ຮູບແບບ"ເຂົ້າ +" ຊ່ວຍເພີ່ມລາຍຮັບດ້ານນິເວດຂອງແຂວງຢຸນນານ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສຸດໃຈ)ໃນລະດູໃບໄມ້ຫຼົ່ນ ເດືອນຕຸລາ, ທົ່ງນາຂອງແຂວງຢຸນນານແມ່ນເຕັມໄປດ້ວຍສີເຫຼືອງ, ປະຊາຊົນກຳ ລັງຄາວຽກໃນການເກັບກ່ຽວຢູ່ພື້ນດິນ. ໃນຂະນະທີ່ເຂົ້າໄດ້ຮັບຜົນໃນການເກັບກ່ຽວເຂົ້າ, ປາ, ເປັດ, ກຸ້ງແລະສັດອື່ນໆທີ່ເຕີບໂຕກັບເຂົ້າກໍ່ໄດ້ຮັບຜົນດີໃນການເກັບກ່ຽວ, ຮູບແບບ"ເຂົ້າ +" ທີ່ຄົ້ນຫາຢູ່ແຂວງຢຸນນານກຳລັງຊ່ວຍກະສິກອນເພີ່ມລາຍຮັບ.

1129072777_16662619443691n

ຮູບພາບການເກັບກ່ຽວຢູ່ດິນນາຂັ້ນໄດຮານີ ໃນເມືອງຢວນຢາງ ແຂວງຢຸນນານ

ຢູ່ບ້ານອ່າເຈີເກີ່,  ຕາແສງຊິ່ນແຈ່, ເມືອງຢວນຢາງ, ຊາວບ້ານ ທ່ານນາງກ່າວຢ່ຽນໝຽວ ກຳລັງແຕ່ງກິນປາທີ່ຈັບຈາກດິນນາຂັ້ນໄດໃຫ້ນັກທ່ອງທ່ຽວ. ທ່ານນາງກ່າວຢ່ຽນໝຽວ ກ່າວວ່າພາຍໃຕ້ການຊ່ວຍເຫຼືອຂອງລັດຖະບານທ້ອງຖິ່ນແລະນັກວິຊາການດ້ານກະສິກຳ, ລົດຊາດຂອງປາທີ່ລ້ຽງດ້ວຍຮູບແບບ"ປາ+ເຂົ້າ" ແມ່ນແຊບອີ່ຫຼີແລະໄດ້ຮັບຄວາມນິຍົມຫຼາຍ.

ໃນໄລຍະທີ່ຜ່ານມາ, ທ່ານນາງກ່າວຢ່ຽນໝຽວພຽງແຕ່ປູກເຂົ້າແດງຢູ່ໃນດິນນາຂັ້ນໄດ, ເຖິງແມ່ນວ່າລາຄາເຂົ້າແດງສູງກວ່າເຂົ້າທຳມະດາ, ແຕ່ຜົນການຜະລິດບໍ່ໄດ້ເພີ່ມຂື້ນແລະລາຍໄດ້ກໍ່ບໍ່ຫຼາຍປານໃດ. ຫຼັງຈາກນັ້ນ, ບ້ານໄດ້ພັດທະນາການເຊື່ອມໂຍງອຸດສາຫະກຳການທ່ອງທ່ຽວກັບກະສິກຳ, ທ່ານນາງກ່າວຢ່ຽນໝຽວໄດ້ສວຍໂອກາດທາງທຸລະກິດ, ເປີດຮ້ານອາຫານ, ດຳເນີນການລ້ຽງສັດແບບນິເວດ ແລະ ອຳນວຍບໍລິການດ້ານອາຫານແກ່ນັກທ່ອງທ່ຽວ. ໃນມື້ນີ້, ພຽງແຕ່ຂາຍປາທີ່ລ້ຽງໃນດິນນາຂັ້ນໄດກໍ່ສາມາດນຳເອົາລາຍໄດ້ປະມານ 3,000 ຢວນຕໍ່ປີ.

