ເມືອງຈໍາພອນສະຖານທີ່ແຫ່ງວັດທະນະທໍາ ທຳມະຊາດ ແລະ ປະຫວັດສາດທີ່ປະສົມປະສານກັນຢ່າງລົງຕົວ

ມາຈາກ:ຈຳປາເມືອງລາວ

1

ທ່ານຮູ້ຫຼືບໍ່ວ່າ ແຂວງສະຫວັນນະເຂດເປັນແຂວງທີ່ມີປະຊາກອນອາໄສຢູ່ຫຼາຍທີ່ສຸດຂອງປະເທດລາວ ພ້ອມກັນນັ້ນແຂວງສະຫວັນນະເຂດຍັງເປັນແຂວງທີ່ມີພື້ນທີ່ລີ້ລັບຫຼາຍແຫ່ງຊຶ່ງກໍ່ຄືວັດວາອາຣາມທີ່ເກົ່າແກ່ທາງປະຫວັດສາດ, ແລ້ວຍັງມີປາຝາຫົວກົບ, ແຂ້ນໍ້າຈືດ ຫຼືແມ່ນແຕ່ເຂດປ່າທີ່ເຕັມໄປດ້ວຍລີງ.ໃນຂະນະທີ່ສິ່ງທີ່ໄດ້ກ່າວມາທັງໝົດນີ້ ຄ້າຍຄືກັບວ່າຫຼຸດອອກມາຈາກປື້ມນະວະນິຍາຍການຜະຈົນໄພເລີຍ, ແຕ່ທ່ານສາມາດໄປຢ້ຽມຊົມ ແລະ ສຳຫຼວດສະຖານທີ່ທີ່ມີຄວາມເປັນເອກະລັກດັ່ງກ່າວນີ້ໄດ້ແທ້ທີ່ ວົງຈອນການທ່ອງທ່ຽວເຊັ່ນຈຳພອນ.

2

ຫໍແຈກໄມ້ບູຮານແຫ່ງນີ້ແມ່ນຢູ່ທີ່ບ້ານໂນນລຳຈັນ ຊຶ່ງເປັນບ່ອນທີ່ພະສົງສາມະເນນມາໂຮມກັນສູດມົນ ແລະ ເປັນບ່ອນເຕົ້າໂຮມຂອງຊາວບ້ານໃນເຂດນັ້ນ.

3

ວັດບ້ານໜອງລຳຈັນແມ່ນວັດທີ່ມີຊື່ສຽງໂດ່ງດັງດ້ວຍຫໍໄຕຣທີ່ສ້າງດ້ວຍໄມ້ ແລະ ຕັ້ງຢູ່ເທິງເສົາໄມ້ຫຼາຍຕົ້ນ, ພ້ອມກັບການກໍ່ສ້າງທີ່ເປັນເອກະລັກຂອງອາຄານທີ່ເປັນບ່ອນເກັບຮັກສາໜັງສືໃບລານອັນແສນລ້ຳຄ່າໃຫ້ລອດພົ້ນຈາກການຖືກແມງໄມ້ກັດກິນ.

4

ສະຖານທີ່ທ່ອງທ່ຽວທີ່ຈະສາມາດໃຫ້ທ່ານໄດ້ເຫັນລີງທີ່ອາໄສຕາມທຳມະຊາດປັດຈຸບັນນີ້ແມ່ນເຫຼືອບໍ່ພຽງແຕ່ເທົ່າໃດແຫ່ງໃນລາວແລ້ວ. ແຕ່ລະວັງໃຫ້ດີເດີເພາະພວກມັນເປັນສັດປ່າ!

5

ວັດຕາແຫຼວ ໄດ້ຖືກສ້າງຂຶ້ນໃນຕົ້ນຊຸມປີ 1900 ແລະ ປະຕິບັດຕາມແຜນການສ້າງຂອງຈັກກະພັດຝຣັ່ງ. ແຕ່ໜ້າເສຍດາຍ, ທີ່ສະຖານແຫ່ງນີ້ເກືອບຈະຖືກທໍາລາຍໂດຍລະເບີດໃນຊ່ວງລະຫວ່າງສົງຄາມອິນດູຈີນ, ຊຶ່ງມີພຽງແຕ່ສິມທີ່ຍັງເຫຼືອລອດ ແລະ ຕຶກທາງນອກແມ່ນຖືກລະເບີດໝົດ.

