ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ໃນປີ 2022, ແຂວງຢຸນນານຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການຊຸກຍູ້ການພັດທະນາເສດຖະກິດເອກະຊົນ, ສຸມໃສ່ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ດີ, ກະຕຸ້ນກຳລັງຂັບເຄື່ອນທີ່ເກີດຂຶ້ນຢູ່ພາຍໃນຂອງວິສາຫະກິດເອກະຊົນຢ່າງມີປະສິດທິຜົນ, ເຮັດໃຫ້ຜູ້ປະກອບການໃນຕະຫຼາດທີ່ເພີ່ມຂຶ້ນໃໝ່ສືບຕໍ່ມີກຳລັງແຮງ, ເສດຖະກິດເອກະຊົນແຂວງຢຸນນານສືບຕໍ່ຟື້ນຟູຂຶ້ນ, ໄດ້ປະກອບສ່ວນເຂົ້າໃນເສດຖະກິດອັນໝັ້ນທ່ຽງ.
ຕາມຂໍ້ມູນຂອງກົມສະຖິຕິແຂວງ, ໃນຕົ້ນ 3 ໄຕມາດຂອງປີ 2022, ເສດຖະກິດເອກະຊົນຂອງແຂວງບັນລຸມູນຄ່າເພີ່ມ 1,095,6 ຕື້ຢວນ, ເພີ່ມຂຶ້ນ 4.0% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ຄວາມໄວການເຕີບໂຕໄດ້ເພີ່ມຄືນ 0.4 ຈຸດເປີເຊັນ ເມື່ອທຽບໃສ່ຕົ້ນເຄິ່ງປີ, ຄວາມໄວການເພີ່ມຂຶ້ນຂອງ GDP ໃນໄລຍະດຽວກັນສູງກ່ວາ 0.2 ຈຸດເປີເຊັນ, ກວມເອົາ 52,6%ຂອງGDP, ອັດຕາການປະກອບສ່ວນໃຫ້ GDP ແມ່ນ 55.4%, ເຊິ່ງຍົກສູງ 2.8 ຈຸດເປີເຊັນເມື່ອທຽວໃສ່ຕົ້ນເຄິ່ງປີ.
ເສດຖະກິດອຸດສາຫະກຳພວມພັດທະນາຢ່າງແຂງແຮງ, ບົດບາດສະໜັບສະໜູນໄດ້ຮັບການເສີມຂະຫຍາຍ. ໃນຕົ້ນສາມໄຕມາດ, ອຸດສາຫະກໍາເອກະຊົນຂອງແຂວງມີມູນຄ່າເພີ່ມ 220.51 ຕື້ຢວນ, ເພີ່ມຂຶ້ນ 8.2% ຂອງປີ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022,ເຊິ່ງສູງກວ່າຄວາມໄວການເຕີບໂຕສຳລັບມູນຄ່າເພີ່ມຂອງອຸດສາຫະກຳທັງໝົດ 2.1 ຈຸດເປີເຊັນ, ແລະປະກອບສ່ວນ 41.3 % ຕໍ່ກັບເສດຖະກິດເອກະຊົນ. ພາຍໃຕ້ຊຸກຍູ້ໂດຍອຸດສາຫະກໍາທີ່ສໍາຄັນເຊັ່ນເອເລັກໂຕຣນິກແລະໂລຫະສີ, ບົດບາດການສະຫນັບສະຫນູນຂອງອຸດສາຫະກໍາເອກະຊົນໄດ້ຮັບການເພີ່ມເຕີມ. ຈາກເດືອນມັງກອນຫາເດືອນທັນວາ, ມູນຄ່າເພີ່ມຂອງອຸດສາຫະກໍາເອເລັກໂຕຣນິກແລະໂລຫະສີໄດ້ເພີ່ມຂຶ້ນ 58.0% ແລະ 15.7% ຕາມລໍາດັບ, ອັດຕາປະກອບສ່ວນຕໍ່ຄວາມໄວການເຕີບໂຕຂອງອຸດສາຫະກຳດັ່ງກ່າວເປັນ 64.2%, ເພີ່ມຂຶ້ນ 3.9 ຈຸດເປີເຊັນຈາກເດືອນມັງກອນຫາເດືອນພະຈິກ.
