ນະຄອນຄຸນມິງໄດ້ຈັດກິດຈະກຳແລກປ່ຽນວັດທະນະທຳລະຫວ່າງຊາວໜຸ່ມຈີນ-ລາວ

ມາຈາກ:ສະບາຍດີ

1419132_2048x2048

ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 3 ມິຖຸນານີ້,ນະຄອນຄຸນມິງໄດ້ຈັດກິດຈະກຳແລກປ່ຽນວັດທະນະທຳລະຫວ່າງຊາວໜຸ່ມຈີນ-ລາວ"ຊຸກຍູ້ການພັດທະນາຊາວໜຸ່ມແລະຮ່ວມກັນສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ".

ກິດຈະກໍາດັ່ງກ່າວໄດ້ຈັດຂື້ນຮ່ວມກັນໂດຍຄະນະກໍາມະຊາວຫນຸ່ມກອມມູນິດນະຄອນຄຸນມິງ,ຫ້ອງການສາຍພົວພັນກັບຕ່າງປະເທດຄຸນມິງ,ວິທະຍາໄລເຕັກນິກ-ວິຊາຊີບທາງລົດໄຟຄຸນມິງ,ເພື່ອແນໃສ່ຖືໂອກາດອຂອງນະຄອນຄຸນມິງຊຸກຍູ້ວຽກງານທົດລອງສ້າງເມືອງພັດທະນາຊາວໜຸ່ມແຫ່ງຊາດຢ່າງຄົບຖ້ວນ,ເພື່ອຊ່ວຍສ້າງ"ໜຶ່ງແລວທາງໜຶ່ງເສັ້ນທາງ" ແລະ ສືບຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຈີນ-ລາວ.

ທ່ານ ດ່າວປອຍ ຈັນທະນາສິນ ຮອງກົງສຸນໃຫຍ່ລາວປະຈໍານະຄອນຄຸນມິງກັບບັນດາຄູ-ອາຈານ ແລະ ນັກສຶກສາຕ່າງປະເທດຈາກລາວ ທີ່ຮັບຝຶກອົບຮົມຢູ່ວິທະຍາໄລເຕັກນິກ-ວິຊາຊີບນະຄອນຄຸນມິງເຂົ້າຮ່ວມກິດຈະກຳດັ່ງກ່າວ.

ໃນກອງປະຊຸມແລກປ່ຽນ,ຜູ້ຕາງໜ້າຊາວໜຸ່ມຈີນແລະລາວ 7 ຄົນໄດ້ປະສົບການໃນການຮ່ຳຮຽນ,ເລີ່ມດຳເນີນທຸລະກິດ ແລະ ການເຮັດວຽກ,ແລະໄດ້ດຳເນີນການແລກປ່ຽນຢ່າງເລິກເຊິ່ງໃນຫົວຂໍ້ຄື:"ສູນກາງພັດທະນາທີ່ສົ່ງຜົນສະທ້ອນອັນກວ້າງຂວາງຕໍ່ພາກພື້ນອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້ ເມືອງລະດູບານໄມ້ປົ່ງທີ່ເບີດປະຕູສູ່ພາຍນອກ",ມິດຕະພາບລະຫວ່າງຊາວໜຸ່ມຈີນແລະລາວ,ແລະປະຊາຄົມຮ່ວມຊາຕາກຳຈີນ-ລາວ.

ຕໍ່ໄປ,ຄະນະກໍາມະຊາວຫນຸ່ມກອມມູນິດນະຄອນຄຸນມິງຈະສືບຕໍ່ສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງຂອງນະຄອນຄຸນມິງ,ເພື່ອແນໃສ່ຖືໂອກາດຊຸກຍູ້ວຽກງານທົດລອງສ້າງເມືອງພັດທະນາຊາວໜຸ່ມແຫ່ງຊາດ,ໂດຍອີງໃສ່ການກໍ່ສ້າງທາງລົດໄຟລາວ-ຈີນ ແລະ ດ່ານສາກົນຊາຍແດນ ບໍ່ຫານເພື່ອໃຫ້ຊາວໜຸ່ມຫຼາຍກວ່າຈະປະກອບສ່ວນເຂົ້າໃນການກໍ່ສ້າງ "6 ຫົວຂໍ້ຂອງເມືອງລະດູບານໄມ້ປົ່ງ".


1419132_2048x2048

6月3日,昆明市“助推青年发展,共建‘一带一路’”中老青年文化交流活动举行。

活动由共青团昆明市委、昆明市外办、昆明铁道职业技术学院联合举办,旨在以昆明市全力推进全国青年发展型城市建设试点工作为契机,助力“一带一路”建设,赓续中老传统友谊。

老挝驻昆副总领事岛派·占塔纳昕,在昆明铁道职业技术学院接受培训的全体老挝青年教师及留学生参加活动。

交流座谈会上,7位中老青年代表结合自己的求学、创业就业经历,围绕“辐射中心 开放春城”、中老青年友谊、中老命运共同体等话题展开深入交流。

下一步,共青团昆明市委将继续联合昆明市相关部门,以推进全国青年发展型城市建设试点工作为契机,依托中老铁路、磨憨国际口岸城市等建设工作,让更多青年在“六个春城”建设中贡献青春力量。(云南网 记者张琦敏 通讯员金彦彤)


[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

06/07

11:28

ແບ່ງປັນ

ແປ
翻译