ນະຄອນຄຸນໝິງໄດ້ປະກາດອອກ 10 ເສັ້ນທາງທ່ອງທ່ຽວພັກຮ້ອນ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສຸດໃຈ) ວັນພັກໃນລະດູພັກຮ້ອນນີ້, ວິທີໃໝ່ໃນການຫຼິ້ນຢູ່ຄຸນໝິງມີຫຍັງແດ່? ຫວ່າງມໍ່ໆມານີ້, ກົມວັດທະນະທຳ ແລະ ທ່ອງທ່ຽວນະຄອນຄຸນໝິງໄດ້ເປີດເຜີຍ 10 ເສັ້ນທາງທ່ອງທ່ຽວພັກຮ້ອນໃນນະຄອນຄຸນໝິງ.ທ່ຽວຊົມຢູ່ທົ່ງດອກໄມ້,ປີນພູ ແລະ ເບິ່ງຕາເວັນ...ໃນນັ້ນຕ້ອງມີເສັ້ນທາງໜຶ່ງທີ່ເໝາະສົມກັບທ່ານ.

ການທ່ອງທ່ຽວທາງບໍ່ນ້ຳອຸ່ນ

图片

“ໃນລະດູຮ້ອນອາບນ້ຳໃນບໍ່ນ້ຳອຸ່ນ ສາມາດແກ້ຄວາມຊຸ່ມຊື່ນໃນຮ່າງກາຍ.” ນະຄອນຄຸນໝິງມີບໍ່ນ້ຳອຸ່ນທຳມະຊາດຢູ່ທົ່ວທຸກແຫ່ງ,ກາງຄືນໃນລະດູຮ້ອນຢູ່ທີ່ນີ້ແມ່ນເຢັນສະບາຍຫຼາຍ, ອາບນ້ຳໃນບໍ່ນ້ຳອຸ່ນໃນລະດູພັກຮ້ອນນີ້ ສາມາດກະຈັດຄວາມເມື່ອຍລ້າ ແລະ ຜ່ອນຄາຍຮ່າງກາຍ ແລະ ຈິດໃຈ.

图片

ການທ່ອງທ່ຽວທາງນິເວດທໍາມະຊາດ

图片

ປ່າໄມ້ ແລະ ດິນຊຸ່ມຢູ່ທົ່ວທຸກແຫ່ງ ເຊິ່ງເປັນສັນຍາລັກອັນພົ້ນເດັ່ນຂອງນະຄອນຄຸນໝິງ, ດິນຊຸ່ມທີ່ຢູ່ຕາມຝັ່ງໜອງແສແມ່ນຕິດກັບຝັ່ງນ້ຳຂອງມັນ, ທ່ານສາມາດສຳພັດກັບທຳມະຊາດໄດ້ຢ່າງໃກ້ສິດຢູ່ທີ່ນີ້; ທ່ານສາມາດຂີ່ລົດຖີບອ້ອມໜອງແສດຽນຊີເພື່ອສຳພັດກັບທິວທັດຂອງໜອງແສດຽນຊີ,ຍັງສາມາດປີນພູ ຊີ່ຊ່ານ ແລະ ພູຈາງຈົງ ຮູ້ສຶກຄວາມງາມຂອງການປະສົມລະຫວ່າງທໍາມະຊາດແລະຕົວເມືອງ, ທ່ານຍັງສາມາດໄປທ່ຽວຊົມແຫຼ່ງທ່ອງທ່ຽວປ່າຫີນເສີລີ, ສວນສາທາລະນະປ່າໄມ້ແຫ່ງຊາດ ກູ່ຍຊ່ານ ແລະ ແຫຼ່ງທ່ອງທ່ຽວພູຫິມະ ຈ້ຽວຈີ ເຊິ່ງຈະໃຫ້ຄົນປະຫລາດໃຈກັບຄວາມມະຫັດສະຈັນຂອງທໍາມະຊາດ.

