ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສະໜຸກ)ວັນມໍໆມານີ້, ຕາມຂ່າວຈາກພະແນກການເງິນແຂວງຢູນນານໃຫ້ຮູ້ວ່າ, ປີ 2022, ພະແນກການເງິນແຂວງໄດ້ປະສານງານ ແລະ ປັບປຸງການລົງທຶນປະເພດຕ່າງໆຫຼາຍກວ່າ 4,6ຕຶ້ຢວນ, ເພື່ອສະໜັບສະໜູນພັດທະນາການຂົນສົ່ງຕາມທາງລົດໄຟລາວ-ຈີນທີ່ມີຄຸນນະພາບສູງ, ການພັດທະນາ ແລະ ກໍ່ສ້າງອຸດສາຫະກໍາຕາມທາງລົດໄຟລາວ-ຈີນ, ການບົ່ມສ້າງພາກສ່ວນຕົ້ນຕໍຕະຫຼາດ ແລະ ສ້າງຍີ່ຫໍ້ມີຊື່ສຽງ.
ນັບແຕ່ທາງລົດໄຟລາວ-ຈີນເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 3 ເດືອນທັນວາປີ 2021 ເປັນຕົ້ນມາ, ພະແນກການເງິນແຂວງໄດ້ຈັດຕັ້ງທິມຜູ້ນໍາສໍາລັບການສະໜັບສະໜູນ ແລະ ບໍລິການການກໍ່ສ້າງທາງລົດໄຟລາວ-ຈີນ ແລະ ຕົວເມືອງດ່ານຊາຍແດນສາກົນບໍ່ຫານ, ລົງເລິກຄົ້ນຄວ້າ ແລະ ສ້າງນະໂຍບາຍ ແລະ ກົນໄກຄໍ້າປະກັນດ້ານກອງທຶນ ເພື່ອສະໜັບສະໜູນການພັດທະນາດ້ານຂະແໜງການຂົນສົ່ງຕາມທາງລົດໄຟລາວ-ຈີນ.
ພະແນກການເງິນແຂວງຢູນນານຈັດກອງທຶນພິເສດ 500 ລ້ານຢວນສະໜັບສະໜູນທາງລົດໄຟລາວ-ຈີນທຸກໆປີ, ໄດ້ພິມຈໍາໜ່າຍ"ແຜນການປະຕິບັດການອຸດໜູນໃຫ້ການຂົນສົ່ງສິນຄ້າສາກົນຕາມທາງລົດໄຟລາວ-ຈີນຂອງຢູນນານ(ການລົດລອງ)" ແລະ ແຈ້ງການກ່ຽວກັບ"ແຜນການຄໍ້າປະກັນການເກັບພາສີ ແລະ ຂົນສົ່ງສິນຄ້າພິເສດເຂົ້າດ່ານຕາມທາງລົດໄຟລາວ-ຈີນໃນໄລຍະການຫັນປ່ຽນ", ເພື່ອສະໜັບສະໜູນການພັດທະນາການຂົນສົ່ງສິນຄ້າຕາມທາງລົດໄຟລາວ-ຈີນມີຄຸນນະພາບສູງ.
ປີ 2022, ພະແນກການເງິນແຂວງຢູນນານຈັດການລົງທຶນພາຍໃນງົບປະມານ 720 ລ້ານຢວນ, ສະໜັບສະໜູນການກໍ່ສ້າງ 11 ໂຄງການ; ເພີ່ມພັນທະບັດພິເສດຂອງອົງການປົກຄອງແຂວງໃໝ່ລວມ 3,4ຕຶ້ຢວນ, ເພື່ອສະໜັບສະໜູນການກໍ່ສ້າງ 11 ໂຄງການ; ວາງແຜນສະເໜີເງິນກູ້ຕ່າງປະເທດ 600ລ້ານໂດລາສະຫະລັດ( ປະມານ 3,96ຕຶ້ຢວນ), ເພື່ອສະໜັບສະໜູນການກໍ່ສ້າງ 2 ໂຄງການ, ສະໜັບສະໜູນການເລັ່ງລັດພັດທະນາ ແລະ ກໍ່ສ້າງທາງລົດໄຟລາວ-ຈີນ ແລະ ເຂດລຽບຕາມທາງລົດໄຟຢ່າງເຕັມຄວາມສາມາດ. ມາດຮອດປະຈຸບັນນີ້, ສະຖານທີ່ກວດກາສິນຄ້າທີ່ກໍານົດໂດຍດ່ານຊາຍແດນທາງລົດໄຟບໍ່ຫານໄດ້ສ້າງສໍາເລັດແລ້ວ, ລົດໄຟຂົນສົ່ງໝາກໄມ້ນໍາເຂົ້າຕາມທາງລົດໄຟລາວ-ຈີນຂະບວນທຳອິດໄດ້ເດິນທາງໃນວັນທີ 3 ເດືອນທັນວາ; ວາງແຜນສ້າງທົງໝົດ 50 ໂຄງການໃຫຍ່ຕາມທາງລົດໄຟລາວ-ຈີນ, ໃນນັ້ນ, ມີ 35 ໂຄງການໄດ້ເລີ່ມການກໍ່ສ້າງ.
