ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສະໜຸກ)ນັກຂ່າວໄດ້ຮັບຮູ້ຈາກດ່ານພາສີຄຸນມິງວ່າ, ສັນຍາສາຍພົວພັນຄູ່ຮ່ວມມືເສດຖຸະກິດຮອບດ້ານພາກພື້ນ(RCEP)ມີຜົນບັງຄັບໃຊ້ຢ່າງເປັນທາງການຄົບຮອບ1ປີເປັນຕົ້ນມາ, ຜົນປະໂຫຍດຂອງນະໂຍບາຍສືບຕໍ່ປະກົດຕົວ, ວິສາຫະກິດການຄ້າຕ່າງປະເທດແຂວງຢູນນານສວຍກາລະໂອກາດເລັ່ງການພັດທະນາ. ປີ 2022, ດ່ານພາສີຄຸນມິງໄດ້ອອກໃບຢັ້ງຢືນແຫຼ່ງກຳເນີດຈຳນວນ 4,075 ສະບັບພາຍໃຕ້ RCEP ໃຫ້ແກ່ວິສາຫະກິດຂາອອກແຂວງຢຸນນານ, ດ້ວຍມີມູນຄ່າ 981,000,000ຢວນ, ໄດ້ຫຼຸດຜ່ອນພາສີປະມານ 24,52 ລ້ານຢວນຈາກປະເທດນຳເຂົ້າ; ລວມເຊັນໃບຢັ້ງຢືນບຸລິມະສິດແຫຼ່ງກຳເນີດຈຳນວນ 87,000 ສະບັບອອກໃຫ້ແກ່ສິນຄ້າສົ່ງອອກໄປປະເທດສະມາຊິດ RCEP, ດ້ວຍມີມູນຄ່າ17.4ຕຶ້ຢວນ, ໄດ້ຫຼຸດຜ່ອນພາສີປະມານ435 ລ້ານຢວນຈາກປະເທດນຳເຂົ້າ.
ວັນມໍໆມານີ້, ດ່ານພາສີຈາງໂຟງທີ່ຂຶ້ນກັບດ່ານພາສີຄຸນມີງໄດ້ເຊັນໃບຢັ້ງຢືນແຫຼ່ງກຳເນີດຂອງRCEPທີ່ເປັນສະບັນທໍາອິດລະຫວ່າງແຂວງຢູນນານ ແລະ ປະເທດມຽນມາພາຍຫຼັງRCEPມີຜົນບັງຄັບໃຊ້ໃຫ້ແກ່ບໍລິສັດແຖບຢາງ ປາຍຊີ້ນເມືອງຫຼອງຊວນຈໍາກັດ, ແຖບຢາງຊຸດນີ້ມີມູນຄ່າປະມານ338ພັນຢວນ, ໂດຍການອອກໃບຢັ້ງຢືນແຫຼ່ງກຳເນີດຂອງ RCEP, ອັດຕາພາສີຂອງປະເທດອື່ນໄດ້ຫຼຸດລົງຈາກ 7% ເປັນສູນ, ໄດ້ປະຢັດ 23,000 ຢວນເມື່ອທຽບໃສ່ກັບກ່ອນ, ແລະຄາດວ່າຈະຊ່ວຍປະຢັດ 1.4 ລ້ານຢວນຕໍ່ປີ.
ປະເທດຈີນ ແລະ ຍີ່ປຸ່ນສ້າງສາຍພົວພັນການຄ້າເສລີເປັນຄັ້ງທໍາອິດດ້ວຍRCEP, ນະໂຍບາຍໃໝ່ນີ້ຈະຊ່ວຍໃຫ້ແຂວງຢຸນນານຂະຫຍາຍການຄ້າກັບຍີ່ປຸ່ນ. ເອົາ matsutake ທີ່ເປັນສິນຄ້າພິເສດທີ່ສົ່ງອອກຈາກແຂວງຢຸນນານໄປຍີ່ປຸ່ນເປັນຕົວຢ່າງ, ໃນປີ 2022, ດ່ານພາສີຄຸນມີງອອກໃບຢັ້ງຢືນແຫຼ່ງກຳເນີດຂອງ RCEP ຈຳນວນ 687 ສະບັບໃຫ້matsutakeສົດທີ່ສົ່ງອອກໄປຍີ່ປຸ່ນ, ດ້ວຍມີມູນຄ່າ 157 ລ້ານຢວນ.