图片

ການທ່ອງທ່ຽວແຫ່ງປະສົບໂຄງການບັນເທີງ

图片

ເມື່ອມານະຄອນຄຸນໝິງໃນລະດູພັກຮ້ອນ,ທ່ານສາມາດຂີ່ລົດຖີບ ຫຼື ຂັບລົດໄປຕາມເສັ້ນທາງອ້ອມຮອບໜອງແສດຽນຊີ,ໄປຕັ້ງຄ້າຍໃນປ່າຢູ່ພູຫຼາວຢິ່ງ ແລະ ພູຫຼຽງວາງ, ຫຼືໄປຮຽນຄວາມຮູ້ທາງວິທະຍາສາດ, ສຳຫຼວດ, ຖ່າຍຮູບ ແລະ ເຕັ້ມດິນສີແດງຂອງເຂດຕ່ອງຈ່ວນ, ຍັງສາມາດໄປຫໍ້ໂລກທະເລແລະຫິມະເພື່ອສໍາຜັດກັບກິລາລະດູໜາວ, ປະສົບການປະສົມປະສານຂອງນິທານພື້ນເມືອງ ແລະ ລະບົບນິເວດຢູ່ຕາແສງເຟີ້ງລອງວ່ານ.

图片

ການທ່ອງທ່ຽວແຫ່ງດອກໄມ້ເບັ່ງບານ

图片

ໃນຍາມລະດູຮ້ອນ,ຢູ່ສະໜາມຕໍ່ໜ້າພະລາຊະວັງເຫ່ລອງໃນສວນສາທາລະນະເຫ່ລອງທານ, ຕົ້ນໄມ້ບູຮານສອງຕົ້ນທີ່ມີອາຍຸຫຼາຍກວ່າ 200 ປີມີດອກໄມ້ກາກະເລົາພວມເບັ່ງບານຢູ່ເຊິ່ງເປັນພາບວິວອັນສວຍສົດງົດງາມ.ໃນສວນສາທາລະນະດາກ່ວນ,ດອກບົວຫຼາຍກວ່າ 300 ຊະນິດກວມ 255 ມູ້ ພວມເບັ່ງບານຢ່າງເຕັມທີ່, ທຸກແຫ່ງອົບອົ້ວໄປດ້ວຍກິ່ນຫອມຂອງນັນ. ໃນສວນສາທາລະນະທານຮວາຊີ້ ມີຕົ້ນໄມ້ໄຮເປີຣີເກີມ (Hypericum) ແລະ ໄຮເປີຣີເກີມແພທູລືມ (Hypericum patulum) ຫຼາຍກວ່າ 20,000 ຕົ້ນ. ດອກໄມ້ຂອງມັນທີ່ເປັນສີເຫຼືອງ ກັບດອກບົວທີ່ເປັນສີມ່ວງ, ສີຟ້າ ແລະ ສີຂາວ, ໄດ້ປະກອບເປັນພາບວິວອັນທີ່ໜ້າສົນໃຈ.

图片

ການທ່ອງທ່ຽວໃນວມະຫາວິທະຍາໄລ

图片

ຢູ່ວິທະຍາເຂດຕ່ອງລູ້ຂອງມະຫາວິທະຍາໄລຢຸນນານ, ທ່ານສາມາດເຫັນຈີ້ກ່ອງທາງເຊິ່ງເປັນສະຖານທີ່ສອບເສັງຈັກກະພັດໃນບູຮານຂອງຢຸນນານ, ເຂົ້າໄປໃນວິທະຍາເຂດນີ້ສາມາດຮູ້ສຶກເຖິງປະຫວັດສາດອັນຍາວນານຂອງອາຄານຮູ້ຍເຈີຢ້ວນ; ຢູ່ວິທະຍາເຂດ ໜຶ່ງສອງໜຶ່ງ ຂອງມະຫາວິທະຍາໄລສ້າງຄູຢຸນນານ, ປະຫວັດສາດຂອງມະຫາວິທະຍາໄລຕາເວັນຕົກສຽງໃຕ້ຈະປຸກລະດົມໃຫ້ນັກຮຽນສະແຫວງຫາຄວາມຈິງ ແລະ ຮຽນຄວາມຮູ້ຢູ່ສະເໝີ. ຢູ່ວິທະຍາໄລອາຊີວະສຶກສາການຄົມມະນາຄົມ ແລະ ຂົນສົ່ງຢຸນນານ, ພາບວິວຫຼັກ " ຫ້າ ສວນ  ສອງ ໜອງ " ເຮັດໃຫ້ຜູ້ຄົນໄດ້ຮຽນຄວາມຮູ້ໃນຂະນະທີ່ໄປທ່ຽວຊົມທິວທັດທຳມະຊາດ.

