ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ສົ່ງເສີມທາງລົດໄຟເຊຶ່ອມໂຍງເຊື່ອຕໍ່ຢ່າງຕໍ່ເນື່ອງ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວຄຳປະເສີດ)ປະຈຸບັນ,ທາງລົດໄຟຈີນ-ໄທກຳລັງກໍ່ສ້າງຢ່າງຟົດຟື້ນ.ພາຍຫຼັງໂຄງການກໍ່ສ້າງສຳເລັດແລ້ວ,ຈະເຊື່ອມຕໍ່ກັບທາງລົດໄຟລາວ-ຈີນ.ພ້ອນກັນນັ້ນ,ລົດໄຟຂົນສົ່ງສິນຄ້າ“ລົດໄຟຄວາມໄວດ່ວນອາຊຽນ”ທີ່ຂ້າມສາມປະເທດມາເລເຊຍ,ໄທ ແລະ ລາວ ໄດ້ເລີ່ມດຳເນີນໄປຢ່າງຕັ້ງໜ້າ,ມາເລເຊຍສືບຕໍ່ຊຸກຍູ້ການກໍ່ສ້າງທາງລົດໄຟຝັ່ງຕາເວັນອອກ ແລະ ຊຸກຍູ້ການເຊື່ອມຕໍ່ກັບທາງລົດໄຟຄວາມໄວສູງຂອງໄທຢ່າງຕັ້ງໜ້າ.ກຳປູເຈຍແລະລາວຍັງປຶກສາຫາລືກ່ຽວກັບການກໍ່ສ້າງທາງລົດໄຟຄວາມໄວສູງເພື່ອເຊື່ອມຕໍ່ສອງປະເທດ......ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ໄດ້ຊຸກຍູ້ການກໍ່ສ້າງທາງລົດໄຟ ແລະ ການເຊື່ອມຕໍ່ຍຸດທະສາດຢ່າງຕໍ່ເນື່ອງ,ແລະລະດັບການເຊື່ອມຕໍ່ໃນພາກພື້ນຍັງສືບຕໍ່ເພີ່ມຂື້ນ.

ໂຄງການກໍ່ສ້າງທາງລົດໄຟຈີນ-ໄທໄລຍະທຳອິດໄດ້ດຳເນີນໄປຢ່າງຮອບດ້ານ

ເມືອງປາກຊ່ອງຕັ້ງຢູ່ແຂວງນອນລາດສະສີມາ,ພາກຕາເວັນອອກສຽງເຫນືອຂອງປະເທດໄທ,ຫມາຍຄວາມວ່າ"ຜ່ານພູ"ໃນພາສາໄທ.ເມືອງປາກຊ່ອງ ແລະ ແຂວງຣາຊະສີມາ ເປັນປະຕູທາງຈາກພາກກາງຂອງໄທໄປສູ່ 20 ແຂວງໃນພາກຕາເວັນອອກສຽງເໜືອ,ແຂວງຣາຊະສີມາຍັງເປັນຈຸດສິ້ນສຸດຂອງເສັ້ນທາງລົດໄຟຈີນ-ໄທໄລຍະທຳອິດ.ປັດຈຸບັນ,ທາງລົດໄຟຈີນ-ໄທໄລຍະທຳອິດໄດ້ເຂົ້າສູ່ໄລຍະກໍ່ສ້າງຢ່າງຮອບດ້ານ.

ນອກຈາກແຂວງນອນລາດສະສີມາ,ທາງລົດໄຟຈີນ-ໄທແມ່ນໄດ້ຮັບການກໍ່ສ້າງໃນແຂວງພະນະຄອນສີອະຍຸດທະຍາ,ແຂວງສະຣະບູລີ ແລະ ແຂວງອື່ນໆຕາມເສັ້ນທາງ.

