ການແກະສະຫຼັກໄມ້ໃນ ເມືອງ ຈ່າງຊວນ:ສືບທອດທັກສະຂອງຫຼາຍພັນປີ,ຍຶດຫມັ້ນອຸດົມການຂອງຊ່າງຫັດຖະກໍາ.

ມາຈາກ:ສະບາຍດີ

1

ສະບາຍດີ ນັກຂ່າວຄຳປະເສີດ)ໃນຊຸມປີມໍ່ໆມານີ້,ຊ່າງແກະສະຫຼັກໄມ້ຢູ່ເມືອງ ຈ່າງຊວນເຂດປົກຄອງຕົນເອງຊົນເຜົ່າໄບ ດາລີ ແຂວງຢຸນນານໄດ້ສືບຕໍ່ປະດິດສ້າງໃໝ່,ເພີ່ມກຳລັງແຮງໃໝ່ເຂົ້າໃນການສືບທອດແລະປະດິດສ້າງຂອງໂຄງການມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸນີ້.

2

ທ່ານ ຈ້າວສູ້ລີນ ຜູ້ສືບທອດການແກະສະຫລັກໄມ້ຂັ້ນແຂວງຂອງເມືອງ ຈ່າງຊວນ ໄດ້ແນະນຳວ່າ,ການແກະສະຫລັກໄມ້ ເມືອງ ຈ່າງຊວນມີປະຫວັດສາດອັນຍາວນານ ແລະ ມີລັກສະນະຊົນເຜົ່າຂອງທ້ອງຖິ່ນທີ່ອຸດົມສົມບູນ,ທັງແມ່ນມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸແຫ່ງຊາດ.ໃນເວລາຫຼາຍພັນປີຜ່ານມາ,ປະຊາຊົນເມືອງ ຈ່າງຊວນ ໄດ້ບໍາລຸງກຸ່ມຊ່າງຫັດຖະກຳ, ໄດ້ສ້າງເຄື່ອງຫັດຖະກໍາແກະສະຫຼັກໄມ້ທີ່ສວຍງາມ.

3

ຕາມຂ່າວແຈ້ງໃຫ້ຮູ້ວ່າ,ການແກະສະຫຼັກໄມ້ຂອງເມືອງ ຈ່າງຊວນ ມີຫົວຂໍ້ທີ່ກວ້າງຂວາງ,ຮູບຮ່າງທີ່ສະຫງ່າງາມ ແລະ ຮູບພາບທີ່ມີຊີວິດຊີວາ,ໂຄງປະກອບແມ່ນອອກແບບຢ່າງລະອຽດ ແລະ ເປັນເອກະພາບ,ກໍາມະວິທີການຜະລິດທີ່ປານີດ,ຮູບແບບການແກະສະຫຼັກຕົ້ນຕໍມີຄົນ, ສັດ ແລະ ດອກໄມ້ 3 ປະເພດ.

4

ປະຈຸບັນ,ເມືອງ ຈ່າງຊວນ ມີຄອບຄົວດໍາເນີນທຸລະກິດແກະສະຫຼັກໄມ້ທີ່ເຮັດດ້ວຍຕົນເອງ 1.500 ກວ່າຄອບຄົວ, ວິສາຫະກິດແກະສະຫຼັກໄມ້ເອກະຊົນ 116 ແຫ່ງ, ມີ 34 ເຄື່ອງໝາຍການຄ້າຍີ່ຫໍ້, ມີນັກວິຊາການ 980 ຄົນທີ່ໄດ້ຮັບການຢັ້ງຢືນ ແລະ ອອກໃບຢັ້ງຢືນວິຊາສະເພາະຈາກລັດ, ແຂວງ ແລະ ເຂດ.


1

近年来,云南省大理白族自治州剑川县的木雕匠人不断推陈出新,为这项非遗项目的传承和创新注入了新的力量。

2

剑川木雕省级传承人赵树林介绍,剑川木雕历史悠久,具有浓郁的地方民族特色,是国家级非物质文化遗产。千百年来,剑川县的百姓在一锤一斧、一刨一凿间孕育了一批能工巧匠,创造了精巧的木雕工艺。

3

据了解,剑川木雕题材广泛,造型优美,形象生动逼真,构图严谨统一,工艺精美细腻,雕刻图案主要有人物、动物和花卉三类。

4

目前,剑川县有1500余家木雕个体经营户,116家木雕私营企业,品牌商标34个,经国家和省、州确认颁发专业技术证书的技术人员有980人。(新华网 记者康静 李晶晶 吴丹)


[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

06/26

17:52

ແບ່ງປັນ

ແປ
翻译