1129072777_16662619443711n

ຮູບພາບຂອງປະຊາຊົນຈາກເມືອງຢວນຢາງແຂວງຢຸນນານກຳລັງຈັບປາທີ່ລ້ຽງໃນດິນນາຂັ້ນໄດ.

"ພາຍໃຕ້ຮູບແບບການລ້ຽງສັດແບບນິເວດ, ລາຍໄດ້ສະເລ່ຍຕໍ່ມູ້ສາມາດເພີ່ມໄດ້ປະມານ 1,000 ຢວນ." ທ່ານນາງຈູຈິນຜີງ, ຜູ້ຮັບຜິດຊອບຂອງຂະແໜງການປູກຝັງ ແລະ ການຄຸ້ມຄອງຢາປາບສັດຕູພືດຂອງພະແນກກະສິກຳ ແລະ ຊົນນະບົດເມືອງຢວນຢາງກ່າວວ່າ, ນັກວິຊາການດ້ານກະສິກຳໄດ້ໄປພາກສະໜາມ ຊີ້ນຳຊາວກະສິກອນໃນການປູກພືດທາງວິທະຍາສາດແລະນິເວດ, ແລະໄດ້ອຸດໜູນປາເພື່ອຊ່ວຍຍົກສູງປະສິດທິຜົນຂອງປາ.

ໃນຊຸມປີມໍ່ໆມານີ້, ພາຍໃຕ້ການຮ່ວມມືຢ່າງສະໜິດແໜ້ນຂອງທຸກພາກສ່ວນ, ການປູກຝັງແລະການລ້ຽງສັດດ້ວຍຮູບແບບ"ເຂົ້າ +" ຖືກປະຕິບັດຕາມເງື່ອນໄຂຂອງທ້ອງຖິ່ນໃນແຂວງຢຸນນານ,"ເຂົ້າ ເປັດ ປາ"ຂອງດິນນາຂັ້ນໄດຮານີ , "ເຂົ້າ ເປັດ ປາ ໝາກໄມ້"ຂອງຕາແສງຊິ່ນຜີງ, "ເຂົ້າ ປາ ຜັກ"ຂອງຕາແສງຖ່ອງຫາຍ ແລະຮູບແບບອື່ນໆໄດ້ກາຍເປັນແບບຢ່າງຂອງການປູກຝັງແລະການລ້ຽງສັດແບບນິເວດ.             

1129072777_16662619443701n

ເຂດປູກຝັງໃນວົງຈອນນິເວດຂອງບ້ານປາຍອູ້, ຕາແສງຫູ້ຍເຈີ, ແຂວງຢຸນນານ.

ໃນບ້ານປາຍອູ້, ຕາແສງຫູ້ຍເຈີ, ຮູບແບບການປູກຝັງລ້ຽງສັດແບບນິເວດຂອງ"ເຂົ້າ ປາ ກຸ້ງ ຜັກ" ໄດ້ ນຳການເກັບກ່ຽວອັນອຸດົມສົມບູນ. "ພວກເຮົາວາງແຜນທີ່ດິນຕາມຮູບແບບການປູກຝັງລ້ຽງສັດໃນວົງຈອນນິເພື່ອໃຫ້ແຕ່ລະພື້ນທີ່ສົ່ງເສີມຄຸນຄ່າສູງສຸດ." ຊາວກະສິກອນ ທ່ານ ຫຼີເວີນກາວ ກ່າວວ່າ. ພວກເຂົາປູກເຂົ້າທາງນິເວດເປັນຕົ້ນຕໍ, ລ້ຽງປາ ແລະ ກຸ້ງໃນທົ່ງໄຮ່ທົ່ງນາອີກດ້ວຍ, ສາລີໄດ້ກາຍເປັນອາຫານຂອງປາແລະກຸ້ງ, ແລະດິນຕົມທີ່ປະສົມກັບອາຈົມຂອງປາແລະກຸ້ງກາຍເປັນປຸຍຂອງເຂົ້າ.