ແຜນການເຊື່ອມຕໍ່ທາງລົດໄຟໃນພາກພື້ນເລັ່ງການສົ່ງເສີມ

ເມື່ອບໍ່ດົນມານີ້,ຄະນະຜູ້ແທນຈາກພາກສ່ວນທາງລົດໄຟ ແລະ ພາກສ່ວນດ່ານພາສີຂອງໄທໄດ້ມາຢ້ຽມຢາມລາວ,ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຮ່ວມມື,ທາງລົດໄຟຈີນ-ລາວ-ໄທອາດຈະຫຼຸດຄ່າຂົນສົ່ງສິນຄ້າລົງ 30%-50% ໃນ 3-5 ປີຕໍ່ໜ້າ.ໃນປີຜ່ານມາ,ປະເທດໄທຍັງໄດ້ເລັ່ງລັດຂະບວນການເຊື່ອມຕໍ່ທາງລົດໄຟຈີນ-ລາວ-ໄທຢ່າງໄວ,ລວມທັງການຍົກລະດັບຕາໜ່າງຄົມມະນາຄົມພາຍໃນປະເທດ ແລະ ການປັບປຸງອຸປະກອນຮາດແວທາງລົດໄຟ,ແລະປັບປຸງຄວາມສາມາດການເກັບມ້ຽນສິນຄ້າ,ການຂົນສົ່ງສິນຄ້າ ແລະ ການກວດພະຍາດໃນພາກຕາເວັນອອກສຽງເໜືອຂອງໄທ.ນອກຈາກນີ້,ປະເທດໄທຍັງຫວັງຈະພັດທະນາທາງລົດໄຟຄວາມໄວສູງໃນທາງພາກໃຕ້ເພື່ອເຊື່ອມຕໍ່ກັບປະເທດຕ່າງໆເຊັ່ນ:ຈີນ,ລາວ,ມາເລເຊຍ ແລະ ສິງກະໂປ,ເພີ່ມຄວາມສາມາດດ້ານຄົມມະນາຄົມການຂົນສົ່ງ ແລະ ຊຸກຍູ້ການພັດທະນາການທ່ອງທ່ຽວໃນພາກພື້ນ ອາຊຽນ.

ການເຊື່ອມຕໍ່ຂອງທາງລົດໄຟຈີນ-ລາວ-ໄທຈະເພີ່ມລະດັບການພັດທະນາຂອງອະນຸພາກພື້ນຢ່າງຫຼວງຫຼາຍ,ແລະແຫຼມອິນດູຈີນຈະກ້າວເຂົ້າສູ່ຍຸກຂອງທາງລົດໄຟຄວາມໄວສູງຢ່າງເຕັມທີ່ຢ່າງຮອບດ້ານ.

ການເຊື່ອມໂຍງເຊື່ອມຕໍ່ຊ່ວຍພາກພື້ນເປັນແບບປະສົມປະສານ

ໃນປີກາຍນີ້,ລົດໄຟຂົນສົ່ງ "ລົດໄຟຄວາມໄວດ່ວນອາຊຽນ"ທີ່ຜ່ານສາມປະເທດເຊັ່ນ:ມາເລເຊຍ,ໄທ ແລະ ລາວໄດ້ເປີດນໍາໃຊ້,ລົດໄຟດັ່ງກ່າວໃຊ້ທາງລົດໄຟທີ່ມີຢູ່ແລ້ວ, ແລ່ນສອງຖ້ຽວຕໍ່ອາທິດ, ອອກຈາກມາເລເຊຍໄປຮອດສະຖານນີທ່ານາແລ້ງໃນທາງພາກໃຕ້ຂອງນະຄອນຫຼວງວຽງຈັນຂອງລາວຜ່ານປະເທດໄທ,ມີໄລຍະທາງທັງໝົດ 2,206 ກິໂລແມັດ ແລະ ໃຊ້ເວລາ 72 ຊົ່ວໂມງ.ສາມາດຂົນສົ່ງໄດ້ເຖິງ 80 ຕູ້ຄອນເທນເນີທະມະດາຖ້ຽວດຽວ.

ກະຊວງຄົມມະນາຄົມມາເລເຊຍກ່າວວ່າ,"ລົດໄຟຄວາມໄວດ່ວນອາຊຽນ"ແມ່ນໜຶ່ງໃນແຜນການທີ່ປະເທດມາເລເຊຍປະຕິບັດເພື່ອປັບປຸງແລະຍົກລະດັບການກໍ່ສ້າງທາງລົດໄຟແຫ່ງຊາດ,ເຊິ່ງຈະຊ່ວຍໃຫ້ມາເລເຊຍເປີດຕະຫຼາດທາງລົດໄຟອາຊີຕາເວັນອອກສຽງໃຕ້ໄວຂຶ້ນ.ນອກຈາກນີ້,ພາຍຫຼັງໂຄງການກໍ່ສ້າງທາງລົດໄຟຝັ່ງຕາເວັນອອກຂອງມາເລເຊຍສຳເລັດແລ້ວ,ຈະເຊື່ອມຕໍ່ທາງລົດໄຟຈີນ-ລາວ-ໄທຢ່າງມີປະສິດທິຜົນ, ຊຸກຍູ້ການພັດທະນາລຽບຕາມຝັ່ງຕາເວັນອອກຂອງມາເລເຊຍ,ເປີດເສັ້ນທາງສາຍກາງຂອງທາງລົດໄຟຂ້າມອາຊີແລະເລັ່ງລັດການເຊື່ອມໂຍງເຂົ້າກັບພາກພື້ນ.

