ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ນັບຕັ້ງແຕ່ການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ມູນຄ່າການຄ້າຈີນ-ອາຊຽນໄດ້ຮັກສາທ່າອ່ຽງການເຕີບໂຕຢ່າງຕໍ່ເນື່ອງ. ໃນປີ 2020, ອາຊຽນໄດ້ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຈີນໃນປະຫວັດສາດ, ສ້າງສະພາບລວມທີ່ດີທີ່ຈີນແລະອາຊຽນເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດເຊິ່ງກັນ ແລະ ກັນ.
ຕາມການລົງນາມ ແລະ ປະຕິບັດ "ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP", ຈີນ ແລະ ອາຊຽນພວມຮ່ວມມືກັນສ້າງເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກ, ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງຝ່າຍນັບມື້ນັບໃກ້ຊິດ. ໃນ 11 ເດືອນຕົ້ນຂອງປີ 2022, ມູນຄ່າການຄ້າລະຫວ່າງຈີນກັບອາຊຽນບັນລຸ 886.56 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 12,5% ເມື່ອທຽບໃສ່ໄລຍະດຽວກັນ.
ໃນການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງຝ່າຍ, ຜະລິດຕະພັນກະສິກຳໄດ້ຮັບຄວາມສົນໃຈຫລາຍ.
ໃນເດືອນພະຈິກປີ 2021, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ປະກາດໃນກອງປະຊຸມສຸດຍອດເພຶ່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ເຈລະຈາຈີນ-ອາຊຽນຄົບຮອບ 30 ປີວ່າ, ໃນ 5 ປີຕໍ່ໜ້າ, ຈີນຈະພະຍາຍາມນຳເຂົ້າຜະລິດຕະພັນກະສິກຳ 150 ຕື້ໂດລາສະຫະລັດຈາກອາຊຽນ.
ພາຍໃຕ້ເບື້ອງຫຼັງດັ່ງກ່າວ, ແຂວງຢຸນນານສາມາດກຳເອົາກາລະໂອກາດຂອງສະຖຽນລະພາບ ແລະ ອາໄສທ່າແຮງທີ່ຕັ້ງທີ່ເປັນເອກະລັກເພື່ອລົງເລິກການຮ່ວມມືດ້ານການຄ້າຜະລິດຕະພັນກະສິກຳກັບອາຊຽນຫຼືບໍ?
ທ່ານຢາງຊິ່ນຢູ ແລະ ທ່ານນາງ ວາງຫາຍລິງ, ຜູ້ຊ່ຽວຊານຂອງສະຖາບັນການຄ້າສາກົນແຂວງຢຸນນານໄດ້ແບ່ງປັນການສັງເກດແລະຄວາມຄິດເຫັນຂອງເຂົາເຈົ້າ. ເຂົາເຈົ້າແນະນຳວ່າ, ສິນຄ້າກະສິກຳຕົ້ນຕໍທີ່ປະເທດຈີນນຳເຂົ້າຈາກອາຊຽນລວມມີໝາກໄມ້, ສະບຽງອາຫານ, ຜະລິດຕະພັນໃນນ້ຳ, ນ້ຳມັນພືດແລະອື່ນໆ, ໃນນັ້ນ, ໝາກໄມ້ ແລະ ນ້ຳມັນພືດແມ່ນສິນຄ້ານຳເຂົ້າເປັນອັນດັບທີໜື່ງ ແລະ ອັນດັບທີສອງ, ກວມເກືອບ 60%. ໃນບັນດາຜະລິດຕະພັນກະສິກຳຕົ້ນຕໍຂອງແຂວງຢຸນນານທີ່ນຳເຂົ້າຈາກອາຊຽນ, ໝາກໄມ້ເປັນພາກສ່ວນຕົ້ນຕໍພາຍໃນຜະຕະພັນກະສິກຳທີ່ນຳເຂົ້າເຫຼົ່ານີ້.
