ເຂດວາງສະແດງແຂວງຢຸນນານໄດ້ໄຂຂຶ້ນຢູ່ງານວາງສະແດງອຸດສາຫະກຳວັດທະນະທຳສາກົນ ເຊີນເຈີ້ນ

ມາຈາກ:ສະບາຍດີ

1423703

ສະບາຍດີ ນັກຂ່າວຄຳປະເສີດ)ງານວາງສະແດງອຸດສາຫະກຳວັດທະນະທຳສາກົນຄັ້ງທີ 19 ຂອງຈີນ(ເສິນເຊິນ) ໄດ້ໄຂຂຶ້ນໃນວັນທີ 7 ມິຖຸນານີ້,ແຂວງຢຸນນານໄດ້ສ້າງຄວາມປະທັບໃຈດ້ວຍຫົວຂໍ້ວ່າ"ມີສິ່ງໜຶ່ງທີ່ເອີ້ນວ່າການໃຊ້ຊີວິດຢູ່ແຂວງຢຸນນານ".

ເຂົ້າໄປໃນເຂດວາງສະແດງແຂວງຢຸນນານ,ຫນ້າຈໍຂະຫນາດໃຫຍ່ທີ່ມີຄວາມຄົມຊັດສູງຢູ່ເທິງສຸດເປັນຫນ້າຈໍຮູບ "L",ສາມາດເບິ່ງທ້ອງຟ້າສີຟ້າ ແລະ ເມກສີຂາວຂອງແຂວງຢຸນນານໃນເວລາທີ່ທ່ານເບິ່ງຂຶ້ນ.ການຟ້ອນນົກຍຸງໄດ້ດຳເນີນຢູ່ທາງເຂົ້າຂອງເຂດວາງສະແດງ,ໄດ້ດຶງດູດນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ,ໃນນັ້ນເຂດວາງສະແດງແມ່ນຄຶກຄື້ນໄປດ້ວຍຄົນ ແລະ ໃນມື້ທຳອິດຂອງງານວາງສະແດງກໍ່ມີຫຼາຍຄົນ.

ວິສາຫະກິດວັດທະນະທໍາ 32 ແຫ່ງທີ່ດີເລີດຂອງແຂວງຢຸນນານໄດ້ສະແດງຜະລິດຕະພັນວັດທະນະທຳທີ່ສວຍງາມ,ໃນນັ້ນມີບັນດາມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸເຊັ່ນ:ເຄື່ອງຖັກແສ່ວຊົນເຜົ່າ ຢີ້,ກະເບື້ອງແມວ,ເຄື່ອງປັ້ນດິນເຜົາສີມ່ວງ,ເປັນເອກະລັກສະເພາະຂອງບັນດາຜະລິດຕະພັນຢຸນນານເຊັ່ນ:ຊາຢຸນນານ,ກາເຟຢຸນນານ,ໝາກໄມ້ຢຸນນານ.

ງານວາງສະແດງອຸດສາຫະກຳວັດທະນະທຳສາກົນ ເຊີນເຈີ້ນຄັ້ງນີ້ຈະແກ່ຍາວຮອດວັນທີ11ມິຖຸນານີ້.ໃນໄລຍະນີ້,ແຂວງຢຸນນານຈະຮ່ວມມືກັບສື່ມວນຊົນນະຄອນ ເຊີນເຈີ້ນ ຮ່ວມກັນເປີດກິດຈະກຳອິນເຕີເນັດ "ເມື່ອລົມຢູນນານພັດມານະຄອນເຊີນເຈີ້ນ-ເອົາຂອງຂວັນວັດທະນະທຳ ແລະ ງານວາງສະແດງສິນຄ້າຈາກແຂວງຢຸນນານມາໃຫ້ທ່ານ".ພົນລະເມືອງຂອງ ເຊີນເຈີ້ນ ໄດ້ຖືກເຊີນໃຫ້ເຂົ້າຮ່ວມງານພົບປະທາງອີນເຕີເນັດ ແລະ ຫຼັງຈາກອອກຄໍາເຫັນ ແລະ ກົດຖືກໃຈ,ສາມາດໄດ້ຮັບຜະລິດຕະພັນວັດທະນະທໍາ,ດອກໄມ້,ຊາ,ກາເຟ ແລະ ຂອງຂວັນອື່ນໆໃນເຂດວາງສະແດງແຂວງຢຸນນານ.


1423703

第十九届中国(深圳)国际文化产业博览交易会(以下简称“深圳文博会”)于6月7日开幕,我省以“有一种叫云南的生活”为主题精彩亮相。

步入云南展区,顶部的高清大屏组成“L”形天幕,抬头便能看到云南的蓝天白云,展区入口上演着灵动孔雀舞,吸引了众多参观者,展区内人头攒动,文博会第一天就赚足了人气。

云南32家优秀文化企业携精美文创产品集体亮相,既有彝绣、瓦猫、紫陶等非遗佳作,也有云茶、云咖、云果等特色云品。

本次深圳文博会将持续至6月11日。期间我省将与深圳媒体携手,联合发起“当云南的风吹到深圳——为你带来一份来自云南的文博礼物”网络互动活动,现场邀请深圳市民网络互动,留言点赞后,可领取云南展区文创产品、鲜花、茶叶、咖啡等礼品。(云南日报 记者秦明豫)

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

06/09

14:20

ແບ່ງປັນ

ແປ
翻译