ຕ້ອງມາ ນະຄອນແຊງຮີລາ ຄັ້ງໜຶ່ງໃນຊີວິດຂອງທ່ານ

ມາຈາກ:ສະບາຍດີ

ນະຄອນແຊງຮີລາ ແມ່ນສະຖານທີ່ທ່ອງທ່ຽວທີ່ຊາວໂລກປາດຖະໜາ.

1

"ດອກໄມ້ ກືນຊານ"ຢູ່ເທິງພູພຽງ

ສະບາຍດີ ນັກຂ່າວຄຳປະເສີດ)ການເດີນທາງໄປ ນະຄອນແຊງຮີລາ,ນອກເຫນືອຈາກການໄປທ່ຽວເຂດທິວທັດ Pudacuo ແລະ ເຂດທິວທັດ Songzanlin, ຍັງມີເສັ້ນທາງທີ່ສໍາຄັນອີກອັນຫນຶ່ງ,ແມ່ນການຂີ່ມ້າຢູ່ໃນທົ່ງຫຍ້າ Yila.

ເຂດສະຫງວນທໍາມະຊາດ Napahai ຕັ້ງຢູ່ໃນພາກຕາເວັນຕົກສຽງເຫນືອຂອງນະຄອນແຊງຮີລາ.ພູມສັນຖານຢູ່ທີ່ນີ້ແມ່ນຮາບພຽງ,ອ້ອມຮອບໄປດ້ວຍພູຜາ 3 ດ້ານ,ພູເຂົາໄດ້ປົກຄຸມດ້ວຍຫິມະ,ແມ່ນ້ຳ 10 ກວ່າສາຍເຊັ່ນ: ແມ່ນ້ຳ Naqu ແລະ ແມ່ນ້ຳ Naizi ໄຫຼລົງສູ່ທະເລ Napa.ມີທົ່ງຫຍ້າຫຼາຍແຫ່ງອ້ອມຮອບທະເລ Napa,ໃນລະດູແລ້ງຂອງລະດູຫນາວແລະລະດູໃບໄມ້ປົ່ງ,ທະເລ Napa ໄດ້ຫົດຕົວຫຼືແມ້ກະທັ້ງແຫ້ງແລ້ງ,ກາຍເປັນທົ່ງຫຍ້າຂະຫນາດໃຫຍ່-ທົ່ງຫຍ້າ Yila.

ເນື້ອທີ່ທັງຫມົດຂອງທົ່ງຫຍ້າ Yila ແມ່ນ 13 ຕາລາງກິໂລແມັດ ແລະ ທິວທັດໃນສີ່ລະດູການມີລັກສະນະຂອງຕົນເອງ.ອາກາດຢູ່ທີ່ນີ້ມີຄວາມຊຸ່ມຊື່ນ ແລະ ຫຍ້າຂຽວອຸ່ມທຸ່ມ,ເໝາະແກ່ການຂີ່ມ້າ,ເປັນໜຶ່ງໃນບັນດາສະຖານທີ່ນັກທ່ອງທ່ຽວໄປທ່ຽວ ນະຄອນແຊງຮີລາ.

2

ພົບກັບບ້ານ Xiagei ເປັນຄັ້ງທຳອິດ

ບ້ານ Xiagei ເປັນສະຖານທີ່ສະແດງວັດທະນະທໍາທິເບດ ແລະ ລະບົບນິເວດທໍາມະຊາດທີ່ດີເລີດ,ຫ່າງຈາກນະຄອນແຊງຮີລາ 15 ກິໂລແມັດ,ຕັ້ງຢູ່ໃນເສັ້ນທາງໄປເຂດທິວທັດ Pudacuo ແລະ ໃຊ້ເວລາຫຼາຍກວ່າ 10 ນາທີໂດຍລົດທີ່ຈະມາຮອດ.ບ້ານ Xiagei ອ້ອມຮອບໄປດ້ວຍພູເຂົາແລະແມ່ນໍ້າ, ມີທິວທັດທີ່ສວຍງາມ ແລະ ຮູບແບບສະຖາປັດຕະຍະກໍາຂອງທິເບດປົກກະຕິ,ຮູບແບບແມ່ນສົມເຫດສົມຜົນ.

ໃນຖານະເປັນປະຫວັດສາດພາວະສະຖິດ,ບ້ານ Xiagei ເປັນຈຸດຢຸດເຊົາທໍາອິດຂອງແລວທາງວັດທະນະທໍາ Shambhala ແລະ ເປັນແຫຼ່ງທ່ອງທ່ຽວວັດທະນະທໍາຊົນເຜົ່າຂະຫນາດໃຫຍ່ທີ່ປະສົມປະສານອາຄານທີ່ຢູ່ອາໄສຂອງຊົນເຜົ່າ,ຮີດຄອງປະເພນີ ແລະ ສິລະປະພື້ນເມືອງ.ໃຫ້ຜູ້ຄົນໄດ້ເຫັນທັດສະນະຄະຕິຕໍ່ຊີວິດ,ຊີວິດໃໝ່ທີ່ມີຊີວິດຊີວາ.

