ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ)ວັນທີ 11 ຕຸລາ ນີ້, ນັກຂ່າວໄດ້ຮຽນຮູ້ຈາກເຂດການຮ່ວມມືບໍ່ຫານ-ບໍ່ເຕັນຈີນ ແລະ ລາວ(ຕໍ່ມາເອີ້ນວ່າ "ເຂດການຮ່ວມມື"), ນັບຕັ້ງແຕ່ຕາແສງບໍ່ຫານກິ່ງແຂວງສິບສອງພັນນາທີ່ມອບໝາຍນະຄອນຄຸນໝິງເປັນຜູ້ຄຸ້ມຄອງເປັນຕົ້ນມາ, ໄດ້ເພີ່ມຫົວໜ່ວຍຕະຫຼາດ 135 ແຫ່ງໃນເຂດການຮ່ວມມື ເຊັ່ນ: ບໍລິສັດອຸດສາຫະກຳຂໍ້ມູນຂ່າວສານເອເລັກໂຕນິກ ນານທ່ຽນ ຢຸນນານໄດ້ຕັ້ງບໍລິສັດຢູ່ບໍ່ຫານ ເພື່ອປະຕິບັດວຽກງານເບື້ອງຕົ້ນຂອງທຸລະກິດດິຈິຕອນ RMB ແລະການຊຳລະສະສາງຂ້າມຊາຍແດນ.
ນັບແຕ່ການເລີ່ມຕົ້ນຂອງວຽກງານແຕ່ຕາແສງບໍ່ຫານກິ່ງແຂວງສິບສອງພັນນາທີ່ມອບໝາຍນະຄອນຄຸນໝິງເປັນຜູ້ຄຸ້ມຄອງໃນເດືອນພຶດສະພາປີນີ້, ເຂດຮ່ວມມືໄດ້ສົມທົບທຶນ 150 ລ້ານຢວນເພື່ອປັບປຸງພື້ນຖານໂຄງລ່າງຕ່າງໆ, ຕາບຈູນຈຸດອ່ອນ, ຍົກສູງຄວາມສາມາດບັນຈຸຂອງພື້ນຖານໂຄງລ່າງ; ເຊື່ອມໂຍງຢ່າງຕັ້ງໜ້າ, ສະໜອງການບໍລິການຢ່າງລ່ວງໜ້າ, ສົ່ງເສີມການລົງທຶນ, ໄດ້ຮັບແລະພົບປະກັບ 420 ຄົນຈາກ 105 ບໍລິສັດດ້ານການລົງທຶນ ແລະ ກວດກາ, ບັນລຸເຈດຈຳນົງໃນການລົງທຶນເບື້ອງຕົ້ນກັບ 14 ບໍລິສັດຊັ້ນນຳເຊັ່ນ: ກຸ່ມບໍລິສັດ CIMC, ບໍລິສັດ ຫຼໍ່ຫຼອມໂລຫະ ແຂວງຟູຈ້ຽນ, ບໍລິສັດ ອຸດສາຫະກຳໂວນຟະລາມ ເຊ້ຍເມິງ, ກຸ່ມບໍລິສັດ ເຈີ້ງເວີ່ຍແລະອື່ນໆ. ໃນປະຈຸບັນນີ້, ມີ 9 ໂຄງການເຈດຈຳນົງໃນການລົງທຶນກຳລັງຈັດຕັ້ງປະຕິບັດ, ແລະຈັດຕັ້ງ 3 ທິມພິເສດມາຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການສຳຄັນຕາມລໍາດັບ.
ຄະນະກຳມະການຄຸ້ມຄອງເຂດການຮ່ວມມືດ້ານເສດຖະກິດບໍ່ຫານ-ບໍ່ເຕັນຈີນແລະລາວ
ໃນໄຕມາດທີ 4, ເຂດການຮ່ວມມືໄດ້ເລີ່ມການປະຕິບັດ13 ໂຄງການ, ການລົງທືນທັງໝົດ 38,23 ຕື້ ຢວນ, ໃນປີ 2022 ວາງແຜນບັດລຸການລົງທືນ 1,69 ຕື້ ຢວນ, ໃນນັ້ນມີ 1 ໂຄງການອຸດສາຫະກຳ, 1 ໂຄງການກະສິກຳ ປ່າໄມ້ ແລະ ການ ຊົນລະປະທານ, 6 ໂຄງການພື້ນຖານໂຄງລ່າງຂອງເທດສະບານ, 4 ໂຄງການເຄື່ອງອຸປະກອນຄົບຊຸດຂອງດ່ານພາສີ, ແລະ 1 ໂຄງການເຄື່ອງອຸປະກອນປະກອບເປັນຊຸດດ້ານການຄ້າ. ຕາມການແນະນຳຂອງຜູ້ຮັບຜິດຊອບທີ່ກ່ຽວຂ້ອງໃນເຂດການຮ່ວມມືວ່າ ພາຍຫຼັງໂຄງການໄດ້ສ້າງສຳເລັດແລ້ວ, ຄຸນປະໂຫຍດດ້ານການບໍລິການຂອງເຂດສວນຈະໄດ້ຮັບການປັບປຸງຕື່ມອີກ, ສະພາບແວດລ້ອມແຫ່ງການດຳ ເນີນທຸລະກິດຈະໄດ້ຮັບການປັບປຸງໃຫ້ດີຂ່ື້ນເຊິ່ງຈະຊ່ວຍຍົກສູງຄຸນນະພາບຂອງການກໍ່ສ້າງເມືອງດ່ານພາສີສາກົນບໍ່ຫານ.
