ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)ຕະຫຼາດເຊົ້າຫຼວງພະບາງເປັນສະຖານທີ່ທີ່ຕ້ອງໄປທ່ຽວທຸກຄັ້ງທີ່ໄປຫຼວງພະບາງ.ເມື່ອມາຮອດທ້ອງຖິ່ນກໍສາມາດຮູ້ສຶກເຖິງວັດທະນະທຳ ແລະ ຮີດຄອງປະເພນີທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນ.ເພື່ອນໆທີ່ມັກອາຫານແຊບຈະຫຼົງຮັກຕະຫຼາດຫຼວງພະບາງຢ່າງແນ່ນອນ ທີ່ນັ້ນມີອາຫານແຊບໆ ແລະ ເຄື່ອງຂອງແປກໆຫຼາຍປະເພດ.
ຕະຫຼາດເຊົ້າຫຼວງພະບາງແມ່ນໜຶ່ງໃນຕະຫລາດເຊົ້າທີ່ຄົນທ້ອງຖິ່ນມັກໄປເລາະ ແລະ ເຕັມໄປດ້ວຍຊີວິດຊີວາ.ອາກາດສົດຊື່ນ, ຖວາຍພຣະສົງ,ຜັກ ແລະ ໝາກໄມ້ຕາມລະດູການ,ອາຫານເຊົ້າແຊບໆ ແລະ ລາຄາຖືກ...ມີແຕ່ໃນເວລາຕອນເຊົ້ານີ້,ຫຼວງພະບາງທີ່ບໍ່ໄດ້ຮັບຄວາມລຳຄານຈາກນັກທ່ອງທ່ຽວ ຈຶ່ງສະແດງໃຫ້ເຫັນຮູບລັກສະນະທີ່ແທ້ຈິງຂອງມັນ.
ລັກສະນະແຈ້ງທີ່ສຸດຂອງຕະຫຼາດເຊົ້າແມ່ນຜັກ ແລະ ໝາກໄມ້ທັງຖືກທັງສົດ,ແລະຍັງມີອາຫານຫວ່າງຕ່າງໆ.ຫຼາຍໆເຄື່ອງທີ່ຄົນລາວຕັ້ງຮ້ານຂາຍນັ້ນແມ່ນເຂົາເຈົ້າຜະລິດເອງ ແລະ ຂາຍເອງ, ເມື່ອຕໍ່ລາຄາກັບເຂົາເຈົ້າ ແລະ ລົມກັນກັບເຂົາເຈົ້າ,ກໍ່ສະມາດຮູ້ສຶກເຖິງບັນຍາກາດທີ່ເປັນມິດ.
ຊຸດປະເພນີລາວຫຼາກຫຼາຍປະເພດ, ເຄື່ອງທີ່ລະນຶກທຸກປະເພດ.
ແຜ່ນແປ້ງປີ້ງທີ່ແຊບໆ,ທອດໄຄໝາກກ້ວຍທີ່ທາງນອກແຫ້ມ ແຕ່ທາງໃນອ່ອນນຸ່ມ,ເຄບາ ແລະ ໄສ້ກອກ ທີ່ທີ່ແຊບໆກອບໆ,ເຝີ ແລະ ເຂົ້າໜົມຫວານພື້ນເມືອງລາວ...ມີທຸກສິ່ງທຸກຢ່າງ.
ສໍາລັບຜູ້ທີ່ມັກກິນ,ນີ້ເປັນເມືອງສະຫວັນອາຫານ,ເປັນບ່ອນທີ່ສາມາດກິນໄດ້ຕະຫຼອດທາງ.
ອາຫານແຫ້ງ,ໝາກແກ່ນ ແລະ ເຄື່ອງເທດຖົງນ້ອຍໆ ເຕັມໄປດ້ວຍລົດຊາດລາວ.
ຊີ້ນປີ້ງໃຫຍ່,ປາປີ້ງ,ທອດໄຄ,ທອດໜັງງົວ ແລະ ອື່ນໆລ້ວນແຕ່ແມ່ນອາຫານທີ່ມັກທີ່ສຸດຂອງຄົນທ້ອງຖິ່ນ.
ຄວາມສະເໜ່ຂອງຕະຫຼາດເຊົ້າຫຼວງພະບາງ ບໍ່ພຽງແຕ່ແມ່ນຍ້ອນມີອາຫານຫວ່າງພິເສດເທົ່ານັ້ນ, ແຕ່ຍັງໄດ້ສຳຜັດກັບບາງສິ່ງທີ່ຢູ່ໃກ້ໆກັບບັນຍາກາດທ້ອງຖິ່ນ, ເຊິ່ງເຮັດໃຫ້ຮູ້ສຶກວ່ານີ້ຄືຊີວິດ!
每次到琅勃拉邦,早市是必打卡之地。只有深入当地,才能感受当地独特的文化和风俗。喜欢美食的小伙伴肯定会爱上琅勃拉邦的市场,那里有各种各样的美食,也有各种稀奇古怪的玩意儿。
拉邦早市是当地人常去的早市之一,这里充满了人间烟火的气息。清新的空气、化缘的僧侣、时令瓜果蔬菜、美味廉价的早餐......只有在清晨的这个时候,没有游客纷扰的琅勃拉邦才展现出了它最真实的样子。
早市中最大的特点就是蔬菜水果又便宜又新鲜,还有各色小吃,老挝人摆摊的很多东西都是自产自卖,与他们讲讲价,一声声交谈中,也觉得特别有人情味。
琳琅满目的老挝传统服饰,各式各样的纪念品,
又香又有嚼劲的烤饼、外焦里嫩的炸香蕉、香脆的老挝炸串和烤肠、老挝传统米粉和甜点......应有尽有。
对于吃货来说,这里简直是美食天堂,一路走一路吃。
干货、坚果以及一小包一小包的调料,满满的老挝风味。
大块的烤肉、烤鱼、炸青苔、炸牛皮等都是本地人的最爱。
[ບັນນາທິການ:ຄຳປະເສີດ]
[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]
ເມືອງເຟືອງ-ເມືອງ "ກຸ້ຍຫຼິນ" ຂອງປະເທດລາວ
ສະບາຍດີ 2023-05-31
ປະເທດລາວນິຍົມ“ຕັ້ງຄ້າຍ” ນໍ້າອຸ່ນເຕັມໄປດ້ວຍຜ້າເຕັ້ນຢ່າງຫຼາຍ
ສະບາຍດີ2023-04-12
ການທ່ຽວຫຼີ້ນປະເທດລາວ·ແນະນໍາຈຸດຊົມວິວນະຄອນຫຼວງວຽງຈັນ
ສະບາຍດີ2023-03-17
ຢູ່ປະເທດລາວ, ທຸກສິ່ງໄດ້ຕໍາ
2023-03-10
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
互联网新闻信息服务许可证:53120170004 增值电信业务经营许可证(ICP):滇B2-20090009-1
Copyright @Kunming Information Hub 2022. All Rights Reserved