ນັກຊ່ຽວຊານການແພດທະຫານຊຸດທີ 7 ຂອງຈີນທີ່ຊ່ວຍເຫຼືອປະເທດລາວມີຄວາມສາມາດດ້ານການແພດທີ່ດີເລີດ

ມາຈາກ:ສະບາຍດີ

e0be0336087724ac40bb11

ສະບາຍດີ ນັກຂ່າວຄຳປະເສີດ)ນັບແຕ່ຕົ້ນປີນີ້ເປັນຕົ້ນມາ,ຄະນະຊ່ຽວຊານແພດທະຫານຊຸດທີ 7 ຂອງຈີນທີ່ຊ່ວຍເຫຼືອປະເທດລາວໄດ້ຜ່ານຜ່າຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະໄດ້ເດີນທາງມາປະເທດລາວເພື່ອດຳເນີນການເຄື່ອນໄຫວຕ່າງໆເຊັ່ນ:ການຮັກສາຄວາມປອດໄພດ້ານການແພດ,ການສອນທາງການແພດ ແລະ ການແລກປ່ຽນທາງວິຊາການ.ຄວາມເອົາໃຈໃສ່ປົກປ້ອງສຸຂະພາບຂອງທະຫານ ແລະພົນລະເຮືອນລາວ.

ຄວາມຈິງໃຈຂ້າມຊາດມີຄວາມອົບອຸ່ນ.ຄະນະຊ່ຽວຊານແພດທະຫານຈີນທີ່ຊ່ວຍເຫຼືອປະເທດລາວຊຸດທີ 7 ໄດ້ປິ່ນປົວແລະກອບກູ້ຜູ້ບາດເຈັບຢູ່ທ້ອງຖິ່ນຢ່າງລະມັດລະວັງ, ໄດ້ສະແດງໃຫ້ເຫັນຄວາມສາມາດດ້ານການແພດທີ່ດີເລີດຂອງນາຍແພດທະຫານຈີນ.ນັບແຕ່ມາຮອດປະເທດລາວ,ຄະນະຊ່ຽວຊານແພດທະຫານຈີນໄດ້ດຳເນີນການປະຕິບັດງານແລະປິ່ນປົວຜູ້ປ່ວຍໜັກຫຼາຍທ້ອງຖິ່ນຢ່າງສຳເລັດຜົນ.

ເອົາປາໃຫ້ຄົນ,ຢັນສອນວິທີການຫາປາ.ນອກຈາກການປິ່ນປົວຄົນເຈັບແລ້ວ, ຄະນະຊ່ຽວຊານຍັງໄດ້ຝຶກອົບຮົມໃຫ້ຝ່າຍລາວ,ຊ່ວຍແລະປັບປຸງແນວຄວາມຄິດການຄຸ້ມຄອງ, ລະບຽບການແລະຂະບວນການບໍລິການຂອງໂຮງຫມໍທ້ອງຖິ່ນ.ການກະທຳ ທີ່ຈິງໃຈເຫຼົ່ານີ້ໄດ້ໜ້າຈັບໃຈຂອງພະນັກງານແພດທ້ອງຖິ່ນແລະຄົນເຈັບຫຼາຍຄົນ.ບັນດາສະມາຊິກຄະນະຊ່ຽວຊານກ່າວວ່າ,ຈະສືບຕໍ່ເຮັດວຽກໜັກແໜ້ນ, ສະໜອງການບໍລິການຄຸນນະພາບສູງຢ່າງລະອຽດຖີ່ຖ້ວນ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ແລະ ການທະຫານສອງປະເທດ.

e0be0336087724ac40bb11

今年以来,中国第7批援老挝军医专家组克服新冠疫情等影响,赴老挝开展医疗保障、临床带教以及学术交流等活动,倾情守护老挝军民的身体健康。

跨国真情暖人心。中国第7批援老挝军医专家组在当地精心治疗、救死扶伤的事例,成为他们用精湛医术擦亮中国军医金字招牌的生动缩影。抵达老挝以来,中国军医专家组实施多项手术,成功救治多名当地危重患者。

授人以鱼,更要授人以渔。除了救治病患,专家组还对老方进行带教式援助,帮助指导改进当地医院的管理理念、规章制度和服务流程。这些饱含真情之举,让当地医护人员和诸多患者备受感动。专家组成员表示,他们将继续努力工作,精心提供优质服务,为增进中老两国两军友谊作出更大贡献。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

10/11

17:05

ແບ່ງປັນ

ແປ
翻译