ເສັ້ນທາງລົດໄຟລາວ-ຈີນສ້າງຂຶ້ນເປັນຂົວເຊື່ອມຕໍ່ຈິດໃຈ ແລະ ເສັ້ນທາງແຫ່ງຄວາມຜາສຸກ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)ໃນວັນທີ 5 ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ໃຫ້ການວ່າ: ນັບແຕ່ເສັ້ນທາງລົດໄຟລາວ-ຈີນໄດ້ເປີດໃຫ້ບໍລິການຄົບຮອບ 1 ປີ, ມັນໄດ້ຮັບຜົນສໍາເລັດທີ່ເຫັນໄດ້ຢ່າງຊັດເຈນ. ໃນອະນາຄົດ, ການຮ່ວມມືລະຫວ່າງຈີນ-ລາວ-ໄທທີ່ຖືທາງລົດໄຟເປັນຈຸດສຸມນັ້ນຈະຍົກລະດັບການພັດທະນາຂອງອະນຸພາກພື້ນຢ່າງເປັນຮູບປະທໍາ, ເຮັດໃຫ້ຊ່ອງທາງຄຳແຫ່ງການສັນຈອນສິນຄ້າສາກົນເສີມຂະຫຍາຍບົດບາດຢ່າງພົ້ນເດັ່ນຕື່ມອີກ.

ທາງລົດໄຟລາວ-ຈີນສ້າງ“ຂົວເຊຶ່ອມຕໍ່ຈິດໃຈ”ຂອງມິດຕະພາບ. ມີສຸພາສິດວ່າ,“ຢາກມີຄວາມຮັ່ງມີ, ຄ້ອງສ້າງເສັ້ນທາງກ່ອນ”, ທາງລົດໄຟລາວ-ຈີນໄດ້ເປີດບໍລິການຄົບຮອບ 1 ປີ, ຜົນສໍາເລັດການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານມີຜົນໃໝ່ໆຢ່າງບໍ່ຢຸດຢັ້ງ. “ຂົວເຊຶ່ອມໃຈ”ແຫ່ງນີ້ທີ່ຂ້າມພູຂ້າມນໍ້າ, ໄດ້ສ້າງຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ປະຊາຊົນສອງປະເທດ, ພ້ອມສ້າງຕົວແບບທີ່ດີທີ່ສຸດເພື່ອຮ່ວມສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ" ແລະ ຊຸກຍູ້ການກໍ່ສ້າງປະຊາຄົມຄົດຮ່ວມຊາຕາກໍາ. ລົດໄຟທີ່ເຕັມໄປດ້ວຍຜູ້ໂດຍສານ ແລະ ສິນຄ້ານໍາເອົາໜ້າໃໝ່ ການປ່ຽນແປງໃໝ່ ແລະ ອະນາຄົດທີ່ນັບມຶ້ນັບດີຂຶ້ນໃຫ້ສອງປະເທດ. ຈີນແລະລາວເປັນປະເທດບ້ານໃກ້ເຮືອນຄຽງທີ່ດີ, ສຽງຊີເຣນຂອງລົດໄຟລາວ-ຈີນໄດ້ຢັ້ງຢືນສາຍພົວພັນມິດຕະພາບລະຫວ່າງຈີນກັບລາວນັບມື້ນັບໝັ້ນຄົງຂຶ້ນ.

ເສັ້ນທາງລົດໄຟລາວ-ຈີນສ້າງ“ຂົວແຫ່ງຄວາມຜາສຸກ”ຂອງຊິວິດປະຊາຊົນ.  ນັບແຕ່ທາງລົດໄຟລາວ-ຈີນໄດ້ເປີດບໍລິການເປັນຕົ້ນມາ, ການຄົມມະນາຄົມທີ່ສະດວກສະບາຍໄດ້ຊຸກຍູ້ການຮ່ວມມື ແລະ ແລກປ່ຽນດ້ານເສດຖະກິດສັງຄົມ ແລະ ວັດທະນະທຳລະຫວ່າງຈີນກັບລາວ ແລະ ຊຸກຍູ້ການພັດທະນາເສດຖະກິດຂອງສອງປະເທດຢ່າງມີປະສິດທິຜົນ. ໄດ້ໃສ່ກໍາລັງຂັບເຄື່ອນຢ່າງແຮງໃຫ້ການພັດທະນາເສດຖະກິດ ແລະ ສັງຄົມຕາມເສັ້ນທາງລົດໄຟ, ໄດ້ສະແດງໃຫ້ເຫັນເຖີງແນວຄວາມຄິດຂອງປະຊາຄົມຮ່ວມຊາຕາກໍາ“ປຶກສາຫາລືຮ່ວມກັນ, ກໍ່ສ້າງຮ່ວມກັນ ແລະ ແບ່ງປັນຜົນປະໂຫຍດຮ່ວມກັນ”. ໃນໄລຍະການກໍ່ສ້າງ ແລະ ເປີດໃຫ້ບໍລິການທາງລົດໄຟຈີນ-ລາວ, ໄດ້ຈ້າງພະນັກງານທ້ອງຖິ່ນຈຳນວນຫຼາຍ ແລະ ສ້າງໂອກາດໃນການປະກອບອາຊີບໃຫ້ແກ່ປະຊາຊົນລາວຢ່າງຫຼາຍ. ພ້ອມກັນສ້າງເສັ້ນທາງຊົ່ວຄາວເພື່ອການກໍ່ສ້າງຈໍານວນຫຼາຍ, ຕິດຕັ້ງໄຟຟ້າ ແລະ ທໍ່ນໍ້າຕາມເສັ້ນທາງ, ສ້າງເສັ້ນທາງໃໝ່ ແລະ ຮ່ອງນໍ້າເກີນກວ່າ 2000 ກິໂລແມັດ, ໄດ້ປັບປຸງສະພາບການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນລຽບຕາມເສັ້ນທາງຢ່າງໃຫຍ່ຫຼວງ, ເຊີ່ງນຳມາແຫ່ງຄວາມຜາສຸກ ແລະ ຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນລາວ.

