ມາຈາກ:ຂປລ
ເທສະການ ຫຸ່ນເຟືອງທົ່ງນາແຊງບ້ານນາ ຈັດຂຶ້ນໃນ ລະວ່າງ ວັນທີ 21-27 ມີນາ 2022 ຢູ່ບ້ານໜອງບົວທອງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໂດຍມີການວາງສະແດງ ຫຸ່ນເຟືອງ ທີ່ເປັນຮູບສັດຕ່າງໆ ເປັນຕົ້ນ, ເສືອ, ສິງ, ລິງ (ຄິງຄ໋ອງ), ຊ້າງ, ຄວາຍ ເພື່ອສ້າງສີສັນ ໃຫ້ມວນຊົນ ໄດ້ມາທ່ຽວ, ມາຊົມ, ໄດ້ຖ່າຍພາບ ເກັບເອົາບັນຍາກາດ ທົ່ງນາແບບບ້ານໆ ທີ່ສວຍງາມ, ພ້ອມນັ້ນ, ຍັງ ມີບ່ອນຫລິ້ນເດັກນ້ອຍ, ມີການສະແດງສິລະປະ, ຟ້ອນ, ຮ້ອງເພງ ສະລັບສັບປ່ຽນກັນ ໃນແຕ່ລະວັນ, ນອກນັ້ນ, ຍັງມີຮ້ານອາຫານ ແລະ ເຄື່ອງດື່ມປະເພດຕ່າງໆ ແລະ ວາງສະແດງລົດ ຕື່ມອີກ.
ການຈັດງານ ຄັ້ງນີ້ ກໍເປັນແຜນວຽກໜຶ່ງໃນກິດຈະກໍາ ເພື່ອຊຸກຍູ້ສົ່ງເສີມ ການທ່ອງທ່ຽວຂອງລາວ ກໍຄື ແຜນວຽກການທ່ອງທ່ຽວ “ລາວທ່ຽວລາວ” ເຊິ່ງເປັນງານທີ່ມີ ຄວາມໝາຍສຳຄັນ ໃນການປະກອບສ່ວນ ຍູ້ໜູນການທ່ອງທ່ຽວ ຢູ່ນະຄອນຫລວງວຽງຈັນ ໃຫ້ມີຫລາກຫລາຍ ກິດຈະກຳ.
万象市稻草人节将在2022年3月21日-27日在万象市西开县举办,有很多动物稻草形象展览,如:老虎、狮子、猴子、大象和水牛。营造出游玩、参观,、拍照美丽乡村风格氛围,此外,还有一个儿童游乐区,每天都有艺术表演、舞蹈、唱歌,还有各种餐厅和饮料和车展。
本次活动是老挝旅游推广活动和“旅游老挝”旅游计划中的活动之一,为促进万象市旅游,将开展丰富多彩,形式多样的活动。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
03/23
11:32
— ແບ່ງປັນ —