"ປາ ແລະ ກຸ້ງ ຕໍ່ມູ້ສາມາດເພີ່ມລາຍໄດ້ປະມານ 1,500 ຢວນ. "ທ່ານ ຫຼີເວີນກາວ ກ່າວວ່າ, ພາຍໃຕ້ຮູບແບບ"ເຂົ້າ +", ກຸ້ງໄດ້ຂາຍ 140,000 ຢວນໃນປີນີ້, ລາຄາຂອງເຂົ້ານິເວດໄດ້ເພີ່ມຂຶ້ນສອງເທົ່າທຽບກັບລາຄາຂອງເຂົ້າທຳມະດາ, ແລະຍັງບໍ່ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດ.

"ຮູບແບບ'ເຂົ້າ +'ຍັງໄດ້ສ້າງລະບົບນິເວດຂອງທົ່ງນາຄືນໃໝ່." ທ່ານ ດ້າວຈີ່ນຢອງ ກ່າວວ່າ, ຊາວກະສິກອນບັນລຸການຫຼຸດຜ່ອນໃຊ້ຢາປາບສັດຕູພືດແລະປຸຍໂດຍຜ່ານຮູບແບບການປູກຝັງລ້ຽງສັດແບບນິເວດນີ້.

新华社昆明10月20日电(记者杨静)金秋十月,云岭大地的田间地头满目金黄,群众在地里忙着丰收。在水稻喜获丰收的同时,与水稻共生的鱼、鸭、虾等也迎来丰收,云南探索的“稻+”模式正助力种植户实现生态增收。

1129072777_16662619443691n

云南元阳县哈尼梯田丰收场景。(云南元阳县融媒体中心供图)

在元阳县新街镇阿者科村,村民高烟苗在为游客烹饪从梯田里抓来的鱼。“稻田鱼是游客必点的一道菜。”高烟苗说,在当地政府和农技人员的帮助下,“稻鱼”模式下养殖出来的鱼肉更鲜美,广受喜爱。

高烟苗家过去只用梯田种植红米,尽管红米价格比普通大米高,但产量上不去、收入有限。后来村里发展了农旅融合产业,高烟苗瞅准商机,开农家乐、搞生态种养,为往来游客提供餐饮服务。如今,仅稻田鱼每年给高烟苗带来约3000元收入。

1129072777_16662619443711n

云南元阳县群众抓稻田鱼场景。(云南元阳县融媒体中心供图)

“生态种养模式下,平均每亩可增收1000元左右。”元阳县农业农村局种植业与农药管理科负责人朱锦萍说,农技人员到田指导种植户科学生态种养,并补助部分鱼苗,助力提升亩产效益。

近年来,在各方的密切配合下,云南各地因地制宜开展“稻+”生态种养模式,哈尼梯田“稻鸭鱼”、新平“稻鸭鱼果”、通海“稻鱼菜”等模式成为生态种养的样板。

1129072777_16662619443701n

云南会泽县白雾村的生态循环种养区。(云南会泽县融媒体中心供图)

在会泽县白雾村,“稻鱼虾菜”的生态循环种养模式迎来丰收。“我们按照生态循环种养模式规划土地功能,让每个空间发挥最大价值。”种植户李文高说,他们以生态种植水稻为主,让鱼虾围着稻田跑,田埂上的玉米成了鱼虾的饲料,混有鱼虾粪便的淤泥又变成肥料。

“每亩的鱼虾能增收1500元左右。”李文高说,在“稻+”模式助力下,今年稻田虾卖了14万元,生态大米价格较普通大米增加了一倍,还供不应求。

“‘稻+’模式还重构了稻田生态系统。”道金荣说,农户通过生态种养模式,实现农药、化肥的减量。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

10/24

16:02

ແບ່ງປັນ

ແປ
翻译