ການລົງທຶນເອກະຊົນຍັງສືບຕໍ່ເພີ່ມຂຶ້ນ, ການລົງທຶນອຸດສາຫະກຳໄດ້ບຸກທະລຸສະຖິຕິ. ນັບແຕ່ເດືອນມັງກອນຫາເດືອນທັນວາ, ການລົງທຶນຂອງພາກເອກະຊົນຂອງແຂວງເພີ່ມຂຶ້ນ 5.3% ເມື່ອທຽບໃສ່ປີກາຍ, ກວມເອົາ 43.1% ຂອງການລົງທຶນທັງໝົດ, ຊຸກຍູ້ການລົງທຶນທັງໝົດເພີ່ມຂຶ້ນ 2.3 ຈຸດເປີເຊັນ. ໃນນັ້ນ, ການລົງທຶນພາກເອກະຊົນອຸດສາຫະກຳມີ 401.956 ຕື້ຢວນ, ເພີ່ມຂຶ້ນ 38.9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ເພີ່ມຂຶ້ນ 38.9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ການລົງທຶນດ້ານອຸດສາຫະກຳທີ່ເອົາການລົງທຶນຂອງເອກະຊົນເປັນຫຼັກໄດ້ບຸກທະລຸສະຖິຕິ, ການລົງທຶນອຸດສາຫະກໍາຂອງແຂວງເພີ່ມຂຶ້ນ 42.5% ເມື່ອທຽບໃສ່ປີກາຍ, ກວມເອົາ 40.6% ຂອງການລົງທຶນທັງຫມົດ, ເປັນອັດຕາສ່ວນທີ່ໃຫຍ່ທີ່ສຸດນັບຕັ້ງແຕ່ "ແຜນການ 5 ປີຄັ້ງທີ 13".
ສະພາບແວດລ້ອມຂອງການດຳເນີນທຸລະກິດໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ, ແລະຜູ້ປະກອບການໃນຕະຫຼາດພວມພັດທະນາຢ່າງຕັ້ງໜ້າ. ໃນປີ 2022, ແຂວງຈະສືບຕໍ່ສົ່ງເສີມແຜນການຜັນຂະຫຍາຍຜູ້ປະກອບການໃນຕະຫຼາດອັນພະຫຸຄູນ, ແລະ ສືບຕໍ່ຊຸກຍູ້ບັນດາຜູ້ປະກອບການໃນຕະຫຼາດໃຫ້ນັບມື້ນັບເພີ່ມຂຶ້ນ, ເຕີບໂຕໃຫຍ່ກວ່າ, ມີຊີວິດຊີວາຂຶ້ນ, ເຂັ້ມແຂງຂຶ້ນ. ມາຮອດທ້າຍເດືອນທັນວານີ້, ໃນທົ່ວແຂວງມີຜູ້ປະກອບການໃນຕະຫຼາດ 4,9102 ລ້ານຫົວໜ່ວຍ, ເພີ່ມຂຶ້ນສຸດທິ 800,500 ຫົວໜ່ວຍ, ເພີ່ມຂຶ້ນ 19,5% ເມື່ອທຽບໃສ່ທ້າຍປີ 2021.
ໃນນັ້ນ, ຈຳນວນວິສາຫະກິດຕົວຈິງບັນລຸ 1 ລ້ານກວ່າແຫ່ງ, ບັນລຸ 1.0369 ລ້ານແຫ່ງ, ເພີ່ມຂຶ້ນ 165,700 ແຫ່ງເມື່ອທຽບໃສ່ກັບທ້າຍປີ 2021, ເຊິ່ງແມ່ນ 2 ເທົ່າຂອງການເຕີບໂຕສະເລ່ຍແຕ່ລະປີໃນໄລຍະ “ແຜນການ 5 ປີຄັ້ງທີ 13”. ນັບມາຮອດທ້າຍເດືອນທັນວາ, ຈຳນວນວິສາຫະກິດ “4 ເທິງ” ໃນແຂວງບັນລຸໄດ້ 18,324 ແຫ່ງ, ເພີ່ມຂຶ້ນ 2,100 ແຫ່ງເມື່ອທຽບໃສ່ກັບທ້າຍປີ 2021, ເພີ່ມຂຶ້ນ 12.9%. ໃນນັ້ນ, ຂະແໜງການຂາຍສົ່ງ, ຂາຍຍ່ອຍ, ການພັກ ແລະການກິນອາຫານເທິງຂະໜາດທີ່ກຳນົດໄວ້ໄດຂະຫຍາຍເຖິງ 988 ແຫ່ງ, ເພີ່ມຂຶ້ນ 17.4%. ຂະແໜງການບໍລິການເທິງຂະໜາດເພິ່ມຂຶ້ນ 274 ແຫ່ງ, ເພີ່ມຂຶ້ນ 13.5%. ຂະແໜງການກໍ່ສ້າງທີ່ມີຄຸນນະພາບເພີ່ມຂຶ້ນ 622 ແຫ່ງ, ເພີ່ມຂຶ້ນ 15.5%. ອຸດສາຫະກຳເທິງຂະໜາດເພີ່ມຂຶ້ນ 216 ແຫ່ງ, ເພີ່ມຂຶ້ນ 4.8%.
