ມາຈາກ:ສະບາຍດີ
ປະຕູໄຊ
ປະຕູໄຊ ແມ່ນອາຄານຕົວແທນທີ່ສຸດໃນນະຄອນຫຼວງວຽງຈັນ.Patuxai,ແປວ່າ"ປະຕູແຫ່ງໄຊຊະນະ",ຖືກສ້າງຂຶ້ນລະຫວ່າງປີ 1957 ແລະ 1968 ເພື່ອລະນຶກຜູ້ທີ່ຕໍ່ສູ້ເພື່ອເອກະລາດຈາກຝຣັ່ງ.
ທີ່ຈິງແລ້ວ, ເມື່ອຍ່າງເຂົ້າໃກ້ກັບປະຕູໄຊ, ທ່ານຈະພົບເຫັນວ່າຮູບຮ່າງ ແລະ ລາຍລະອຽດຢູ່ເທິງຜາຫີນມີລັກສະນະອາຊີຕາເວັນອອກສຽງໃຕ້.ຮູບຮ່າງຂອງຮູບປັ້ນຢູ່ເທິງປະຕູໄຊແມ່ນໄດ້ມາຈາກວັດທະນະທຳພຸດທະສາສະໜາ, ພະທາດ 5 ອົງຢູ່ເທິງສຸດຍອດຂອງຕຶກຍັງມີລັກສະນະຂອງພະພຸດທະສາສະໜາລາວທີ່ເປັນແບບຢ່າງ, ພະທາດ 5 ອົງຖືກປະກອບດ້ວຍໂລກະທັດທາງພຸດທະສາສະຫນາຄື " ຄວາມເປັນມິດ,ຄວາມຄ່ອງແຄ່ວ, ຄວາມຊື່ສັດ, ຄວາມຈະເລີນຮຸ່ງເຮືອງແລະຄວາມຮັ່ງມີ".
ຕະຫຼາດເຊົ້າ
ຕະຫຼາດເຊົ້າບໍ່ແມ່ນຕະຫຼາດທີ່ເປີດແຕ່ຕອນເຊົ້າເທົ່ານັ້ນ, ແຕ່ເປັນຕະຫຼາດຂາຍເຄື່ອງຢ່າງສັງລວງ,ເປັນເຂດບໍ່ກວ້າງບານໃດ, ເຕັມໄປດ້ວຍຮ້ານຄ້າຕ່າງໆ, ຈາກເຄື່ອງໃຊ້ໃນເຮືອນເຄື່ອງລະນຶກການທ່ອງທ່ຽວ, ບໍ່ພຽງແຕ່ຕອບສະໜອງຄວາມຕ້ອງໃນການດຳລົງຊີວິດຂອງຊາວທ້ອງຖິ່ນເທົ່ານັ້ນ, ຍັງດຶງດູດນັກທ່ອງທ່ຽວມາຊື້ສິນຄ້າເປັນຈຳນວນຫຼວງຫຼາຍ.
ມື້ທີ່ພວກເຮົາໄປຍັງບໍ່ມີລູກຄ້າຫຼາຍ, ເຈົ້າຂອງຮ້ານຫຼາຍຄົນກໍ່ຫຼິ້ນໂທລະສັບມືຖືຫຼືເບິ່ງລາຍການຂອງໂທລະພາບ. ສາເຫດທີ່ແນະນຳຕະຫຼາດເຊົ້າເພາະມັນເປັນປ່ອງຢ້ຽມທີ່ເຫັນຊີວິດການເປັນຢູ່ປະຈຳວັນຂອງຄົນນະຄອນຫຼວງວຽງຈັນນອກຈາກໄຫວ້ພະພຸດທະຮູບຢ່າງດຸເດືອດແລ້ວເຂົາເຈົ້າຍັງຫຍຸ້ງຢູ່ກັບຊີວິດການເປັນຢູ່.ວັດແລະພະເຈດີເຫຼົ່ານັ້ນເປັນສະຖານທີ່ສັດທາຂອງປະເທດນີ້, ແຕ່ຕະຫຼາດເຊົ້າແມ່ນເວທີການດໍາລົງຊີວິດຂອງປະຊາຊົນ.
ຕະຫຼາດກາງຄືນແມ່ນໍ້າຂອງ
ຕອນກາງເວັນຢູ່ນະຄອນຫຼວງວຽງຈັນແດດຮ້ອນຫຼາຍເຮັດໃຫ້ຄົນມີແຕ່ຢາກຢູ່ຮ້ານກາເຟແລະພັດລົມເຢັນ.ແຕ່ສວນສາທາລະນະແຄມແມ່ນ້ໍາໃນຕອນກາງຄືນຈະກາຍເປັນສະຫນາມຫຼິ້ນເກມຂອງເມືອງໜ່ວຍນີ້.ປະມານເວລາ 4 ຫຼື 5 ໂມງ,ປະຊາຊົນຫຼາຍຄົນພາກັນວາງໄວ້ສິນຄ້າ,ກຽມເຮັດທຸລະກິດຂອງມື້ນີ້,ຮອດ 6ໂມງແລງ,ຖະໜົນຫົນທາງລຽບຕາມແມ່ນ້ຳຂອງຖືກຫ້າມພາຫະນະເຂົ້າ ແລະ ກາຍເປັນຖະໜົນຍ່າງໃຫ້ປະຊາຊົນ. ອີດແຄມທາງມີຕະຫຼາດກາງຄືນອັນຊີວິດຊີວາ,ອີດແຄມທາງແມ່ນເດີ່ນຫຼິ້ນເກມໃຫ້ເດັກນ້ອຍ ແລະ ຮ້ານອາຫານດົນຕີ.
(ບົດ ແລະ ຮູບພາບຈາກ ເຟິງຈີ້ງເຕີ)
凯旋门
Patuxa(凯旋门)是万象最具代表性的建筑。Patuxai字面意思是“胜利之门”,建造于1957年和1968年之间,是为纪念那些为争取从法国独立而战的人而建的。
实际上当你走进时会发现,造型和墙壁上的细节具有东南亚风情。建筑上的人物雕像来源于佛教文化,建筑顶上的五座塔也具有典型的老挝佛教寺庙的特点,五座塔被赋予了“体贴可亲、灵活变通、诚实守信、荣华富贵”的佛教世界观。
早市
TalatSao(早市)也被当地人称作MorningMarket,它并不是一个只在早上营业的市场,而是一个综合性的杂货市场,并不算大的面积内,被各式各样的小铺塞得满满当当,从家用电器到旅游纪念品,应有尽有,不仅满足了当地人民的生活需求,还吸引了不少游客前来采购商品。
我们去的那天并没有什么顾客,很多商铺的老板都在无聊地玩着手机或者看着电视剧。早市值得推荐的原因,是因为这里是一个很好的窗口让你看见万象百姓除了虔诚拜佛之外,还为生活忙碌着。那些佛塔是这个国家存放信仰的场所,而这里是老百姓生活的舞台。
湄公河夜市
万象的白天,阳光炙热,让人只想待在咖啡馆里吹冷气。而夜晚的河滨公园成为整个城市的游乐场。下午四五点左右,就有不少人支起了棚子,摆上商品,准备一天的营业,到了六点,沿着湄公河的整条大道禁止车辆驶入,成为步行街,公路的一边是热闹的夜市,另一边是儿童乐园和音乐餐厅。
(图|文 马蜂窝攻略作者冯静德)
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
03/28
11:11
— ແບ່ງປັນ —