ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ)ໃນຊຸມປີມໍ່ໆມານີ້, ຖະໜົນ ປີ້ກູ, ບ້ານ ຫຼີຈີກໍ, ເຂດຕ່ອງຈ່ວນ, ນະຄອນຄຸນໝິງໄດ້ອີງໃສ່ເງື່ອນໄຂທຳມະຊາດ ທີ່ມີເອກະລັກເພື່ອຫັນປ່ຽນຮູບແບບການພັດທະນາກະສິກຳ, ສ້າງກົນໄກການເພີ່ມໄລຮັບດ້ວຍການພັດທະນາເຊື່ອມໂຍງອຸສາຫະກຳທີ່ໜຶ່ງ ທີ່ສອງແລະທີ່ສາມ, ຈາກປີ 2015 ມາຮອດປະຈຸບັດນີ້, ປະຊາກອນທີ່ຫຼຸດພົ້ນອອກຈາກຄວາມທຸກຍາກຂອງບ້ານຫຼີຈີກໍອັດຕາການເຕີບໂຕສະເລ່ຍຕໍ່ປີ 45.1%, ລາຍຮັບຕໍ່ປີຂອງເສດຖະກິດລວມໝູ່ຂອງໝູ່ບ້ານຫຼາຍກວ່າ 500,000 ຢວນ ແລະໄດ້ເດີນຕາມໄປເສັ້ນທາງການເພີ່ມໄລຮັບດ້ວຍຫຼາຍຮູບແບບ.
ພື້ນຖານສາທິດ "ມັນຕົ້ນທີ່ຈໍ່ດອກໄມ້" ຂອງບັານຫຼີຈີກໍ
ປະສົມ ແລະ ນຳໃຊ້ຊັບພະຍາກອນຕ່າງໆ
ໂດຍຍຶດໝັ້ນແຜນການວາງແຜນກ່ອນ, ບ້ານຫຼີຈີກໍໄດ້ວາງແຜນເປັນເອກະພາບເພື່ອນຳໃຊ້ຊັບພະຍາກອນທຸກປະເພດ, ສຸມໃສ່ແກ້ໄຂບັນຫາຂາດເຂີນ ແລະ ສິ້ນເປືອງຊັບພະຍາກອນ, ນຳໃຊ້ຊັບພະຍາກອນທີ່ດິນ, ພື້ນດິນການປູກປ່າໄມ້, ພື້ນດິນການກໍ່ສ້າງເຮືອນ ເພື່ອຊອກຫາວິທີການພັດທະນາແບບ “ກະດາດໝາກຮຸກດຽວ”.
ບ້ານໄດ້ກໍ່ສ້າງພື້ນຖານສາທິດ “ມັນຕົ້ນທີ່ຈໍ່ດອກໄມ້” ທີ່ມີເນື້ອທີ່ 300 ມູ້, ຊຸກຍູ້ການຮ່ວມມືລະຫວ່າງສະຖາບັນກັບທ້ອງຖິ່ນຢ່າງຕັ້ງໜ້າ, ພົວພັນກັບບັນດານັກວິຊາການຈາກສະຖາບັນວິທະຍາສາດກະສິກຳຂັ້ນແຂວງແລະເມືອງ ເພື່ອຊ່ວຍຊາວກະສິກອນຜັນຂະຫຍາຍເນື້ອທີ່ການປູກຝັງ, ຍົກສູງອັດຕາການນຳໃຊ້ທີ່ດິນ, ບັນລຸຜົນຜະລິດຂອງ “ມັນຕົ້ນທີ່ຈໍ່ດອກໄມ້” ເພີ່ມຂຶ້ນ 238,87 ກິໂລຕໍ່ມູ້.
ອີງຕາມຊັບພະຍາກອນດິນຟ້າອາກາດໃນປ່າ, ໄດ້ພະຍາຍາມຮັບເອົາກອງທຶນການຊ່ວຍເຫຼືອແລະການຮ່ວມມືລະຫວ່າງແຂວງຢຸນນານ ກັບ ແຂວງຊຽງໄຮ ແລະ ກອງທຶນການຊ່ວຍເຫຼືອຕາມເຂດກຳນົດສະເພາະຈາກພາກສ່ວນຂັ້ນເມືອງ ທັງຫມົດ 7 ລ້ານຢວນ, ກໍ່ສ້າງພື້ນຖານການລ້ຽງຫ່ານຂາວ ແລະ ໄດ້ຫັນປ່ຽນທີ່ດິນໄປສ້າງເຮືອນຖຽງນຳໃຊ້ໃນການລ້ຽງຫ່ານ 10 ຫຼັງ, ລ້ຽງຫ່ານຂາວ 15,000 ໂຕ, ສ້າງຜົນປະໂຫຍດໃຫ້ແກ່ຊາວກະສິກອນ 219 ຄອບຄົວ. ອີງໃສ່ທ່າແຮງດ້ານແຫຼ່ງນໍ້າເຜິ້ງອັນອຸດົມສົມບູນເຊີ່ງມີ 20 ກວ່າປະເພດໃນປ່າທີ່ຢູ່ລະດັບທະເລສູງ, ນຳເຂົ້າວິສາຫະກິດທີ່ເປັນຈຸດທົດລອງຂອງການຜະລິດຜະລິດຕະພັນນ້ຳເຜິ້ງລະດັບຊາດ, ພັດທະນາຂະແໜງການລ້ຽງເຜິ້ງທີ່ມີຄຸນນະພາບສູງ.