ການຄົ້ນຄວ້າ ແລະ ຕົກລົງວ່າກອງທຶນພິເສດສໍາລັບການພັດທະນາໂລຈິດສຕິທັນສະໄໝແມ່ນ 40 ລ້ານຢວນ, ສຸມໃສ່ການສະໜັບສະໜູນການພັດທະນາ ແລະ ສ້າງຂະແໜງການໂລຈິດສຕິຕາມທາງລົດໄຟລາວ-ຈີນ, ຊີ້ນໍາບັນດາກິ່ງແຂວງ ແລະ ເມືອງລຽບຕາມທາງລົດໄຟລາວ-ຈີນເພິ່ມຄວາມແຮງໃຫ້ການບົ່ມສ້າງ ແລະ ນໍາເຂົ້າພາກສ່ວນຕົ້ນຕໍຕະຫຼາດໂດຍອ້ອມອີງທາງລົດໄຟລາວ-ຈີນ. ຕາມຂໍ້ມູນສະຖິຕິ, ເດືອນມັງກອນ ຫາ ເດືອນພະຈິກປີ 2022, ພາກສ່ວນຕົ້ນຕໍຕະຫຼາດໂລຈິດສຕິຢູ່ນະຄອນຄຸນມິງເພິ່ມຂຶ້ນ 20 %, ວິສາຫະກິດໂລຈິດສຕິລະດັບ A ກວມເອົາ 41% ຂອງທົ່ວແຂວງ, ລາຍຮັບທັງໝົດຂອງໂລຈິດສຕິທັນສະໄໝເກີນ 220 ຕຶ້ຢວນ, ເພິ່ມຂຶ້ນ 9,3%; ນັບແຕ່ປີ 2022 ເປັນຕົ້ນມາ, ກິ່ງແຂວງຢູ້ສີ່ເພິ່ມບໍລິສັດຂາເຂົ້າ-ຂາອອກທີ່ບັນທຶກໃໝ່ 121 ບໍລິສັດ.
昆明信息港讯(昆明日报 记者吴洁)近日,据云南省财政厅消息,2022年,省财政共统筹优化投入各类资金超46亿元,全力支持中老铁路货运高质量发展、沿线产业开发建设发展、市场主体培育和品牌打造。
自2021年12月3日中老铁路正式通车以来,省财政厅成立了支持服务中老铁路和昆明市磨憨国际口岸城市建设领导小组,深研构建财政支持中老铁路沿线物流产业经济发展政策和资金保障机制。
云南省财政每年安排5亿元中老铁路专项扶持资金,印发了《云南省中老铁路国际货运物流补助实施方案(试行)》和《关于中老铁路进境特殊商品过渡期运输通关保障方案的通知》,支持中老铁路货运高质量发展。
2022年,云南省财政安排预算内投资7.2亿元,支持11个项目建设;新增政府专项债券34亿元,支持11个项目建设;筹划申报外贷6亿美元(约39.6亿元人民币),支持2个项目建设,全力支持中老铁路及沿线加快开发建设。截至目前,磨憨铁路口岸海关指定监管场地已建成,首列进口水果直达列车已于12月3日发车;中老铁路沿线共谋划50个重大项目,其中35个项目已开工。
研定现代物流业发展专项经费0.4亿元,重点支持中老铁路沿线物流产业经济开发建设,引导沿线州(市)围绕中老铁路加大市场主体培引等工作力度。统计显示,2022年1—11月,昆明市物流业市场主体增长20%,A级物流企业占全省的41%,现代物流业总收入突破2200亿元,增长9.3%;2022年以来,玉溪市新增进出口备案企业121户。
ພະແນກການເງິນແຂວງຢູນນານຈັດກອງທຶນພິເສດ 500 ລ້ານຢວນສະໜັບສະໜູນທາງລົດໄຟລາວ-ຈີນທຸກໆປີ
ສະບາຍດີ2022-12-29
ຄຸນມິງ:ສົ່ງເສີມການພັດທະນາທີ່ຍິ່ງໃຫຍ່ດ້ວຍການເປີດປະຕູສູ່ພາຍນອກທີ່ຍິ່ງໃຫຍ່
ສະບາຍດີ2022-12-28
ນົກນາງນວນປາກແດງ ໃນທະເລສາບ ດຽນຊີ
ສະບາຍດີ2022-12-26
ນະຄອນຄຸນມິງເປີດປະຕູສູ່ພາຍນອກຫຼາຍຂຶ້ນ ແລະ ເມືອງ ບໍ່ຫານໄດ້ຮັບນິຍົມຫຼາຍຂຶ້ນ
ສະບາຍດີ2022-12-22
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
12/29
17:56
— ແບ່ງປັນ —