ທ່ານສຸຣາສີ ຫົວໜ້າສູນຄົ້ນຄວ້າຍຸດທະສາດໄທ-ຈີນຂອງສະຖາບັນຄົ້ນຄວ້າແຫ່ງຊາດຂອງໄທກ່າວວ່າ,ໂດຍຜ່ານເຄືອຂ່າຍທາງລົດໄຟ,ບັນດາປະເທດອາຊີຕາເວັນອອກສຽງໃຕ້ໄດ້ເລັ່ງການເຊື່ອມຕໍ່ກັນແລະໄດ້ຮັບໂອກາດທາງການຕະຫຼາດຫຼາຍຂຶ້ນ.“ແຜນແມ່ບົດການເຊື່ອມຕໍ່ອາຊຽນ 2025” ພວມເຊື່ອມໂຍງເຂົ້າກັບການຮ່ວມສ້າງ“ໜຶ່ງແລວທາງໜຶ່ງເສັ້ນທາງ”, ເຊິ່ງຈະເພີ່ມທະວີການເຊື່ອມຕໍ່, ຫຼຸດຜ່ອນຄ່າຂົນສົ່ງ,ຊຸກຍູ້ການເຄື່ອນໄຫວບຸກຄະລາກອນ, ເພື່ອສ້າງກາລະໂອກາດພັດທະນາໃຫ້ແກ່ບັນດາປະເທດຕາມເສັ້ນທາງ ແລະ ຊຸກຍູ້ຂະບວນການເຊື່ອມໂຍງພາກພື້ນ.

当前,中泰铁路正在如火如荼建设之中。工程完工后,将与中老铁路实现贯通。与此同时,跨越马来西亚、泰国和老挝3国的货运列车“东盟特快列车”已经投入运行;马来西亚持续推进东海岸铁路建设,积极推动与泰国高铁连接;柬埔寨与老挝也在讨论修建高铁连接两国……东南亚国家稳步推进铁路建设和战略对接,地区互联互通水平持续提升。

中泰铁路一期工程全面推进

位于泰国东北部呵叻府的巴冲县在泰语中的意思是“山口”。巴冲县和呵叻府是泰国中部通往东北部20个府的门户,呵叻也是中泰铁路一期工程的终点。目前,中泰铁路一期工程已进入全面建设阶段。

除呵叻外,在大城、北标等沿线各府,中泰铁路都在紧张施工中。

地区铁路贯通计划加速推进

近期,泰国铁路和海关部门代表团访问老挝,双方讨论了合作事宜,中老泰铁路可能在未来3到5年内降低30%—50%的货物运输成本。最近一年来,泰国对接中老泰铁路的配套进程也实现大提速,包括升级国内交通网络和更新铁路硬件设施,提高东北部货物仓储、集散和检疫能力等。此外,泰国还希望发展南部高铁,连接中国、老挝、马来西亚和新加坡等国家,加强东盟地区运输能力和推动旅游业发展。

中老泰铁路的贯通,将大幅提升次区域发展水平,中南半岛将全面进入高铁时代。

互联互通助力区域一体化

去年,跨越马来西亚、泰国和老挝3国的货运列车“东盟特快列车”投入运行,列车利用现有铁路,每周开行两趟,从马来西亚出发,经泰国抵达老挝万象南郊的塔纳棱车站的货运班次,全程2206公里,用时72小时,单程运载容量可达80个标准集装箱。

马来西亚交通部表示,“东盟特快列车”是该国为改善及提升国家铁路建设而推行的计划之一,有助于马来西亚更快打通东南亚铁路市场。此外,马来西亚东海岸铁路项目竣工后将有效衔接中老泰铁路,带动马来西亚东海岸地区沿线发展,打通泛亚铁路中线,加速区域一体化。

泰国国家研究院泰中战略研究中心主任苏拉西表示,通过铁路网络,东南亚国家加速互联互通,赢得更多市场机会。《东盟互联互通总体规划2025》与共建“一带一路”倡议深入对接,将加强互联互通,降低物流成本,促进人员流动,为沿线国家创造更多发展机会,推动区域一体化进程。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

03/21

15:33

ແບ່ງປັນ

ແປ
翻译