ສົມທົບກັບການຄົ້ນຄວ້າ, ເຂົາເຈົ້າໄດ້ສະເໜີວ່າ, ເມື່ອນຳເຂົ້າຜະລິດຕະພັນກະສິກຳຈາກອາຊຽນ, ແຂວງຢຸນນານສາມາດສຸມໃສ່ໝາກໄມ້ທີ່ເປັນຕົວແທນເຊັ່ນໝາກທຸລຽນ. ໃນປີ 2021, ໝາກທຸລຽນເປັນໝາກໄມ້ທີ່ນຳເຂົ້າຈາກອາຊຽນໃນທົ່ວປະເທດແລະແຂວງຢຸນນານເຊິ່ງມີຈຳນວນຫຼາຍທີສຸດ. ເມື່ອສົມທຽບກັບແຂວງອື່ນໆ (ເຂດປົກຄອງຕົນເອງແລະເມືອງ), ມູນຄ່າການນໍາເຂົ້າໝາກທຸລຽນຂອງແຂວງຢຸນນານຍັງມີຊ່ອງຫວ່າງໃນການຍົກສູງ. ນອກຈາກນັ້ນ, ໝາກມັງກອນ, ໝາກກ້ວຍ, ໝາກໂມ, ໝາກມ່ວງຈາກບັນດາປະເທດອາຊຽນ ຍັງເປັນໝາກໄມ້ທີ່ນິຍົມຂອງແຂວງຢຸນນານ ແລະ ຕະຫຼາດແຫ່ງຊາດ, ພ້ອມຖື້ກເອົາໃຈໃສ່ຫຼາຍ.
ຕາມທັດສະນະຂອງທ່ານຢາງຊິ່ນຢູ ແລະ ທ່ານນາງ ວາງຫາຍລິງ, ຂົງເຂດທີ່ໜ້າເອົາໃຈໃສ່ແມ່ນການນຳເຂົ້າຜະລິດຕະພັນໃນນໍ້າ. ແຂວງຢຸນນານໄດ້ສ້າງຕັ້ງສະຖານທີ່ຕິດຕາມກວດກາສິນຄ້ານຳເຂົ້າເຊັ່ນ: ຜະລິດຕະພັນໃນນໍ້າຫຼືສັດນ້ຳທີ່ກິນໄດ້ຢູ່ດ່ານພາສີຄຸນມິງ, ບໍ່ຫານ, ຫວານດິງ, ທຽນບາວ, ເຫີໂກແລະດ່ານພາສີອື່ນໆ. "ປະຈຸບັນ, ປະເພດຜະລິດຕະພັນໃນນໍ້າທີ່ນຳເຂົ້າແມ່ນມີຄວາມລວມສູນ, ແຂວງຢຸນນານມີເງື່ອນໄຂພື້ນຖານໃນການນຳເຂົ້າສິນໃນນ້ຳ, ຄາດວ່າຂະໜາດການນຳເຂົ້າຈະມີການຂະຫຍາຍຕົວຕື່ມອີກ."
ນອກນີ້, ຜະລິກຕະພັນນ້ຳມັນພືດມີຄວາມຕ້ອງການຢ່າງຫຼວງຫຼາຍພາຍໃນປະເທດ, ໃນນັ້ນນ້ຳມັນໝາກຕົ້ນຕານເປັນຕົວແທນ, ໃນໄລຍະຍາວ, ຢຸນນານອາດຈະມີຄວາມສາມາດບົ່ມຊ້ອນໃນການນຳເຂົ້າຜະລິດຕະພັນຂອງຂົງເຂດຜະລິດຕະພັນນໍ້າມັນພືດ. ນ້ຳມັນພືດຖືກນຳໃຊ້ຢ່າງກວ້າງຂວາງໃນຂະແໜງການອາຫານການກິນ, ອຸດສາຫະກຳອາຫານ ແລະ ອຸດສາຫະກຳນ້ຳມັນເຄມີ, ເຊິ່ງເປັນໜຶ່ງໃນບັນດາຜະລິດຕະພັນກະສິກຳທີ່ສຳຄັນທີ່ສຸດທີ່ປະເທດເຮົານຳເຂົ້າຈາກອາຊຽນ. ແຕ່ຍ້ອນໄດ້ຮັບຜົນສະທ້ອນຈາກພື້ນຖານຂອງອຸດສາຫະກຳ ແລະ ເງື່ອນໄຂການຂົນສົ່ງ, ປະຈຸບັນ, ສະຖານທີ່ນໍາເຂົ້າຕົ້ນຕໍຢູ່ເຂດແຄມທະເລພາກຕາເວັນອອກຂອງຈີນ. ຕາມການປັບປຸງວາງແຜນອຸດສາຫະກຳແລະເງື່ອນໄຂການຂົນສົ່ງຢ່າງຕໍ່ເນື່ອງ, ການນຳເຂົ້ານ້ຳມັນພືດຂອງແຂວງຢຸນນານຄາດວ່າຈະເພີ່ມຂຶ້ນ.