6

ການຕົກແຕ່ງພາຍໃນຂອງສິມແມ່ນຈະມີຮູບແຕ້ມດັ້ງເດີມທີ່ີສີສັນອັນສົດໃສ. ຮູບແຕ້ມເຫຼົ່ານີ້ແມ່ນໄດ້ບອກເລົ່າເລື່ອງປະຫວັດສາດຂອງທ້ອງຖິ່ນ ແລະ ນິທານທາງພຸດທະສາສະໜາອີກດ້ວຍ.

7

ຕົ້ນໄມ້ບູຮານຕົ້ນນີ້ແມ່ນຢູ່ໃກ້ກັບວັດຕາແຫຼວຊຶ່ງປະຊາຊົນໃນທ້ອງຖິ່ນຖືວ່າເປັນສິ່ງສັກສິດ ແລະ ຍັງເປັນຫນຶ່ງໃນພື້ນທີ່ທີ່ໃຫຍ່ທີ່ສຸດອີກດ້ວຍ!

8

ເຂດນີ້ເປັນບ່ອນຢູ່ອາໄສຂອງຊົນເຜົ່າຜູ້ໄທ, ຊຶ່ງເປັນຊົນເຜົ່າທີ່ມີຊື່ສຽງທາງດ້ານດົນຕີທີ່ມີເອກະລັກ ແລະ ຜ້າຝ້າຍທີ່ຍ້ອມດ້ວຍສີຟ້າຄາມ.

9

ພຣະທາດກູ່ ແມ່ນວັດຮິນດູ ທີ່ຖືກທໍາລາຍໂດຍອານາຈັກຂະເໝນໃນຊ່ວງຕົ້ນ ຄສ 1000, ຊຶ່ງປັດຈຸບັນນີ້ແມ່ນໄດ້ຮັບການດັດແປງໃຫ້ກາຍເປັນສະຖານທີ່ສັກກະລະບູຊາຂອງຊາວພຸດໃນເຂດນັ້ນ.

10

ແມ່ນ້ຳສຸຍແມ່ນຖືກສ້າງໃຫ້ເປັນເຂື່ອນເພື່ອການກະເສດ ແລະ ຍັງໄດ້ສ້າງເປັນທະເລສາບທີ່ສວຍງາມຂະຫນາດໃຫຍ່ແຫ່ງນີ້ອີກດ້ວຍ. ປຈຸບັນມັນໄດ້ກາຍເປັນພື້ນທີ່ອຸດົມສົມບູນ ສຳລັບນົກ, ປາ ແລະ ສັດອື່ນໆຕະຫຼອດປີ. ປະຊາຊົນໃນທ້ອງຖິ່ນກໍ່ມັກພາກັນມາພັກຜ່ອນທີ່ຮ້ານອາຫານເຮືອແພໃນຊ່ວງທ້າຍອາທິດ.

ຮຽບຮຽງໂດຍ  BILLY

ຮູບໂດຍ ພູນຊັບ ເທວົງສາ

1

(昆明信息港综合整理)您知道沙湾拿吉省是老挝人口最多的省份吗?同时,沙湾拿吉省也隐藏了许多秘密,这里有古庙,还有鲇鱼、淡水鳄鱼和满是猴子的森林。虽然所有这些听起来都像是冒险小说中的情节,但您却可以在占鹏县参观和探索以上那些独特的地方。

2

农琅占村的这个古老木制礼堂是僧侣诵经的地方,也是当地村民的聚会场所。

3

农琅占村的寺庙以其木制的,矗立在许多木柱上的高脚屋而闻名。 该建筑独特的结构保护了宝贵的棕榈叶手稿不会被昆虫吃掉。

4

在老挝,只有少数几个旅游景点可以看到生活在野外的猴子。 但要小心,因为它们是野生动物!

5

达勒寺是遵循法兰西帝国的计划,建于 1900 年代初期。 不幸的是,它在印度支那战争期间几乎被炸弹摧毁。 其中主圣殿幸免于难,附属建筑已完全被炸毁。

6

主圣殿内部有色彩艳丽的原始壁画,这些画讲述了当地的历史和佛教故事。

7

达勒寺附近的这棵古树被当地人认为是神树,它也是该地区最大的树之一!

8

该地区居住着普泰族人,他们以音乐和靛蓝染布而闻名。

9

古塔是高棉王国在公元 1000 年代初建造的印度寺庙的废墟,现在它已被当地人转变为佛教圣地。

10

遂河因农业筑坝,也造就了这个美丽的大湖。 现已成为鸟、鱼等动物一年四季生长的沃土。当地人喜欢在周末来这里的船上餐厅休息。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

12/06

16:59

ແບ່ງປັນ

ແປ
翻译