ໃນ 10 ເດືອນຕົ້ນປີ, ມູນຄ່າການຄ້າຂາເຂົ້າ-ຂາອອກຂອງແຂວງຢຸນນານເພີ່ມຂຶ້ນ 16,4%

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)ວັນມໍໆມານີ້, ດ່ານພາສີຄຸນໝິງໄດ້ປະກາດວ່າ, ໃນ 10 ເດືອນຕົ້ນປີ,  ມູນຄ່າການຄ້າຂາເຂົ້າ-ຂາອອກຂອງແຂວງຢຸນນານໄດ້ເຖິງ 282,46 ຕຶ້ຢວນ, ເພີ່ມຂຶ້ນ 16,4% ທຽບໃສ່ໄລຍະດຽວກັນປີກາຍ. ໃນນັ້ນ, ມູນຄ່າຂາອອກ 140,17 ຕຶ້ຢວນ, ເພີ່ມຂຶ້ນ 10% , ມູນຄ່າຂາເຂົ້າ 142,29ຕຶ້ຢວນ, ເພີ່ມຂຶ້ນ 23.5% . 

ໃນ 10 ເດືອນຕົ້ນປີ,  ມູນຄ່າຂາເຂົ້າ-ຂາອອກຂອງຢຸນນານຕໍ່ອາຊຽນແມ່ນ 105,5 ຕື້ຢວນ, ເພີ່ມຂຶ້ນ 6.6% , ກວມເອົາ 37,4% ຂອງຍອດມູນຄ່າຂາເຂົ້າ-ຂາອອກຂອງທົ່ວແຂວງ, ໃນນັ້ນ, ມູນຄ່າຂາເຂົ້າ-ຂາອອກຕໍ່ໄທ ແລະ ລາວເພີ່ມຂຶ້ນ 25.2%、25.5% ຕາມລໍາດັບ. ມູນຄ່າຂາເຂົ້າ-ຂາອອກຢູນນານຕໍ່ຄູ່ຮ່ວມມືການຄ້າໃນສັນຍາRCEP ເພີ່ມຂຶ້ນໄວກວ່າ, ເຖີງ119,77 ຕຶ້ຢວນ, ເພີ່ມຂຶ້ນ7.9%.

ໃນດ້ານປະເພດຜະລິດຕະພັນຂາເຂົ້າ-ຂາອອກ, ຄວາມໄວການສົ່ງອອກຜະລິດຕະພັນສຸມແຮງງານເພີ່ມຂຶ້ນໄວ, ມູນຄ່າຂາອອກໄດ້ເຖິງ 21,78 ຕຶ້ຢວນ, ເພີ່ມຂຶ້ນ 42%. ມູນຄ່າຂາເຂົ້າຜະລິດຕະພັນພະລັງງານ ແລະ ກະສິກໍາໄດ້ເກີນປີກາຍ, ມູນຄ່າການນໍາເຂົ້າຜະລິດຕະພັນພະລັງງານ( ນໍ້າມັນດິບ ຖ່ານຫິນ ແລະ ແກັສທໍາມະຊາດ) ແມ່ນ 49,54 ຕຶ້ຢວນ, ເພີ່ມຂຶ້ນ 58,2% ; ມູນຄ່າການນໍາເຂົ້າຜະລິດຕະພັນກະສິກໍາແມ່ນ 17,92 ຕຶ້ຢວນ, ເພີ່ມຂຶ້ນ 16,8%.


昆明海关近日通报,今年前10月,云南外贸进出口2824.6亿元,较去年同期增长16.4%。其中,出口1401.7亿元,增长10%;进口1422.9亿元,增长23.5%。

前10月,云南对东盟进出口1055亿元,增长6.6%,占全省进出口总值的37.4%,其中,对泰国、老挝进出口分别增长25.2%、25.5%。对RCEP贸易伙伴进出口贸易增速较快,达1197.7亿元,增长7.9%。

进出口产品类型方面,劳动密集型产品出口增长较快,出口达217.8亿元,增长42%。能源产品、农产品进口已超去年全年,进口能源产品(原油、煤及褐煤、天然气)495.4亿元,增长58.2%;进口农产品179.2亿元,增长16.8%。(云南日报 记者刘子语) 

[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

12/13

18:35

ແບ່ງປັນ

ແປ
翻译