຂັ້ນຕອນ,ຂີ່ເຮືອເພື່ອໄປຢ້ຽມຢາມໜອງແສ ດຽນຈີ່ ,ແລະເບິ່ງຄວາມງາມທີ່ຢູ່ໃນພູ ສີຊານ.

9

ຫຼືອາດຈະເຂົາມາສວນຢູໃກ້ໆກັນ,ແມ່ນເຮືອນເກົ່າຂອງນັກຮ້ອງຊາວໄຕ້ຫວັນຢຸດເສີເຈີມ,ມັນເປັນສວນສິ່ງກໍ່ສ້າງແບບໂກທິກຕາເວັນຕົກແບບທຳມະດາ.

ທີ່ຢູ່:ສວນສາທາລະນະ ດາກວນ 

ຄຳແນະນຳການເດີນທາງ:ໄປທີ່ສວນສາທາລະນະ ດາກວນ , ຈາກນັ້ນຍ່າງຈາກສວນ ຢູ ໄປຫາສວນສາທາລະນະດາກວນ .

ສວນສະຫນຸກແຫ່ງໂລກຄວາມສຸກຂອງຢູນນານທີ່ມີສີສັນ

10

ນີ້ແມ່ນ"ດິສນີແລນ"ຂອງຊາວຢຸນນານ,ແລະຍັງເປັນສວນສະໜຸກທີ່ເໝາະສົມກັບທຸກເພດທຸກໄວ,ແຕ່ຜູ້ອາຍຸ 3 ຫາ 80 ປີຈະຕົກຢູ່ໃນຄວາມສູກເພີດເພີນກັບເວລາແຫ່ງຄວາມສຸກຢູ່ທີ່ແຫ່ງນີ້.

ຢຸນນານເປັນແຮງບັນດານໃຈຫຼັກຂອງສະຫວັນທັງໝົດ.ຢູ່ທີ່ນີ້ພວກເຮົາບໍ່ພຽງແຕ່ສາມາດເຫັນມໍລະດົກທາງວັດທະນະທຳຢຸນນານທີ່ມີມາແຕ່ດົນນານເທົ່ານັ້ນ,ແຕ່ຍັງໄດ້ເຫັນປະກັບວັດຖຸປະພັນວັດທະນະທຳຊົນເຜົ່າທີ່ແທ້ຈິງ ແລະ ອາຫານຂອງແຂວງຢຸນນານອີກດ້ວຍ.

11

ເມື່ອເຈົ້າມາທີ່ແຂວງຢຸນນານທີ່ເປັນໂລກແຫ່ງສີສັນ,ເຈົ້າຕ້ອງໄດ້ໄປສຳພັດກັບຊ່ອງເຂົາເຊືອກກະໂຈນ ແລະ ລົດໄຟເຫາະ.

12

ເມື່ອຕາເວັນຕົກ,ໂລກແຫ່ງຄວາມສຸກຂອງແຂວງຢຸນນານທີ່ມີສີສັນທັງໝົດຖືກຍ້ອມເປັນສີສົ້ມ.ໄປFerris wheel"ຕາຂອງດຽນຈີ່"ແລະຄ່ອຍໆຊື່ນຊົມທິວທັດຂອງສວນສະຫນຸກທັງຫມົດ.ເມື່ອທ່ານປີນຂຶ້ນໄປເທິງສຸດ,ທ່ານສາມາດເບິ່ງຂ້າມໜອງແສ ດຽນຈີ່ ໄດ້,ປະສົບການແມ່ນດີເລີດ.

ທີ່ຢູ່:ສວນສະຫນຸກໂລກແຫ່ງຄວາມສຸກຂອງຢູນນານທີ່ມີສີສັນ.

ປີ້: 198 ຢວນ/ຄົນ

ຄຳແນະນຳການເດີນທາງ:ຖ້າຢາກເບິ່ງຕາເວັນຕົກກໍ່ຕ້ອງກວດເບິ່ງພະຍາກອນອາກາດລ່ວງໜ້າໃນມື້ທີ່ສົດໃສ,ຕາເວັນຕົກຢູ່ເມືອງຄຸນໝິງຄືເມກແປວໄຟ,ງາມຫຼາຍ~

ເຂດທິວທັດພູ ສີດຊານ

13

ຊາວເມືອງຄຸນໝິງປີນພູ ສີດຊານ ເປັນການອອກກຳລັງກາຍປະຈຳວັນເພື່ອອອກກຳລັງກາຍກາງແຈ້ງ,ຫຼັງຈາກປີນຂຶ້ນແລ້ວ,ເຂົາເຈົ້າໄປວັດຫົວຕີ ເພື່ອຮັບປະທານອາຫານເຈ

ເມື່ອຢາກລົງໄປເທິງພູ,ຂີ່ອຸ່ໄຟຟ້າຂ້າມໜອງແສ ດຽນຈີ່ ດ້ວຍການຫຼຸດລົງ 300 ແມັດ,ແລະອາລົມຂອງເຈົ້າດີຂື້ນຢ່າງກະທັນຫັນ.

14

ຫໍສັງເກດການສາມາດເບິ່ງເຫັນໜອງແສ ດຽນຈີ່ ແລະ ສາມາດເບິ່ງເຫັນນະຄອນຄຸນໝິງທັງຫມົດ,ທິວທັດແມ່ນງາມຫຼາຍ.