2022年,我省深入贯彻落实促进民营经济发展各项政策措施,着力营造良好发展环境,有效激发民营企业内生动力,新增市场主体持续活跃,民营经济持续稳固恢复,为稳住全省经济大盘贡献了重要力量。
省统计局数据显示,2022年前三季度,全省民营经济实现增加值10956亿元,同比增长4.0%,增速较上半年回升0.4个百分点,高于同期GDP增幅0.2个百分点,占GDP的比重为52.6%,对GDP的贡献率为55.4%,贡献率较上半年提高2.8个百分点。
工业经济发展强劲,支撑作用提升。前三季度,全省民营工业实现增加值2205.1亿元,同比增长8.2%,高于全部工业增加值增速2.1个百分点,对民营经济的贡献率达41.3%。在电子、有色等重点行业拉动下,民营工业支撑作用进一步增强。1至12月,电子、有色行业增加值分别增长58.0%、15.7%,合计对规上工业增速的贡献率为64.2%,较1至11月提高3.9个百分点。
民间投资持续增长,产业投资创历史新高。1至12月,全省民间投资同比增长5.3%,占全部投资的比重为43.1%,拉动全部投资增长2.3个百分点。其中,产业类民间投资4019.56亿元,同比增长38.9%。以民间投资为主的产业投资创历史新高,全省产业投资同比增长42.5%,占全部投资的比重为40.6%,是自“十三五”以来的最大比重。
营商环境持续优化,市场主体发展活跃。2022年,全省深入推进市场主体倍增计划,持续推动市场主体多起来、大起来、活起来、强起来。截至12月末,全省实有市场主体491.02万户,较2021年底净增80.05万户,增长19.5%。
其中,实有企业数突破百万大关,达103.69万户,较2021年底净增16.57万户,是“十三五”期间年均增长量的两倍。新增“四上”企业数创历史新高,截至12月末,全省“四上”企业数达到18324户,较2021年底净增2100户,增长12.9%。其中,限额以上批零住餐业净增988户,增长17.4;规模以上服务业净增274户,增长13.5%;有资质建筑业净增622户,增长15.5%;规上工业净增216户,增长4.8%。(云南日报 记者胡晓蓉)
ຄຸນນະພາບ ແລະ ຈໍານວນທັງຍົກສຸງພ້ອມ! ປີ 2022 ຈໍານວນຜູ້ປະກອບການໃນຕະຫຼາດຕົວຈິງຂອງແຂວງຢູນານມີ 4,91ລ້ານຫົວໜ່ວຍ
ສະບາຍດີ2023-01-18
ສະພາການຄ້າເສຊວນທົ່ວໂລກໄດ້ໄປເຂດໃໝ່ ດ່ຽນຈ່ອງ ຂອງແຂວງຢຸນນານເພື່ອຊອກຫາໂອກາດພັດທະນາ
ສະບາຍດີ2023-01-03
ໂຄງການສູນສາທິດລະບົບຕ່ອງໂສ້ການສະໜອງສາກົນໄດ້ເລີ່ມການກໍ່ສ້າງ
ສະບາຍດີ2022-12-30
ປີໜ້າແຂວງຢຸນນານມີແຜນຈະສ້າງຫ້ອງທົດລອງທີ່ສຳຄັນ 14 ແຫ່ງ
ສະບາຍດີ2022-12-30
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
02/13
09:34
— ແບ່ງປັນ —