ເວທີປຶກສາຫາລືການພັດທະນາການຂົນສົ່ງສາກົນລາວ-ຈີນຄັ້ງທໍາອິດໄດ້ຈັດຂຶ້ນ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)ວັນທີ 26 ເດືອນທັນວາ, ໃນໂອກາດທາງລົດໄຟລາວ-ຈີນເປີດນໍາໃຊ້ຄົບຮອບ 1 ປີ, ເວທີປຶກສາຫາລືການພັດທະນາການຂົນສົ່ງສາກົນລາວ-ຈີນຄັ້ງທໍາອິດທີ່ຈັດໂດຍມະຫາວິທະຍາໄລວິທະຍາສາດ ແລະ ເຕັກນິກຄຸນມິງ ແລະ ມະຫາວິທະຍາໄລສຸພານຸວົງໄດ້ຈັດຂຶ້ນຢູ່ນະຄອນຄຸນມິງຂອງຈີນ ແລະ ນະຄອນຫຼວງພະບາງຂອງລາວຜ່ານທາງອອນລາຍ ແລະ ອອຟລາຍ.

ເວທີປຶກສາຫາລືຄັ້ງນີ້ນໍາເອົາ “ການຮ່ວມສະຫຼອງວັນທາງລົດໄຟລາວ-ຈີນເປີດນໍາໃຊ້ຄົບຮອບ 1 ປີ  ແລະ ການຮ່ວມສົນທະນາເສັ້ນທາງມິດຕະພາບລາວ-ຈີນທີ່ມີຄວາມສຸກ”ເປັນຫົວຂໍ້, ແບ່ງອອກມີພິທີເປີດ, ຊ່ຽວຊານກ່າວຄໍາປາໄສ, ການຊົມເຊີຍຮູບຖ່າຍ ແລະ ອ່ານບົດຂຽນທີ່ມີຫົວຂໍ້ວ່າ"ທາງລົດໄຟຈີນ-ລາວໃນສາຍຕາຂອງຂ້າພະເຈົ້າ".

ມະຫາວິທະຍາໄລວິທະຍາສາດ ແລະ ເຕັກນິກຄຸນມິງສວຍໃຊ້ກາລະໂອກາດຂອງເວທີປຶກສາຫາລືການພັດທະນາການຂົນສົ່ງສາກົນລາວ-ຈີນຄັ້ງທໍາອິດ, ສົ່ງເສີມທ່າແຮງຂອງເອງໃນດ້ານວິສະວະກໍາຄົມມະນາຄົມ, ວິສະວະກໍາການຂົນສົ່ງ, ບຸກຄະລະກອນ, ນະວັດຕະກໍາວິທະຍາສາດ ແລະ ເຕັກນິກ. ຊຸກຍູ້ການພັດທະນາອຸດສາຫະກໍາຢູ່ເຂດລຽບຕາມທາງລົດໄຟລາວ-ຈີນ, ພະຍາຍາມສະໜອງ “ສະຕິບັນຍາຂອງມະຫາວິທະຍາໄລວິທະຍາສາດ ແລະ ເຕັກນິກຄຸນມິງ ” ”ແຜນການຂອງມະຫາວິທະຍາໄລວິທະຍາສາດ ແລະ ເຕັກນິກຄຸນມິງ ” ແລະ ”ກໍາລັງແຮງຂອງມະຫາວິທະຍາໄລວິທະຍາສາດ ແລະ ເຕັກນິກຄຸນມິງ ”. ມະຫາວິທະຍາໄລວິທະຍາສາດ ແລະ ເຕັກນິກຄຸນມິງ ແລະ ມະຫາວິທະຍາໄລສຸພານຸວົງຮ່ວມຈັດຂຶ້ນເວທີປຶກສາຫາລືຄັ້ງນີ້, ມີຜົນປະໂຫຍດຕໍ່ການຂະຫຍາຍທ່າແຮງສອງຝ່າຍໃນດ້ານການບໍາລຸງບຸກຄະລະກອນທາງຄົມມະນາຄົມ, ການຄົ້ນຄວ້າວິທະຍາສາດ, ການບໍລິການສັງຄົມ, ການແລກປ່ຽນສາກົນ, ສືບທອດ ແລະ ປະດິດສ້າງໃໝ່ວັດທະນະທໍາ, ປະກອບກໍາລັງແຮງເຂົ້າໃນການຊຸກຍູ້ຮ່ວມສ້າງ"ໜຶ່ງແລວໜຶ່ງເສັ້ນທາງ"ມີຄຸນນະພາບສູງ. 


昆明信息港讯(昆明日报 记者余苏晏)12月26日,在中老铁路通车一周年之际,由昆明理工大学、苏发努冯大学主办的首届中老国际交通运输发展论坛,在中国昆明与老挝琅勃拉邦线上线下同步举行。

本届论坛以“共贺中老铁路周年庆、共话中老友谊幸福路”为主题,分为开幕式、论坛专家发言、“我眼中的中老铁路”摄影作品欣赏和征文作品选读等。

昆明理工大学借首届中老国际交通运输发展论坛举办的契机,发挥学校交通运输工程、物流工程、人才智力、科技创新的优势,助力中老铁路沿线产业发展,贡献“昆工智慧”“昆工方案”“昆工力量”的有益尝试。昆明理工大学和苏发努冯大学发起并共同主办此次论坛,有利于发挥双方在轨道交通行业人才培养、科学研究、服务社会、国际交流和文化传承创新方面的综合优势,为推动共建“一带一路”高质量发展贡献力量。  


[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

01/03

18:04

ແບ່ງປັນ

ແປ
翻译