12 ວິສາຫະກິດຂອງຊຽງໄຮຕັ້ງປະຈໍາຢູ່ສວນວິທະຍາສາດເຕັກນິກຄຸນໝິງ ຮຸ້ດ່ຽນຫຼິງກາງ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)ວັນທີ 12 ເດືອນທັນວານີ້, ພິທີບໍລິຈາກການປະສານງານຮ່ວມມືລະຫວ່າງຄູ່ຮ່ວມມືຊຽງໄຮ-ຢຸນນານ, ຄືພິທີເຊັນສັນຍາຂອງວິສາຫະກິດຕັ້ງປະຈໍາຢູ່ສວນວິທະຍາສາດເຕັກນິກຄຸນໝິງ ຮຸ້ດ່ຽນຫຼິງກາງຈັດຂຶ້ນຢູ່ນະຄອນຄຸນມິງ. ກຸ່ມບໍລິສັດການກໍ່ສ້າງທ່ອງເຊີ້ນຊຽງໄຮຈໍາກັດ, ບໍລິສັດຂໍ້ມູນການແພດໝິງຜີນຊຽງໄຮຈໍາກັດ ແລະ ບໍລິສັດອື່ນໆລວມ 12 ບໍລິສັດຂອງຊຽງໄຮໄດ້ເຊັນສັນຍາກັບສວນວິທະຍາສາດເຕັກນິກຄຸນໝິງງ ຮຸ້ດ່ຽນຫຼິງກາງ ແລະ ຕັ້ງປະຈໍາຢ່າງເປັນທາງການ.

ສວນວິທະຍາສາດເຕັກນິກຄຸນມິງຮຸ້ດ່ຽນຫຼິງກາງເລີ່ມສ້າງຈາກເດຶອນສິງຫາ ປີ 2022, ໂຄງການນີ້ລວມມີອາຄານ 42 ຕຶກ, ແບ່ງເປັນ 5 ເຂດໃຫຍ່ຄື: ເຂດສະໜອງເຄຶ່ອງປະກອບເປັນຊຸດ, ເຂດສໍານັກງານໃຫຍ່, ເຂດການຜະລິດອັດສະລິຍະ, ເຂດການຄົ້ນຄວ້າ-ປະດິດສ້າງໃໝ່ແບບອັດສະລິຍະ ແລະ ເຂດການຜະລິດ. ດຽວນີ້, ໂຄງປະກອບຫຼັກຂອງອາຄານ 18 ຕຶກໄດ້ສ້າງສໍາເລັດ, ຄາດວ່າຈະສ້າງສຳເລັດໝົດ ແລະ ມອບໃຫ້ໄດ້ໃນໄຕມາດ 1 ຂອງປີ 2024 , ໃນເວລານັ້ນ, ຈະເຕົ້າໂຮມວິສາຫະກິດວິທະຍາສາດເຕັກນິກລະດັບສູງຫຼາຍກວ່າ 200 ວິສາຫະກິດ ແລະ ບຸກຄະລາກອນດ້ານວິທະຍາສາດເຕັກນິກລະດັບສູງ 3000 ຄົນ. 12 ວິສາຫະກິດທີ່ເຊັນສັນຍາຕັ້ງປະຈໍາຄັ້ງນີ້ສ່ວນຫຼາຍແມ່ນວິສາຫະກິດ“ມີວິຊາສະເພາະ ມິລັກສະນະຕົນເອງ ແລະ ມີຮູບແບບໃຫມ່”ໃນຊຽງໄຮ, ມີຄວາມສາມາດດ້ານການປະດິດສ້າງໃໝ່ ແລະ ຄົ້ນຄວ້າຢ່າງແຂງແຮງ.

ທ່າເຊຢູນ ຮອງເຈົ້ານະຄອນຄຸນມິງໄດ້ກ່າວຄໍາປາໄສ ແລະ ສະແດງວ່າ, ຫວັງວ່າຊຽງໄຮໄດ້ນໍາເອົາຮູບແບບການພັດທະນາເສດຖະກິດສູ່ພາຍນອກເຂົ້າມາສວນວິທະຍາສາດເຕັກນິກຄຸນມິງ ຮຸ້ດ່ຽນຫຼິງກາງ; ຫວັງວ່າໂຄງການນີ້ໄດ້ຍ້າຍອຸດສາຫະກໍາທີ່ຂະຫຍາຍຢູ່ຊຽງໄຮເຂົ້າມາຄຸນມິງ, ຫວັງວ່າມີວິສາຫະກິດຫຼາຍກວ່າໄດ້ເຂົ້າມາຄຸນມິງ; ຮັກສາບຸກຄະລະກອນລະດັບສູງຂອງຊຽງໄຮຢູ່ຄຸນມິງ, ກໍ່ຫວັງວ່າວິສາຫະກິດ ແລະ ບຸກຄະລະກອນທີ່ຕັ້ງປະຈໍາຢູ່ຄຸນມິງໄດ້ຮັກຄຸນມິງ ແລະ ອາໄສຢູ່ຄຸນມິງ, ຮ່ວມສ້າງນະຄອນຄຸນໝິງໃຫ້ດີ.


昆明信息港讯(昆明日报 记者吴洁)12月12日,沪滇对口协作捐赠仪式暨沪滇临港昆明科技城企业入驻签约仪式在昆举行。上海通正建筑科技集团有限公司、上海明品医学数据科技有限公司等12家上海企业与沪滇临港昆明科技城现场签订入驻协议。

沪滇临港昆明科技城于2022年8月开工,项目共有42栋楼宇,分为功能配套区、总部功能区、智能智造区、研发智造区和生产制造区五大区域。目前,18栋楼宇已完成主体结构封顶,预计2024年一季度竣工交付,将聚集相关高科技企业200家以上,高科技人才3000人。此次签约入驻的12家企业大多为上海的“专精特新”企业,具有很强的研发创新实力。

昆明市副市长徐云在致辞中表示,希望上海将发展外向型经济的模式带到沪滇临港昆明科技城;期待项目把上海拓展的产业转过来,希望有更多企业转到昆明;把上海高端人才留下来,希望落地企业和到昆人才能够爱上昆明、扎根昆明,共同建设好昆明。


[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

12/13

18:30

ແບ່ງປັນ

ແປ
翻译