图片

ການທ່ອງທ່ຽວມໍລະດັກວັດທະນະທຳ

图片

ນະຄອນຄຸນໝິງມີປະຫວັດສາດອັນຍາວນານ ແລະ ວັດທະນະທຳອັນຫຼາກຫຼາຍ.ເມືອງບູຮານກວານຕູ້ມີພາບວິວດ້ານວັດທະນະທຳອັນອຸດົມສົມບູນ, ຫໍພິພິທະພັນແຂວງຢຸນນານສະແດງໃຫ້ເຫັນປະຫວັດສາດອັນອຸດົມສົມບູນ ແລະ ອາລະຍະທຳອັນສະຫງ່າງາມຂອງແຂວງຢຸນນານ.ອາຄານດ້າກ່ວນລໍສາມາດຊົມເບິ່ງ "ຄູ່ທີ່ຍາວທີ່ສຸດໃນໂລກ", ໂຮງຮຽນທະຫານບົກແຂວງຢຸນນານ (Yunnan Military Academy), ເປັນໂຮງຮຽນທະຫານບົກທີ່ມີຊື່ສຽງໃນສະໄໝໃໝ່ຂອງຈີນ(ປີ 1840-ປີ 1919) ເຊິ່ງໄດ້ສະແດງໃຫ້ເຫັນເຖິງສະໄໝອັນບໍ່ທຳມະດາ ແລະ ຈິດໃຈອາລົມຕໍ່ຄອບຄົວ ແລະ ປະເທດ.

图片

ການທ່ອງທ່ຽວຊິມອາຫານພິເສດ

图片

ນະຄອນຄຸນໝິງເປັນອຸທິຍານຂອງຜູ້ມັກຊິມອາຫານ, ອາຫານຈາກ 26 ຊົນເຜົ່າ ແລະ ບັນດາປະເທດອາຊີຕາເວັນອອກສຽງໃຕ້ ເຕົ້າໂຮມກັນຢູ່ທີ່ນີ້, ໄດ້ສ້າງເປັນວັດທະນະທໍາອາຫານທີ່ເປັນເອກະລັກ, ຈາກຕະຫຼາດຜະລິດຕະພັນກະສິກຳ ຈ້ວນຊິ່ນ ເຖິງຮ້ານອາຫານເກົ່າແກ່ເຊັ່ນ: ສວນດ້າຕ່ຽນ, ຕຶກດ່ວນຊິ້, ຕຶກຟູຈ້າວ ແລະ ຮ້ານອາຫານຄອບຄົວຢຸນນານ, ທັງເປັນບ່ອນທີ່ດີທີ່ສາມາດຊີມລົດຊາດຂອງຄຸນໝິງ, ຍັງມີອາຫານແຊບໆເຊັ່ນ: ຂະໜົມດອກໄມ້, ງານລ້ຽງເຕົ້າຫູ້ ແລະ ເຫັດປ່າລໍຖ້າທ່ານມາຊິມ.