ເສັ້ນທາງລົດໄຟລາວ-ຈີນສ້າງຂົວ ເຊີ່ງຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ”ຕາມໜຶ່ງແລວທາງໜຶ່ງເສັ້ນທາງ. ການເປີດໃຫ້ບໍລິການທາງລົດໄຟລາວ-ຈີນໄດ້ເພີ່ມລາຍຮັບລວມຂອງປະເທດລາວ ແລະ ຍັງເພີ່ມຄວາມດຶງດູດຂອງລາວໃຫ້ແກ່ນັກລົງທຶນທົ່ວໂລກ. ຄາດວ່າມາຮອດປີ 2030,ປະລິມານສິນຄ້າຂ້າມ

ຊາຍແດນທີ່ຜ່ານມາລາວຕາມເສັ້ນທາງລົດໄຟລາວ-ຈີນຈະເຖິງປີລະ 3900ພັນໂຕນ, ຂະແໜງການທ່ອງທ່ຽວໃນລາວກໍ່ໄດ້ຮັບຜົນປະໂຫຍດຢ່າງຫຼາຍ, ຄາດວ່າຈະມີປະຊາຊົນລາວ 4 ລ້ານຄົນ ແລະ ນັກທ່ອງທ່ຽວຈາກປະເທດໃກ້ຄຽງ ປະມານ 10 ລ້ານຄົນ ທີ່ຈະນໍາໃຊ້ທາງລົດໄຟລາວ-ຈີນໃນແຕ່ລະປີ. ທາງລົດໄຟຈີນ-ລາວສະແດງໃຫ້ເຫັນທ່າອ່ຽງການພັດທະນາໃໝ່ຂອງການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວກັນ ຕາມ"ໜຶ່ງແລວໜຶ່ງເສັ້ນທາງ",  ມັນບໍ່ພຽງແຕ່ໄດ້ຮັດແໜ້ນປະຊາຄົມຮ່ວມຊາຕາກໍາລາວ-ຈີນເທົ່ານັ້ນ, ຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການລົງເລິກການຮ່ວມມືມິດຕະພາບລະຫວ່າງຈີນ-ອາຊຽນ ແລະ ການສ້າງປະຊາຄົມເສດຖະກິດອາຊຽນ.

ເສັ້ນທາງລົດໄຟລາວ-ຈີນທີ່ນັບແລ່ນນັບໄວກວ່າ ແລະ ນັບແລ່ນນັບກວ້າງກວ່າ, ໄດ້ແຕ່ງບົດທີ່ງາມດີຂອງມິດຕະພາບ ແລະ ຄວາມສຸກອັນຍາວນານລະຫວ່າງສອງປະເທດ, ພ້ອມເປັນສຽງທີ່ແຮງທີ່ສຸດຂອງຍຸກໃນການພັດທະນາ "ໜຶ່ງແລວທາງໜຶ່ງເສັ້ນທາງ".


外交部发言人毛宁5日表示,中老铁路正式通车运营一年来,交出了一份亮眼成绩单。未来,以铁路为重点的中老泰三方合作将实质提升次区域发展水平,国际物流黄金大通道作用将进一步凸显。(人民日报12月6日)

中老铁路架起友谊“连心桥”。俗话说,“要想富,先修路”,中老铁路通车运营一周年,客货运“成绩单”不断刷新。在一组组亮眼的运输数据下,这一座跨越山河的“连心桥”,为两国人民带来巨大福祉,也为共建“一带一路”和推动构建人类命运共同体提供了最好的样板。一列列满载满客货的钢铁长龙为两国带来了越来越好的新面貌、新变化和灿烂的前景。中老两国作为山水相连的好邻居,中老铁路上的声声汽笛也见证了中老友谊历久弥坚。

中老铁路畅通民生“幸福桥”。中老铁路建成以来,便利的交通促进了中老两地经济社会和人文合作交流,有效拉动了两国经济发展,给沿线经济社会发展注入了强劲动力,体现出“共商共建共享”的命运共同体理念。中老铁路在建设和运营过程中大量聘用老挝当地员工,为老挝人民提供了大量就业机会。同时在铁路沿线大量修建施工便道、接通沿线水电、修建近2000公里道路水渠等,极大改善了沿线百姓生产生活状况,给老挝人民带来了真真切切的幸福感和获得感。

中老铁路打造一带一路“共赢桥”。中老铁路的开通提升了老挝的总收入,也增强了老挝对世界各国投资者的吸引力。预计到2030年,每年沿中老铁路走廊途经老挝的过境贸易将会达到390万吨,老挝的旅游业也从中获益匪浅,预计每年会有400万老挝人和来自周边国家的1000万游客搭乘中老铁路。中老铁路展示了“一带一路”合作共赢的发展新风尚,它不仅夯实了中老命运共同体,还对深化中国与东盟睦邻友好合作,为东盟经济共同体建设作出了积极贡献。

越跑越快、越跑越宽的中老铁路,谱写出两国友谊长存、幸福长久的美妙篇章,更吹响了“一带一路”共赢发展的时代最强音。

[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

12/14

17:11

ແບ່ງປັນ

ແປ
翻译