ພັດທະນາການບໍລິການເຊື່ອມໂຍງຕະຫຼາດ
ຍຶດໝັ້ນຕະຫຼາດເປັນຜູ້ນຳພາ, ເພີ່ມທະວີແນວຄິດການດຳເນີນທຸລະກິດແບບຕະຫຼາດ, ສຸມໃສ່ແກ້ໄຂບັນຫາ “ຜະລິດຕະພັນກາຍເປັນສິນຄ້າ ແລະ ມີຄວາມຫຍູ້ງຍາກໃນການຂາຍຢູ່ຕະຫຼາດ”. ອົງການຈັດຕັ້ງພັກຈະນຳພາການປະຕິບັດການບໍລິການເຊື່ອມໂຍງກັນໃນດ້ານ “ການຜະລິດ, ການສະໜອງ ແລະ ການຂາຍ” ເພື່ອເປີດກວ້າງຕະຫລາດໃຫ້ແກ່ມວນຊົນ.
ບັນດາອົງການຈັດຕັ້ງພັກນຳໜ້າໃນການຜັນຂະຫຍາຍຕະຫຼາດ. ຮັບຮອງເອົາຮູບແບບ “ອົງການຈັດຕັ້ງພັກ+ສະຫະກອນ+ວິສາຫະກິດ+ຊາວກະສິກອນ”, ສາຂາພັກນຳພາການສ້າງຕັ້ງສະຫະກອນ “ມັນຕົ້ນທີ່ຈໍ່ດອກໄມ້” ແລະ ສະຫະກອນວິຊາການລ້ຽງຫ່ານຢູ່ບ້ານຫຼີຈີກໍ, ເຕົ້າໂຮມບັນດາຫົວໜ່ວຍຕະຫຼາດ, ຂະຫຍາຍຂະໜາດການຜະລິດ, ຜັນຂະຫຍາຍຕະຫຼາດການຂາຍ, ເຕົ້າໂຮງ 171 ຄອບຄົວ, ມີ 668 ຄົນ, ປ່ຽນຮູບແບບ“ການຕໍ່ສູ້ດຽວ” ເປັນ “ການຕໍ່ສູ້ຮ່ວມກັນ”, ບັນລຸການຫັນປ່ຽນຈາກການດຳເນີນທຸລະກິດແບບແຈກຢາຍ ແລະ ແບບດັ້ງເດີມຂອງຊາວກະສິກອນໄປສູ່ການດຳເນີນທຸລະກິດເປັນຂະໜາດມີຮູບແບບການຮ່ວມມືໃໝ່.
ວິສາຫະກິດທີ່ນໍາຫນ້າຂັບເຄື່ອນຕະຫຼາດ. ວິສາຫະກິດທີ່ນໍາຫນ້າຈະສົ່ງເສີມທ່າແຮງຂອງຕົນເອງຢ່າງເຕັມທີ່ແລະໄດ້ເຊັນຂອບສັນຍາການຮ່ວມມືຍຸດທະສາດໂດຍຜ່ານການຊ່ວຍເຫຼືອຂອງອົງການຈັດຕັ້ງພັກເພື່ອຊຸກຍູ້ການສ້າງພົວພັນການຮ່ວມມືລະຫວ່າງຊາວກະສິກອນແລະວິສາຫະກິດອຸດສາຫະກໍາກະສິກໍາ, ສະຫະກອນວິຊາການ, ຄອບຄົວການປູກຝັງແລະການລ້ຽງສັດ. ວິສາຫະກິດເປັນຜູ້ເຄື່ອນໄຫວ, ແກ້ໄຂບັນຫາການຂາຍຜະລິດຕະພັນ, ນຳພາ 427 ຄົນປະກອບອາຊີບ ແລະ ບັນລຸມູນຄ່າການຜະລິດ 13 ລ້ານຢວນຕໍ່ປີ.