图片

ການທ່ອງທ່ຽວທາງວັດທະນະທໍາຊົນເຜົ່າ

图片

ນະຄອນຄຸນໝິງເປັນບ່ອນທີ່ໄດ້ເຕົ້າໂຮມຫຼາຍຊົນເຜົ່າ, ທຸກວັນບຸນລ້ວນແຕ່ແມ່ນສະເຫຼີມສະຫຼອງແຫ່ງຄວາມສາມັກຄີຂອງຊົນເຜົ່າ.ໃນລະດູພັກຮ້ອນ,ງານບຸນທີ່ມີຄວາມເພີດເພີນທີ່ສຸດຢູ່ນະຄອນຄຸນໝິງແມ່ນບຸນທວນໄຟ. ໃນໄລຍະບຸນທວນໄຟ, ບ້ານຊົນເຜົ່າຢູນນານມີຫຼາຍຄົນເຕົ້າໂຮມກັນຢ່າງຄຶກຄື້ນ, ກິດຈະກຳຕ່າງໆຢູ່ບັນດາເມືອງ ແລະ ນະຄອນກໍ່ຈະດຶງດູດພົນລະເມືອງ ແລະ ນັກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

图片

ການທ່ອງທ່ຽວທາງຊີວິດຢູ່ໝູ່ບ້ານຕາມແຄມໜອງແສ

图片

ໃນປີ ຄ.ສ. 1638,ທ່ານ ຊູເສຍເຄີ້ ມາຮອດນະຄອນຄຸນໝິງໂດຍຜ່ານ "ການເດີນທາງຫຼາຍພັນກິໂລແມັດ" ແລະຂີ່ເຮືອຈາກທ່າເຮືອບູຮານ ອ່ານຈ່ຽງ ແລະ ຂຶ້ນບົກໄປຫາເຂດຈິງນິງຢູ່ພາກໃຕ້ຂອງແຂວງຢຸນນານ,ໄດ້ເດີນທາງຮອບໜອງແສ.ບ້ານສຽວຢູຢູ່ແຄມໜອງແສທັງ 3 ດ້ານອ້ອມຮອບດ້ວຍນ້ຳ, ມີຈຸດຊົມຕາເວັນຕົກທີ່ສວຍງາມທີ່ສຸດທີ່ໄດ້ຮັບຮອງຈາກວາລະສານ “ພູມສາດແຫ່ງຊາດຈີນ” (Chinese National Geography) ເຊິ່ງເປັນຈຸດຫມາຍປາຍທາງທີ່ດີເລີດທີ່ສາມາດສໍາຜັດກັບການຊີວິດໃນໝູ່ບ້ານຕາມແຄມໜອງແສ.

图片

ການທ່ອງທ່ຽວທາງການປີນພູຊົມຕາເວັນ

图片

ສວນສາທາລະນະ ພູຈາງຈົງ ຄຸນໝິງໄດ້ເປີດຄືນໃໝ່ໃນວັນທີ 16 ມິຖຸນານີ້.ລະດູຮ້ອນຂອງນະຄອນຄຸນໝິງ, ເປັນໄລຍະເໝາະສົມທີ່ສຸດທີ່ມາ"ເວທີທ່ຽວຊົມພາບວິວ"ທີ່ສວຍງາມຂອງເມືອງແຫ່ງລະດູບານໃໝ່,ຍ່າງໄປຕາມເສັ້ນທາງນ້ອຍ, ແລະເບິ່ງພາບຕາເວັນອອກຫຼືຕາເວັນຕົກອັນໂຣແມນຕິກ. ພູຊີ່ຊ່ານກໍ່ເປັນສະຖານທີ່ທີ່ດີເລີດສໍາລັບການປີນພູຊົມຕາເວັນອອກ. ໃນຂະນະທີ່ເປີດສວນສາທາລະນະດັ່ງກ່າວ, ມີນັກທ່ອງທ່ຽວຫຼາຍຄົນມາປີນພູ ແລະ ຊົມທິວທັດ, ພ້ອມທາງຫາຍໃຈເອົາອາກາດສົດຊື່ນ. ມັນບໍ່ພຽງແຕ່ເປັນການອອກກໍາລັງກາຍກາງແຈ້ງທີ່ມີຜົນດີຕໍ່ສຸຂະພາບເທົ່ານັ້ນ, ຍັງເປັນການສະແດງຂອງ "ສິ່ງໜຶ່ງທີ່ເອີ້ນວ່າການໃຊ້ຊີວິດຢູ່ນະຄອນຄຸນໝິງ".