新冠疫情发生以来,中国东盟贸易额保持了逆势增长势头。2020年,东盟历史性地成为中国第一大贸易伙伴,形成了中国与东盟互为第一大贸易伙伴的良好格局。
随着《区域全面经济伙伴关系协定》(RCEP)签署实施,中国与东盟也正共同携手建设全球最大规模自贸区,双方经贸合作愈发密切。2022年前11个月,中国东盟贸易额达8865.6亿美元,同比增长12.5%。
双方经贸合作中,农产品是颇受关注的领域。
2021年11月,习近平主席在中国—东盟建立对话关系30周年纪念峰会上宣布,未来5年,中国将力争从东盟进口1500亿美元农产品。
在这些背景下,云南是否可以乘势而为,依托独特区位优势,进一步深化与东盟的农产品贸易合作?
云南省国际贸易学会专家杨欣雨、王海玲分享了他们的观察和思考。他们介绍,我国自东盟进口的主要农产品有水果、粮食、水产品和植物油等,其中水果、植物油为排名一、二的进口产品,合计占比近6成。云南自东盟进口的主要农产品中,水果也占据了“半壁江山”。
结合研究,他们建议云南自东盟进口的农产品,可以重点关注以榴莲为代表的水果。2021年,全国、云南省自东盟进口的第一大水果单品均为榴莲。相较于其他省(区、市),云南的榴莲进口额还有一定程度的提升空间。此外,东盟国家的火龙果、香蕉、西瓜、芒果等也受到云南省和全国市场欢迎,同样值得关注。
在杨欣雨、王海玲看来,另一个值得关注的领域是水产品进口。云南已在昆明、磨憨、畹町、天保、河口等多个口岸设立冰鲜水产品或食用水生动物进境监管场地。“目前,进口水产品种类相对集中。云南已有水产品进口的基础条件,进口规模有望进一步扩大。”
此外,以棕榈油为代表的植物油产品全国需求大,长期来看,这一单品领域云南或许也具有潜力。植物油被广泛运用于餐饮业、食品工业和油脂化工业,是我国自东盟进口最主要的农产品之一。但受产业基础以及物流条件影响,其主要进口地目前集中于国内东部沿海地区。随着产业布局以及物流条件不断优化,云南植物油进口有望实现提升。(云南日报 记者韩成圆)
ປີທຳອິດຂອງການມີຜົນບັງຄັບໃຊ້ ແລະ ການປະຕິບັດ RCEP ໄດ້ນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງ
ສະບາຍດີ2023-01-04
ນະຄອນຄຸນມິງດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະ ເອົາໄຊຊະນະຢູ່ຄຸນມິງ
ສະບາຍດີ2023-01-03
ເວທີປຶກສາຫາລືການພັດທະນາການຂົນສົ່ງສາກົນລາວ-ຈີນຄັ້ງທໍາອິດໄດ້ຈັດຂຶ້ນ
ສະບາຍດີ2023-01-03
ພະແນກການເງິນແຂວງຢູນນານຈັດກອງທຶນພິເສດ 500 ລ້ານຢວນສະໜັບສະໜູນທາງລົດໄຟລາວ-ຈີນທຸກໆປີ
ສະບາຍດີ2022-12-29
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
01/04
16:17
— ແບ່ງປັນ —