3

ຊົມທິວທັດ"ຢື້ດຈ້າວຈິດຊານ"ຢູ່ວັດ ເພີລາຍເສີດ.

ເມື່ອເດີນທາງໄປ ນະຄອນແຊງຮີລາ ເຂດ ດິດເຈີງ,ທ່ານຕ້ອງໄປວັດ ເພີລາຍເສີດໃນເມືອງ ດິດເສີດ,ເຊິ່ງເປັນຈຸດທີ່ສວຍງາມທີ່ສຸດທີ່ຈະສໍາຜັດກັບສະເໜ່ຂອງ "ຢື້ດຈ້າວຈິດຊານ".

ພູເຂົາຫິມະ Meili ເປັນພູທີ່ສັກສິດໃນທ້ອງຖິ່ນ,ພູເຂົາ Kawabogeຂອງພູເຂົາຫິມະ Meili ແມ່ນພູທີ່ສູງທີ່ສຸດໃນແຂວງຢຸນນານທີ່ມີຄວາມສູງ 6.740 ແມັດ,ເປັນພູເຂົາແຫ່ງດຽວໃນປະເທດຈີນທີ່ຫ້າມປີນຂຶ້ນຍ້ອນການປົກປັກຮັກສາວັດທະນະທໍາ.

ໃນຕອນເຊົ້າທີ່ຈະແຈ້ງ ແລະບໍ່ມີເມກ,ແສງຕາເວັນທີ່ກຳລັງລຸກຂຶ້ນຢູ່ເທິງພູຫິມະ Meili,ເນື່ອງຈາກຫິມະສີຂາວເຮັດໃຫ້ແສງຕາເວັນສະທ້ອນແສງ,ພູເຂົາຫິມະ Meili ຖືກປົກຄຸມດ້ວຍແສງສີທອງທີ່ສົດໃສ,ເຊິ່ງແມ່ນທິວທັດ"ຢື້ດຈ້າວຈິດຊານ".

ຄວາມງາມທີ່ບໍ່ມີໃຜທຽບໄດ້ຂອງພູພຽງ ແລະ ຮີດຄອງປະເພນີຂອງຊົນເຜົ່າທີ່ເປັນເອກະລັກສະເພາະແມ່ນສະເໜ່ຂອງ ນະຄອນແຊງຮີລາ.

香格里拉是世人向往的旅游胜地。

1

高原上的“格桑花”

到香格里拉旅游,除了游普达措、松赞林景区外,还有一个重要行程,那就是去依拉草原骑马。

纳帕海自然保护区位于香格里拉市城区西北部。这里地势平坦,三面环山,山岭积雪,纳曲河、奶子河等10余条河弯弯曲曲注入纳帕海。纳帕海周边是一片片草场,到了冬春旱季,湖面缩小甚至干涸,变成大片的沼泽草甸——依拉草原。

依拉草原总面积13平方公里,四季景致各有特色。这里气候湿润,牧草茂盛,特别适合骑马,是人们去香格里拉旅游的打卡点之一。

2

初见霞给村

霞给村是展示藏族优秀文化和自然生态的场所,距香格里拉市城区15公里,位于去普达措景区的路上,坐车10多分钟就到了。霞给村依山傍水,风景如画,典型的藏式建筑布局巧妙,错落有致。

作为静态的历史,霞给村是香巴拉文化走廊的第一站和文脉延续的载体,是一个集民族民居建筑、民俗风情、民间艺术于一体的大型民族文化游览区,让人看到一种摸得着的生活态度,一种冒着热气的新生活。

3

在飞来寺看“日照金山”

到迪庆香格里拉旅游,必去德钦县飞来寺,那里是感受“日照金山”魅力的最佳景点。

梅里雪山是当地的神山,其海拔6740米的主峰卡瓦博格是云南最高峰,是中国唯一因文化保护而禁止攀登的、未被征服的“处女峰”。

在晴朗无云的清晨,当初升的太阳照在梅里雪山上,因白雪折射阳光,梅里连绵的山峰被明亮的金色光芒所笼罩,这就是“日照金山”。

举世无双的高原美景与独特的民族风情,正是香格里拉魅力所在。


[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

06/28

10:40

ແບ່ງປັນ

ແປ
翻译