图片

这个暑假,昆明有哪些新玩法?近日,昆明市文化和旅游局推出昆明十大避暑旅游线路。畅游花田、登山观日……总有一款适合你。

康养温泉之旅

图片

“夏日浴泉,暑湿可祛”,昆明天然温泉遍布,夏夜凉爽宜人,暑期泡温泉,解除疲惫,可放松身心。

图片

自然生态之旅

图片

森林湿地遍布,是昆明一个显著的特点,环滇湿地水岸相接,与大自然亲密接触;你可以环滇池骑行,领略滇池无限风光;也可以爬西山、长虫山,感受自然之美与城市交相辉映;还可以游石林景区、圭山国家森林公园、轿子山景区,感叹大自然之奇观。

图片

游娱体验之旅

图片

暑期来昆明,可以骑自行车或自驾车沿环湖公路游,前往老鹰山、梁王山野营体验游,或者到红土地科普考察和摄影写生游,也可以到冰雪海洋世界体验冰雪运动项目,在凤龙湾小镇体验童话与生态结合。

图片

花开盛夏之旅

图片

时值夏日,黑龙潭公园黑龙宫前小广场,两株200年以上树龄的古树紫薇花开,美不胜收;大观公园内,255亩300多个品种的荷花已盛开,荷香四溢。昙华寺公园的2万余株金丝桃,灿烂鲜艳的嫩黄与百子莲清新的紫、蓝、白色相映成趣。

图片

校园探秘之旅

图片

云南大学东陆校区内,可以一睹曾经的云南贡院所在地至公堂,更可以感受会泽院的悠久历史;云南师范大学一二一校区内,西南联大的历史,永远激励广大学子求实奋发;云南交通运输职业学院内,“五园二湖”主体景观,让人在游览自然山水的同时学习知识。

图片

文化印记之旅

图片

昆明历史悠久,文化灿烂。官渡古镇人文景观丰富,云南省博物馆展现云南厚重历史和辉煌文明,大观楼可观“天下第一长联”,云南陆军讲武堂作为中国近代史上著名的军事院校,展现峥嵘岁月与家国情怀。

图片

特色美食之旅

图片

昆明是吃货的天堂,26个民族以及东南亚国家特色美食汇聚,形成了独具特色的饮食文化,从篆新农贸市场到大滇园、端仕楼、福照楼、云南人家等老牌饭店,都是品味昆明的绝佳去处,还有鲜花饼、豆腐宴、野生菌等美食等着你。

图片

民族文化之旅

图片

昆明是一个多民族聚居地,每个节日都是一次民族团结的联欢。暑期,昆明各地最热闹的当数火把节。火把节期间,云南民族村人山人海,各县(市)区的活动也会吸引大量市民和游客参与。

图片

滇池乡居之旅

图片

公元1638年,徐霞客“遐征万里”来到昆明,乘船自安江古渡码头上岸到了滇南晋宁,创下环滇池周游的壮举。滇池畔的小渔村三面环水,有《中国国家地理》杂志认证的最美夕阳观测点,是感受滇池乡居的绝佳目的地。

图片

登山观日之旅

图片

昆明长虫山公园已于6月16日重新开放。夏日的昆明,最适合来这个最美的春城“观景台”,走一段登山小路,看一场浪漫的日出或日落。西山也是登山观日出的绝佳地。当下正逢公园开山之时,众多游客前来登高览胜,呼吸新鲜空气。这不仅是一项健康的户外运动,更是“有一种叫昆明的生活”的完美展现。

图片

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

07/10

09:34

ແບ່ງປັນ

ແປ
翻译