ນະຄອນຄຸນມິງໄດ້ຈັດສັນງົບປະມານ 40 ລ້ານຢວນ ເພື່ອສົ່ງເສີມກໍ່ສ້າງຕົວເມືອງດ່ານຊາຍແດນສາກົນບໍ່ຫານ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າຍສະໜຸກ)ວັນທີ 13 ເດືອນມັງກອນນີ້, ຕາມຂ່າວສານຈາກພະແນກການເງິນຂອງນະຄອນຄຸນມິງ, ວັນບໍ່ດົນມານີ້, ພະແນກການເງິນຂອງນະຄອນຄຸນມິງໄດ້ຈັດສັນ

ເງິນອຸດໜູນ 40 ລ້ານຢວນສໍາລັບວຽກງານສຳຄັນໃຫ້ຄະນະກຳມະການຄຸ້ມຄອງເຂດຮ່ວມມືເສດຖະກິດບໍ່ຫານຂອງຈິີນ-ບໍ່ເຕັນຂອງລາວ .

ດ່ານຊາຍແດນບໍ່ຫານ

ເພື່ອເພີ່ມທະວີສະໜັບສະໜູນການກໍ່ສ້າງ ແລະ ພັດທະນາຕົວເມືອງດ່ານຊາຍແດນສາກົນບໍ່ຫານ, ພະແນກການເງິນຕັ້ງໜ້າເຕົ້າໂຮມກອງທຶນ. ເງິນອຸດໜູນ 40 ລ້ານຢວນສໍາລັບວຽກງານສຳຄັນທີ່ໄດ້ຈັດສັນຄັ້ງນີ້, ຕົ້ນຕໍນໍາໃຊ້ເຂົ້າໃນວຽກງານການອອກແບບວາງແຜນ ການແກ້ໄຂບັນຫານທີ່ດິນຍັງເຫຼືອຢູ່ ແລະ ການປັບປຸງສະພາບສິ່ງແວດລ້ອມຕົວເມືອງໃນການກໍ່ສ້າງຕົວເມືອງດ່ານຊາຍແດນບໍ່ຫານ. ທັງລວມໂຄງການຍົກລະດັບປັບປຸງສະພາບແວດລ້ອມຕົວເມືອງຕາມເສັ້ນທາງຕົງເມິງ ແລະ ສະໜາມຢູ່ທາງໜ້າສະຖານີລົດໄຟບໍ່ຫານ, ໂຄງການວາງແຜນການພັດທະນາລວມຂອງຕົວເມືອງດ່ານຊາຍແດນສາກົນບໍ່ຫານ ແລະ ໂຄງການແກ້ໄຂບັນຫາທີ່ດິນຍັງເຫຼືອຢູ່ບໍ່ຫານທັງໝົດ 3 ໂຄງການສໍາຄັນ.  


ຕາແສງບໍ່ຫານ

ໃນນັ້ນ, ໂຄງການວາງແຜນການພັດທະນາລວມຂອງຕົວເມືອງດ່ານຊາຍແດນສາກົນບໍ່ຫານແມ່ນໂຄງການສຳຄັນໃນການລົງເລິກປະຕິບັດການສ້າງ "ເຂດສາທິດການເປີດປະຕູສູ່ພາຍນອກຕາມເຂດຊາຍແດນ"ຈາກຄະນະພັກ ແລະ ອົງການປົກຄ້ອງແຂວງຢູນນານ. ໂຄງການນໍາເອົາ“ບໍ່ຫານ ດ່ານຊາຍແດນແບບອັດສະລິຍະມີການກໍ່ສ້າງດ້ວຍຮູບແບບອັດສະລິຍະ”ເປັນຄວາມຮຽກຮ້ອງຕ້ອງການໂດຍລວມ, ເອົາການອອກແບບ ແລະ ວາງແຜນດ່ານຊາຍແດນເປັນຈຸດເລີ່ມຕົ້ນ, ການກໍ່ສ້າງບໍ່ຫານເປັນດ່ານເປັນແບບອັດສະລິຍະ ມີປະສິດທິພາບ ຄວາມປອດໄພ ການຄຸ້ມຄອງດ້ວຍກົດໝາຍ ແລະ ເປັນສີຂຽວຢ່າງມີລະດັບສູງ, ອີງໃສ່ດ່ານພາສີເພື່ອຊູກຍູ້ການພັດທະນາຂອງຕົວເມືອງ. ກອງທຶນຂອງພະແນກການເງິນໄດ້ຮັບປະກັນການເລັ່ງຈັດຕັ້ງປະຕິບັດໂຄງການກໍ່ສ້າງດ່ານຊາຍແດນແບບອັດສະລະຍະ, ບັນລຸເປົ້າໝາຍການກໍ່ສ້າງຕົວເມືອງດ່ານຊາຍແດນສາກົນບໍ່ຫານ ”ໜຶ່ງປີມິປະສິດທິຜົນຢ່າງຕົວຈິງ ສອງປີມີບັນທະບູລຸ ສາມປີມີການພັດທະນາອັນໃຫຍ່ ”ທີ່ຄະນະພັກ ແລະ ອົງການປົກຄອງຂອງນະຄອງຄຸນມິງທີ່ໄດ້ກໍານົດຢ່າງແນ່ນອນ.


1月13日,据昆明市财政局消息,近日昆明市财政局下达中国老挝磨憨—磨丁经济合作区管理委员会重点工作补助资金4000万元。

磨憨口岸

为进一步支持磨憨国际口岸城市建设发展,昆明市财政局积极筹措资金。此次下达的4000万元重点工作补助资金主要用于磨憨国际口岸城市建设规划修编、土地遗留问题解决和市容市貌提升整治工作。具体涉及磨憨火车站站前广场及东盟大道沿线市容环境提升整治工程、磨憨国际口岸城市总体发展概念规划、磨憨土地历史问题推进3个重点项目。

磨憨镇

其中,磨憨国际口岸城市总体发展概念规划项目是深入贯彻落实云南省委、省政府谋划打造“沿边开放示范区”的重要支撑项目。项目以磨憨“智慧口岸智慧建设”为总体要求,以口岸规划为切入点,高位建设磨憨“智慧、效能、平安、法治、绿色”五型口岸,依托口岸促进城市发展。财政资金为智慧口岸建设项目加快实施进度做好保障,实现市委、市政府明确的磨憨国际口岸城市建设“一年见成效,二年有突破,三年大发展”目标。


[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:XuTing]

ອັດຕາແລກປ່ຽນໃນມື້ນີ້:

1CNY = 2993.3 LAK

-

2023

01/20

11:00

ແບ່ງປັນ

ແປ
翻译