ກິດຈະກໍາຫົວຂໍ້ບຸນຕ່ວນອູຂອງເຂດ ສີສານເປີດພິທີ

ມາຈາກ:ສະບາຍດີ

5191687194057475

ພົນລະເມືອງພວມຮຽນແຕ່ງວີຮູບມົນຢູ່ພາກສະໜາມ 

ສະບາຍດີ ນັກຂ່າວສະໜຸກ)ວັນທີ 19 ເດືອນມິຖຸນາ, ກິດຈະກໍາຫົວຂໍ້ບຸນຕ່ວນອູ"ບຸນຂອງພວກເຮົາ·ບ້ານຂອງນໍ້າໃຈ" ຂອງເຂດ ສີສານນະຄອນຄຸນໝິງປີ 2023, ໄດ້ຈັດຂຶ້ນຢູ່ເຂດເຮືອນພັກ ສີ່ຫົວ ຖະຫນົນ ປີ້ຈີ່, ເພື່ອໃຫ້ພົນລະເມືອງຂະຫຍາຍຄວາມໝັ້ນໃຈດ້ານວັດທະນະທຳຂອງຕົນ ແລະ ຮູ້ສຶກຄວາມສະເໜ່ຂອງວັດທະນະທຳພື້ນເມືອງ.

ຢູ່ພາກສະໜາມ, ມີລາຍການສໍາຜັດ ແລະ ແລກປ່ຽນວັດທະນະທໍາຮີດຄອງປະເພນີຂອງບຸນຕ່ວນອູຢ່າງຫຼາກຫຼາຍ, ໃບຫຼໍ່ເຂົ້າຕົ້ມສີຂຽວ, ເຂົ້າໜຽວສີຂາວ, ສີແດງ....ສີສັນຕ່າງໆປະສົມເຂົ້າກັນ, ແຕ້ມເປັນຮູບພາບເອກະລັກສະເພາະຂອງບຸນຕ່ວນອູ. ບັນດາລາຍການສິລະປະວັດທະນະທໍາອັນງາມຕາກໍ່ສະແດງໃນເວທີຢ່າງເປັນຂະບວນການ, ເຮັດໃຫ້ຊາວເມືອງພາກັນຄຶກຄື້ນມ່ວນຊືີ່ນ, ຢູ່ສະໜາມມີຄົນຫຼາຍ ແລະ ບັນຍາກາດຢ່າງຝົດຝື້ນ.

ຢູ່ພາກສະໜາມ, ຜູ້ອາສາສະໝັກໄດ້ອ່ານ“ບົດສະເໜີກ່ຽວກັບສືບທອດອາລະຍະທໍາ ແລະ ສໍາຜັດບຸນຕ່ວນອູ”, ສະໜັບສະໜູນທຸກຄົນຍູ້ແຮງສົ່ງເສີມຈິດໃຈສະໝັກໃຈ “ອຸທິດຕົນ, ມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ຄວາມກ້າວໜ້າ”, ເຂົ້າຮ່ວມກິດຈະກໍາການບໍລິການສະຫມັກໃຈຢ່າງຕັ້ງຫນ້າ, ຊ່ວຍເຫຼືອຄົນທຸກຍາກ ແລະ ກຸ່ມພິເສດເຊັ່ນ: ຄອບຄົວເປັນທຸກຍາກ, ຄົນພິການ, ຜູ້ເຖົ້າທີ່ບໍ່ມີລູກຫຼານຢູ່ພ້ອມກັນ, ເດັກນ້ອຍທີ່ພໍ່ແມ່ອອກບ້ານໄປເຮັດວຽກ ແລະ ອື່ນໆໃນຕົວເມືອງ ແລະ ຊົນນະບົດ, ກ້າຫານທີ່ຈະແບກຫາບຄວາມຮັບຜິດຊອບຂອງສັງຄົມ ແລະ ສົ່ງເສີມບົດບາດການນໍາພາຂອງຄວາມກວ້າໜ້າ.

ກິດຈະກຳຄັ້ງນີ້ໄດ້ສືບທອດແລະສົ່ງເສີມວັດທະນະທຳພື້ນເມືອງອັນດີເລີດຂອງຊົນຊາດຈີນຕຶ່ມອີກ, ເສີມຂະຫຍາຍຄວາມຮັບຮູ້ເປັນເອກະພາບຂອງມະຫາຊົນຕໍ່ວັດທະນະທໍາ, ສົ່ງເສີມບົດບາດທາງບວກຂອງວັດທະນະທໍາພື້ນເມືອງໃນການບໍາລຸງ ແລະ ປະຕິບັດຄ່ານິຍົມຫຼັກຂອງສັງຄົມນິຍົມ, ຊີ້ນຳພະນັກງານ ແລະ ມະຫາຊົນໃນທົ່ວເຂດສົ່ງເສີມຈິດໃຈຮັກຊາດ, ໃຫ້ມວນຊົນແບ່ງປັນໝາກຜົນຂອງວັດທະນະທໍາສີລະປະພັດທະນາ ແລະ ມີຄວາມຈະເລີນຮຸ່ງເຮືອງ, ສືບຕໍ່ຍົກສຸງຄວາມຮູ້ສຶກໄດ້ຮັບ ແລະ ຄວາມຮູ້ສຶກມີຄວາມສຸກຂອງປະຊາຊົນຕໍ່ວັດທະນະທໍາ, ຍົກສູງຄຸນສົມບັດອາລະຍະທໍາຂອງມວນຊົນ ແລະ ລະດັບອາລະຍະທໍາຂອງທົ່ວເຂດ, ສ້າງ IP ໃໝ່ຂອງວັດທະນະທຳງານບຸນປະເພນີ.


5191687194057475

群众现场学习做团扇 ■ 都市时报全媒体记者 毛亚南

6月19日,昆明市西山区2023年“我们的节日·精神的家园”端午节主题活动,在碧鸡街道西华社区举行,旨在让市民们增强文化自信,感受传统文化的魅力。

活动现场,端午节传统民俗文化互动体验项目丰富多彩,鲜绿的粽叶、白白的糯米、喜庆的枣子……各种色彩交织在一起,绘出了一幅端午节独有的画卷。精彩的文艺节目也轮番登台,让居民目不暇接,现场人头攒动、热闹非凡。

活动现场,志愿者宣读了《传承文明 品味端午倡议书》,倡导大家大力弘扬“奉献、友爱、互助、进步”的志愿精神,积极参加志愿服务活动,帮扶城乡贫困户、残障人士、空巢老人、留守儿童等困难群众和特殊群体,勇于担当社会责任,发挥先进引领作用。

本次活动进一步传承和弘扬了中华民族优秀传统文化,增强了群众的文化认同,发挥传统文化对培育和践行社会主义核心价值观的积极作用,引导全区广大干部群众弘扬爱国主义精神,让广大群众共享文化艺术繁荣发展的成果,不断提升人民群众的文化获得感、幸福感,提升广大群众文明素养和全区文明程度,打造传统节日文化新IP。(全媒体记者 毛亚南)

[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

06/20

15:53

ແບ່ງປັນ

ແປ
翻译