ຢູ່ຕີນພູຍັງມີຖະໜົນທີ່ມີຊື່ສຽງຢູ່ນະຄອນຄຸນໝິງ,ຖະໜົນ ຈັກມາຫົວເຈີມ ທີ່ເຕັມໄປດ້ວຍອາຫານແຊບຊ້ອຍພິເສດ.

ທີ່ຢູ່:ເຂດທິວທັດພູ ສີດຊານ

ປີ້:ເຂດທັດສະນີຍະພາບ ລອງເມ 30 ຢວນ/ຄົນ;ປີ້ເຕັມ 90 ຢວນ/ຄົນ (ລົດເມ+ບີ້ຂາດຽວລົດຫມໍ້ໄຟທາງດຽວ +ບີ້ຂາດຽວຂີ່ອຸ່ໄຟຟ້າ +ເຂດທັດສະນີຍະພາບ ລອງເມ)

ຄຳແນະນຳການເດີນທາງ:ສາມາດຂີ່ອຸ່ໄຟຟ້າຂຶ້ນພູ ແລະ ລົງໄປເທິງພູເພື່ອໄປຊົມຈຸດຊົມວິວ. ນອກນັ້ນຍັງສາມາດປີນພູເພື່ອໄປຊົມຈຸດຊົມວິວ ແລະ ຂີ່ອຸ່ໄຟຟ້າລົງພູ.

2023年国庆中秋合体长假倒计时:不知道你有没有计划好去哪里玩呢?

不如,就来春城昆明吧。

过去的两年(2021年、2022年)昆明都是国庆出游十佳目的地之一。

越来越多的人都喜欢在长假的时候,来到昆明。

2

去滇池边如沫春风,去西山呼吸新鲜的空气,尝尝地道的特色美食,顺带几盒鲜花饼特产寄回家......

3

国庆游昆明最不能错过的5大景点,单拎一个出来每一年都是人山人海,相当热闹,关键是有些景点在今年都开始免费了,没有门票哦~

石林风景区

4

石林独特的喀斯特地貌,值得每一个人一生都来一次。

大石林震撼,小石林秀美,不仅是“天下第一奇观”,很多影视剧都曾在石林取景,其中就包括1983年版的《西游记》。

5

这些藏在石林里的影视剧彩蛋,如果你来,会不会找得到呢?

大自然鬼斧神工下的AAAAA级景区自然奇观,全球仅此一处。

地址:昆明市石林风景区

门票:成人130元(云南省内60岁以上老年人免票,省外半价),景区电动观光车25元/人

游玩建议:第一次游石林,特别游玩大石林,建议找导游,避免在里面迷路。

昆明世博园

6

一站玩遍云南少数民族文化要去「云南民族村」,但想要一站式领略世界各国以及全国各地地标,你就该来昆明世博园。

里面大大小小的园区,就像一个浓缩版的地球村。

7

1999年开园至今已经过去了24个年头,但它依然受欢迎。

慢慢逛可以逛一整天不重样,特别建议有小朋友的家庭,这里有小朋友无法拒绝的儿童乐园和动植物馆。

中国区最值得打卡就是北京馆、江苏馆、安徽馆、河北馆,有一种时光穿梭回到古代的感觉。

地址:昆明世博园

门票:免费(景区观光车25元/人)

游玩建议:坐昆明地铁5号线,到世博园站,A1口出来就到了哦!

大观公园

8

大观公园是昆明人的后花园,没事的时候都要来走走逛逛,聚在一起唱歌、跳舞、弹琴、打牌。

每一年假期,很多外地游客都会奔着大观公园而来,大概是这里有英国女王从英国带过来的玫瑰花,每走一步都能收获到不一样的鲜花展、坐上快艇游览滇池,远眺西山睡美人......

9

也有可能是奔着隔壁庾园而来,嗯,就是台湾歌手庾澄庆家的老宅,纯纯的一个西方哥特式建筑的园景。

地址:昆明大观公园

门票:免费

游玩建议:导航至大观庾园,从庾园再逛至大观园

七彩云南欢乐世界

10

这是属于云南人的“迪士尼乐园”,也是一个全年龄段通吃的游乐园,下到3岁上到80岁都会爱上这里的欢乐时光。

云南,是整个乐园最为核心的灵感。在这里我们不仅可以看到悠远的古滇文化传承,还可以一站式邂逅云南地道的民族文化元素以及美食。

11

来七彩云南欢乐世界,一定要体验一下虎跳峡和雪鹰过山车。

12

夕阳西下的时候,整个七彩云南欢乐世界被染成橘子色,去滇池之眼摩天轮,慢慢的欣赏整个游乐园的景色,爬到顶点还能俯瞰滇池,体验感超级美妙。

地址:昆明七彩云南欢乐世界

门票:198元/人

游玩建议:想看日落一定要提前查看天气预报,晴朗的天气昆明的晚霞就是火烧云,超美~

西山风景区

13

昆明本地人爬西山是户外锻炼日常,爬上去然后去华亭寺吃个素斋饭。

想下山了,坐一下横跨滇池,有300米落差的索道,心情豁然开朗。

14

观景台眺望滇池,能看到整个昆明的天际线,视野很nice。

山下还有昆明有名的街子,茶马花街,到处都是特色美食和小吃。

地址:昆明西山风景区

门票:龙门景区30元/人;通票90元/人(大巴+单程电瓶车+单程索道+龙门景区);

游玩建议:可以索道上山,下山逛景点。也可以爬山逛景点,索道下山。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

09/15

17:10

ແບ່ງປັນ

ແປ
翻译