ເພື່ອຊຸກຍູ້ RCEP ໄດ້ມີການປະຕິບັດຕົວຈິງ ແລະ ໄດ້ຮັບຜົນປະໂຫຍດ, ດ່ານພາສີຄຸນມິງຮ່ວມມືກັບບັນດາຫົວໜ່ວຍຢ່າງແໜ້ນແຟ້ນ, ຍົກສູງຄວາມຮັບຮູ້ຂອງວິສາຫະກິດການຄ້າຕ່າງປະເທດແລະປະຊາຊົນກ່ຽວກັບຕໍ່ RCEP ຜ່ານການຝຶກອົບຮົມແລະຮູບແບບອື່ນໆ. ສະໜອງການຊ່ວຍເຫຼືອ ແລະ ຊີ້ນຳໃຫ້ວິສາຫະກິດຕາມເປົ້າໝາຍ ແລະ ຄວາມຕ້ອງການ, ໄປວິສາຫະກິດເພື່ອໂຄສະນາ ແລະ ສົ່ງເສີມລະບອບວິສາຫະກິດຂາອອກທີ່ອະນຸມັດ, ແລະ ຊີ້ນຳວິສາຫະກິດເຮັດວຽກການຮ້ອງຂໍເປັນວິສາຫະກິດຂາອອກທີ່ອະນຸມັດໃຫ້ດີ. ພ້ອມກັນ, ອະທິບາຍຄວາມຮູ້ກ່ຽວກັບໃບຢັ້ງຢືນແຫຼ່ງກໍາເນີດ "ການອະນຸມັດແບບອັດສະລິຍະ+ ການພິມແບບບໍລິການດ້ວຍຕົນເອງ" ໃຫ້ວິສາຫະກິດເຂົ້າໃຈ,ຊຸກຍູ້ການເຮັດໃບຢັ້ງຢືນແຫຼ່ງກໍາເນີດແບບເອເລັກໂຕຣນິກໝົດຂະບວນ. ດ່ານພາສີຄຸນມີງຍັງສະໜອງຫຼາຍວິທີການແຈ້ງສິນຄ້າໃຫ້ວິສາຫະກິດ, ເຊັ່ນ: "ການແຈ້ງສອງຂັ້ນ" ແລະ "ການແຈ້ງລ່ວງໜ້າ", ຈັດການຜູ້ນໍາການຜ່ານດ່ານ, ຊີ້ນໍາວິສາຫະກິດປັບປຸງເວທີການແຈ້ງສິນຄ້າທີ່ສົ່ງອອກພາຍໃຕ້ໂຄງຮ່າງRCEP, ຫຼຸດຜ່ອນການກວດກາເອກະສານຄັດຕິດ ແລະ ໃບຢັ້ງຢືນຕ່າງໆໃນຂາເຂົ້າຂາອອກ, ເພື່ອຮັບປະກັນໃຫ້ສິນຄ້າພາຍໃຕ້ສັນຍາໄດ້ຮັບບຸລິມະສິດ ແລະ ຄວາມສະດວກໃນການຜ່ານດ່ານ.
记者日前从昆明海关获悉,《区域全面经济伙伴关系协定》(RCEP)正式生效一年来,政策红利持续显现,云南外贸企业乘势加快发展。2022年,昆明海关共为云南出口企业签发RCEP项下优惠原产地证书4075份,货值9.81亿元,可享受进口国关税减让约2452万元;共为输往RCEP缔约国的货物签发各类优惠原产地证书8.7万份,货值174亿元,可享受进口国关税减让约4.35亿元。
近日,昆明海关所属章凤海关为陇川县百信胶带有限公司签发了RCEP生效后云南省首票对缅RCEP原产地证书,这批国产橡胶带货值约33.8万元,通过签发RCEP原产地证书,对方国家关税税率由原来的7%降为零,较之前节省了2.3万元,预计每年能节省140万元。
中日通过RCEP首次建立起自贸关系,新政利好助力云南对日本贸易拓展。以云南出口日本的特色产品松茸为例,2022年,昆明海关共签发出口日本鲜松茸RCEP原产地证书687份,货值达1.57亿元。
为高质量推动RCEP落地见效,昆明海关与各单位密切协作,通过开展培训等多种形式提升外贸企业和社会公众对RCEP的认知度。对企业进行针对性帮扶和指导,到企业推广经核准出口商制度,指导企业做好经核准出口商认定申请工作。同时,为企业讲解原产地证书“智能审核+自助打印”相关业务知识,推动原产地证书办理全流程电子化。昆明海关还为企业提供“两步申报”“提前申报”等多元申报方式,设置通关引导员,指导企业在RCEP协定框架下优化货物出口申报策略,精简进出口环节监管证件和随附单证,保障协定项下的货物在通关环节享受更多优惠和便捷。(云南日报 记者刘子语 通讯员刘俊辰 王丽君 张金蕾)
ບໍ່ຫານມີການປ່ຽນແປງຫຍັງແດ່ນັບແຕ່ມອບໝາຍນະຄອນຄຸນໝິງເປັນເຈົ້າການໃນການດໍາເນີນງານເຄີ່ງປີຜ່ານມາ
ສະບາຍດີ2022-12-09
ພາຍໃຕ້ຜົນກະທົບຂອງ RCEP ດ່ານບໍ່ຫານສົ່ງອອກໝາກໄມ້ເພີ່ມຂຶ້ນຢ່າງຫຼວງຫຼາຍ
ສະບາຍດີ2022-03-25
ແຂວງຢຸນນານໄດ້ອອກແຜນການເຄື່ອນໄຫວເພື່ອເລັ່ງລັດການເຂົ້າຈອດຂອງ RCEP ລົງເລິກການຮ່ວມມືດ້ານການຄ້າກັບບັນດາປະເທດອາຊຽນ
ສະບາຍດີ2022-03-23
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
01/30
15:35
— ແບ່ງປັນ —