ຕ່ອງໂສ້ອຸດສາຫະກໍາໄດ້ຜັນຂະຫຍາຍເພື່ອສ້າງຕະຫຼາດ. ລົງເລິກການພັດທະນາທີ່ມີຫຼາຍຮູບແບບ, ຊຸກຍູ້ການຂະຫຍາຍຕ່ອງໂສ້ອຸດສາຫະກຳ, ສ້າງຕັ້ງການພົວພັນຮ່ວມມືລະຫວ່າງໝູ່ບ້ານແລະເວທີການຄ້າອີຄອມເມີຊຂອງວິສາຫະກິດ, ສົ່ງເສີມການຂາຍສິນຄ້າກະສິກຳທາງອອນລາຍ, ບັນລຸການເຊື່ອມຕໍ່ລະຫວ່າງເຂດການຜະລິດກັບຕະຫຼາດຢ່າງມີປະສິດທິຜົນ. ການຂາຍ “ມັນຕົ້ນທີ່ຈໍ່ດອກໄມ້” 650 ໂຕນ, ຜະລິດຕະພັນຫ່ານ 8 ໂຕນຕໍ່ປີຢູ່ເຖິງແພລະຕະຟອມການຄ້າອີຄອມເມີຊ, ໄລຮັບເພີ່ມຂື້ນ 2.8 ລ້ານຢວນທຽບໄລຍະດຽວກັນ.
ການເຊື່ອມໂຍງ ແລະ ການພັດທະນາຮ່ວມກັນຂອງອຸດສາຫະກຳ
ຍຶດໝັ້ນການສະໜັບສະໜູນໂດຍອຸດສາຫະກຳ ແລະ ສົ່ງເສີມການເຊື່ອມໂຍງ ແລະ ການພັດທະນາອຸດສາ ຫະກຳທີ່ໜຶ່ງ, ທີ່ສອງ ແລະ ທີ່ສາມ, ສຸມໃສ່ແກ້ໄຂບັນຫາຂອງອຸດສາຫະກຳ ຄື: ການກະແຈກກະຈາຍ, ຂະໜາດນ້ອຍ ແລະ ກຳລັງອ່ອນ, ສົ່ງເສີມການພັດທະນາແບບຕ່ອງໂສ້, ເຊື່ອມໂຍງຈຸດເປັນໂຕ່ງສໍ້, ເຊື່ອມໂຍງໂຕ່ງສໍ້ເປັນເຄືອຂ່າຍ, ບັນລຸການເພີ່ມໄລຮັບຮ່ວມກັນໂດຍມີຮູບແບບ “ເຄືອຂ່າຍດາງໜຶ່ງ”. ບ້ານຫຼີຈີກໍໄດ້ເຊີນນັກຊ່ຽວຊານແລະນັກຄົ້ນຄ້ວາຈັດຕັ້ງຄະນະວິທະຍາສາດເຕັກນິກອຸດສາຫະກຳ“ມັນຕົ້ນໃຫຍ່ຂອງເຂດດົງຊວນ”ແຂວງຢຸນນານເພື່ອຊີ້ນຳການປູກຝັງ “ມັນຕົ້ນຈໍ່ດອກໄມ້” ທີ່ມີຄຸນນະພາບສູງ, ສະເໜີໃບຢັ້ງຢືນ“ສາມຜະລິດຕະພັນ ມາດຕະຖານດຽວ” ແລະ ລົງທະບຽນ ແລະ ແຈ້ງຍີ່ຫໍ້ຂອງຜະລິດຕະພັນກະສິກຳທີ່ມີລັກສະນະ, “ມັນຕົ້ນຈໍ່ດອກໄມ້”ຂອງບ້ານຫຼີຈີກໍຖື້ກະຈາຍຂ່າວຢູ່ເຖິງCCTVເປັນ 4 ຄັ້ງ, ອອກຈາກເຂດດົງຊວນໄປທົ່ວປະເທດ.
“ຜ່ານການປະຕິບັດ ແລະ ການສຳຫຼວດມາເປັນເວລາຫຼາຍປີ, ບ້ານຫຼີຈີກໍໄດ້ປ່ຽນຈາກໝູ່ບ້ານພູດອຍນ້ອຍທີ່ມີຄວາມທຸກຍາກ ແລະ ຖອຍຫຼັງມາເປັນໝູ່ບ້ານສາທິດທີ່ມີຊື່ສຽງ”, ຜູ້ຮັບຜິຊອບຂອງເຂດດົງຊວນໃຫ້ຮູ້ວ່າ: “ສະຫະກອນທີ່ນຳພາໂດຍອົງການຈັດຕັ້ງພັກ” ຂອງບ້ານຫຼີຈີກໍໄດ້ເອົາຮູບແບບການເຊື່ອມໂຍງຜົນປະໂຫຍດ. ໄດ້ປະກອບສ່ວນເຂົ້າໃນສະພາບການທີ່ປະຊາຊົນສາມັກຄີກັນ, ເຕົ້າໂຮມຊັບພະຍາກອນ, ອຸດສາຫະກຳຈະເລີນຮຸ່ງເຮືອງ ແລະ ປະຊາຊົນມີຄວາມຮັ່ງມີ, ບຸກທະລຸບັນຫາຂອງອຸດສາຫະກຳ ຄື: ການກະແຈກກະຈາຍ, ຂະໜາດນ້ອຍ ແລະ ກຳລັງອ່ອນ, ສ້າງສະຖານະການພັດທະນາໃໝ່ທີ່ຈາກກະແຈກກະຈາຍໄປສູ່ການເຕົ້າໂຮມເປັນດຽວ.
