ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ເພື່ອເສີມຂະຫຍາຍການສະໜອງຜະລິດຕະພັນການທ່ອງທ່ຽວແມ່ນ້ຳຢາງເຊ, ຊຸກຍູ້ການສ້າງສາຍແຖວການທ່ອງທ່ຽວທອງຄຳສາກົນແມ່ນ້ຳຢາງຊີ, ກະຊວງວັດທະນະທຳແລະທ່ອງທ່ຽວໄດ້ເປີດເສັ້ນທາງທ່ອງທ່ຽວລະດັບຊາດດ້ວຍຫົວຂໍ້ແມ່ນ້ຳຢາງເຊ 10 ເສັ້ນ, ໃນນັ້ນມີ 9 ເສັ້ນທາງຜ່ານແຂວງຢຸນນານ.
ເສັ້ນທາງປະກາດອອກໃນຄັ້ງນີ້ລວມມີການທ່ອງທ່ຽວຕິດຕາມແຫຼ່ງທີ່ມາແຫ່ງວັດທະນະທຳແມ່ນ້ຳຢາງເຊ, ການທ່ອງທ່ຽວມໍລະດົກໂລກແມ່ນ້ຳຢາງເຊ, ການທ່ອງທ່ຽວສືບທອດເຊື້ອສາຍສີແດງຕາມແມ່ນ້ຳຢາງເຊ, ແລະ ການທ່ອງທ່ຽວນິເວດທຳມະຊາດຕາມແມ່ນ້ຳຢາງເຊ, ເສັ້ນທາງດັ່ງກ່າວໄດ້ຜ່ານຫໍພິພິທະພັນແຂວງຢຸນນານ, ເຂດສະຫງວນສາມແມ່ນ້ໍາໄຫຼເຊື່ອມເຂົ້າກັນ, ສະຖານທີ່ຂະຫຍາຍກອງທັບແດງເມືອງສູຍເຊີງ, ທະເລສາບຝູຊ່ຽນ ແລະ ເຂດສັນຍາລັກອື່ນໆຂອງແຂວງຢຸນນານ.
ແຖວການທ່ອງທ່ຽວທອງຄຳສາກົນແມ່ນ້ຳຢາງຊີປົກຄຸມ 11 ແຂວງ (ນະຄອນ) ເຊິ່ງລວມທັງນະຄອນຊຽງໄຮ, ຈຽງຊູ, ເຈີ້ຈ່ຽງ, ອານຮຸຍ, ຈຽງຊີ, ຫູເປີຍ, ຫູໜານ, ຈົງກິ່ງ, ເສສວນ, ຢຸນນານ ແລະ ກຸ້ຍໂຈ່ວ. ເສັ້ນທາງດັ່ງກ່າວທີ່ປະກາດອອກໃນຄັ້ງນີ້ປະສານສົມທົບຊັບພະຍາກອນດ້ານວັດທະນະທຳ ແລະ ການທ່ອງທ່ຽວຂອງບັນດາເຂດລຽບຕາມແຖວທ່ອງທ່ຽວສີທອງຄຳສາກົນແມ່ນ້ຳຢາງເຊ, ເລືອກເອົາບັນດາສະຖານທີ່ທີ່ມີຄວາມໝາຍອັນພົ້ນເດັ່ນ, ມີອິດທິພົນທີ່ສຳຄັນ, ແລະມີຫົວຂໍ້ສຳຄັນ, ຖືເອົາແນວຄວາມຄິດຄື "ສະແດງວັດທະນະທຳດ້ວຍຮູບແບບພາວະພາກສະໜາມ, ສ້າງພາວະພາກສະໜາມດ້ວຍຫົວຂໍ້ ແລະ ເອົາຫົວຂໍ້ສ້າງເສັ້ນທາງການທ່ອງທ່ຽວ", ເຊື່ອມຈຸດປະກອບເປັນເສັ້ນ ແລະ ເຊື່ອມເສັ້ນປະກອບເປັນແລວທາງ, ສະແດງໃຫ້ເຫັນແມ່ນ້ຳຢາງເຊທີ່ເປັນຕົວຈິງ, ສາມມິຕິ, ແລະການພັດທະນາຢ່າງຮອບດ້ານ, ສ້າງພາບພົບລວມຂອງ ແຖວການທ່ອງທ່ຽວທອງຄຳສາກົນແມ່ນ້ຳຢາງຊີ.
为加强长江旅游产品供给、推进长江国际黄金旅游带打造,文化和旅游部近日推出10条长江主题国家级旅游线路,其中9条经过云南。
此次推出的线路包括长江文明溯源之旅、长江世界遗产之旅、长江红色基因传承之旅、长江自然生态之旅等,分别经过云南省博物馆、三江并流保护区、水城红军扩军旧址、抚仙湖等云南标志性区域。
长江国际黄金旅游带覆盖上海、江苏、浙江、安徽、江西、湖北、湖南、重庆、四川、云南、贵州11个省(市)。此次推出的线路统筹长江国际黄金旅游带沿线地区文化和旅游资源,选取了具有突出意义、重要影响、重大主题的节点,以“文化场景化、场景主题化、主题线路化”为思路,串点成线、连线成廊,全面展示真实、立体、发展的长江,塑造长江国际黄金旅游带整体形象。(云南日报 记者朱海)
ທະເລສາບ ນາພ້າ ມີພາບວີວທິວທັດທະເລສາບ ແລະ ພູເຂົ້າທີ່ສວຍງາມ
ສະບາຍດີ2023-06-29
ເມືອງແຊງເກີລີລາ: ຫິມະສະທ້ອນດອກໂຣໂດເດນດອນ ພາບວີວທິວທັດພູພຽງທີ່ສວຍງາມ
ສະບາຍດີ2023-06-29
ເວທີປາໄສມັດຊູຕາເມືອງແຊງເກີລີລາຄັ້ງທີ່ 2 ຈະຈັດຂຶ້ນຢູ່ເມືອງແຊງເກີລີລາ
ສະບາຍດີ2023-06-29
ມີສິ່ງໜຶ່ງທີ່ເອີ້ນວ່າການໃຊ້ຊິວິດຢູ່ແຂວງຢູນນານ丨ຊົມພູເຂົາຫິມະ ແລະ ທິວທັດ"ຢື້ດຈ້າວຈິດຊານ"
ສະບາຍດີ2023-06-29
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
07/04
17:57
— ແບ່ງປັນ —