ເມືອງບໍ່ຫານ
ໃນໄລຍະຕໍ່ໄປ, ເຂດການຮ່ວມມືຈະຕາມຄວາມຮຽກຮ້ອງຂອງຄະນະພັກແຂວງຢຸນນານ, ລັດຂັ້ນແຂວງແລະ ຄະນະພັກນະຄອນຄຸນໝິງ, ລັດຂັ້ນເມືອງ, ປິ່ນອ້ອມການພັດທະນາອຸດສາຫະກຳເພື່ອສົ່ງເສີມການລົງທຶນ ແລະ ກໍ່ສ້າງໂຄງການ, ເລັ່ງລັດວຽກງານການກະກຽມຂອງໂຄງການເບື້ອງຕົ້ນ ແລະ ຄ່ອຍໆປັບປຸງລະບົບການພັດທະນາອຸດສາຫະກຳ “5 ໂຄງການຊຸດໜຶ່ງ”,ສຸມໃສ່ການກໍ່ສ້າງພື້ນຖານໂຄງລ່າງແລະສົ່ງເສີມການລົງທຶນດ້ານອຸດສາຫະກຳ ບັນລຸພັດທະນາທັງສອງດ້ານເປັນພ້ອມໆກັນ; ລະດົມທຶນຢ່າງຕັ້ງໜ້າເພື່ອຮັບປະກັນທຶນເຖິງໃນກຳນົດເວລາ; ການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ເພີ່ມທະວີການເຊື່ອມໂຍງແລະການປະສານສົມທົບ, ຊອກຫາຈຸດສຳຄັນຂອງບັນຫາ, ປະຕິບັດນະໂຍບາຍທີ່ຖືກຕ້ອງ, ການດໍາເນີນວຽກງານຕາມແຜນການ, ປະຕິບັດໂຄງການໃນໄລຍະເວລາກຳນົດ, ເລັ່ງການກໍ່ສ້າງໂຄງການໂດຍພາຍໃຕ້ປະຖົມປັດໄຈຂອງການຮັບປະກັນຄຸນນະພາບ ແລະ ຄວາມປອດໄພ.
10月11日,记者从中国老挝磨憨—磨丁经济合作区(以下简称“合作区”)了解到,自昆明市托管西双版纳州磨憨镇以来,合作区新增市场主体135家,如云南南天电子信息产业股份有限公司已在磨憨设立公司,为数字人民币业务及跨境结算开展前期工作。
自今年5月启动昆明市托管磨憨镇工作以来,合作区整合资金1.5亿元,完善各类基础设施,补齐短板、提升基础设施承载能力;积极主动对接、靠前服务,开展招商引资,累计接待和会见招商考察企业105家420人次,与中集集团、福建冶金控股、厦门钨业、正威集团等14家重点龙头企业达成初步投资意向。目前,9个意向投资项目正在推进落地,并已成立3个专班分别推进重点项目落地。
中国老挝磨憨—磨丁经济合作区管理委员会
第四季度,合作区开工13个项目,总投资382.3亿元,2022年计划完成投资16.9亿元,其中产业项目1个、农林水利项目1个、市政基础设施项目6个、口岸配套设施项目4个、商业配套项目1个。合作区相关负责人介绍,项目建成后,园区服务功能将进一步完善,营商环境进一步优化,助力磨憨国际口岸城市建设提质增速。
磨憨镇
下一步,合作区将按照云南省委、云南省政府和昆明市委、昆明市政府要求,围绕产业发展,加大招商引资和项目建设力度,加快前期项目手续准备工作,逐步完善“五个一批”产业发展体系建设,重点突出基础设施建设和产业招商引资“双轨并行”,落地一批产业类项目;积极筹措资金,确保项目资金按时到位;进一步压实工作责任,加强对接协调,找准项目问题症结,精准施策、挂图作战、倒排工期,在确保质量安全的前提下,全力加快项目建设。
ເຂດການຄ້າເສລີພາກພື້ນນະຄອນຄຸນໝິງໄດ້ສ້າງຜົນສຳເລັດໃນການປະດິດສ້າງທາງລະບອບຈຳນວນໜຶ່ງໂດຍອີງໃສ່ລັກສະນະຂ້າມພົມແດນ
ສະບາຍດີ2022-09-01
ໃນໄຕມາດທີ1ຜະລິດຕະພັນຊີ້ນໝູ,ຊີ້ນງົວ,ຊີ້ນແກະ,ຊີ້ນສັດປີກຂອງການລ້ຽງສັດຢຸນນານເພີ່ມຂຶ້ນ4.5%ເມື່ອທຽບໃສ່ປີກາຍ.
ສະບາຍດີ2022-04-25
ສ່ວນທາງລົດໄຟຈີນ-ລາວພາຍໃນປະເທດຈີນແມ່ນຄ່ອຍມີເວ
ສະບາຍດີ2022-04-20
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
10/12
14:49
— ແບ່ງປັນ —