近年来,昆明市东川区李子沟村碧谷街道依托独特的自然条件,转变农业发展方式,建立一二三产融合发展增收机制,2015年至今,李子沟村脱贫人口收入年平均增长率达45.1%,村集体经济年收入达50万元以上,走出了一条多元增收路。
李子沟村“开花洋芋”示范基地
盘活各种资源
坚持规划先行,李子沟村统筹利用各类资源,着力解决资源闲置和浪费的问题,盘活土地、林地、宅基地,“一盘棋”联动谋发展。
该村新建300亩“开花洋芋”示范基地,积极推动院地合作,联合省、市农科院专家,科技助农扩大种植面积,提高土地利用率,实现“开花洋芋”亩增产238.87公斤。
依托山林气候资源,争取沪滇合作帮扶资金及市级单位定点帮扶资金共700万元,建设白鹅养殖基地,流转土地建成养鹅大棚10个,饲养白鹅1.5万只,219户农户受益。利用高海拔森林20余种丰富的蜜源优势,引进国家优质蜂产品工程试点企业,发展优质蜜蜂养殖。
发展市场一体化服务
坚持市场主导,强化市场化经营理念,着力解决“产品变商品、市场销售难”问题,党组织带动实施“产、供、销”一体化服务,打通市场惠群众。
党组织带头拓市场。采取“党组织+合作社+企业+农户”模式,党支部牵头成立长宇“开花洋芋”合作社和李子沟村养鹅专业合作社,联合市场主体,扩大生产规模,拓展销售市场,绑定农户171户668人,变“单打独斗”为“联合作战”,实现由小农户传统分散经营向新型合作化规模经营转变。
龙头企业带动闯市场。龙头企业充分发挥自身优势,通过党组织搭桥达成战略合作协议,促进农户与农业产业企业、专业合作社、种植养殖大户建立合作关系,由企业主体带动,解决产品销售问题,直接带动从业人员427人,实现年产值1300万元。
产业链条延伸建市场。深化多元发展,推动产业链条延伸,村集体与企业电子商务平台建立合作关系,推动农特产品线上销售,实现产地和市场的有效衔接,电商平台每年销售“开花洋芋”650吨、系列鹅产品8吨,收益同比增加280万元。
产业融合协同发展
坚持产业支撑,推动一二三产融合发展,着力解决产业“散、小、弱”问题,促进“链”式发展,接扣成链,拉链成网,织成共同增收“一张网”。李子沟村邀请专家研究员成立云南省“东川大洋芋”产业科技特派团,指导优质“开花洋芋”种植,开展“三品一标”认证和特色农产品商标注册申报,李子沟“开花洋芋”4次登上中央电视台,走出东川、走向全国。
“通过多年实践探索,李子沟村从昔日贫穷落后的小山村变成了远近闻名的示范村。”东川区相关负责人说,李子沟“党组织领办合作社”的利益联结模式,促成了人心齐、资源聚、产业兴、共致富的良好局面,突破了农业产业“小、散、弱”的困境,形成了由散到聚的发展新格局。(云南日报 记者茶志福)
ຮູບແບບ"ເຂົ້າ +" ຊ່ວຍເພີ່ມລາຍຮັບດ້ານນິເວດຂອງແຂວງຢຸນນານ
ສະບາຍດີ2022-10-24
ແຂວງຢຸນນານຈະສຸມໃສ່ການສົ່ງເສີມອຸດສາຫະກຳປ່າໄມ້ຫ້າຢ່າງ
ສະບາຍດີ2022-10-21
ແຂວງຢຸນນານໄດ້ຈັດເວທີປຶກສາຫາລືການພັດທະນາອຸດສາຫະກຳໝາກນາວ (Citrus × limon 'Rosso') ຄັ້ງທຳອິດ
ສະບາຍດີ2022-10-14
ໂຮງງານອັດສະລິຍະ 5G ທີ່ຢູ່ໃນພູດອຍ
ສະບາຍດີ2022-10-10
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
11/28
10:57
— ແບ່ງປັນ —