ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ຕອນເຊົ້າວັນທີ 31 ຕຸລານີ້, ຫ້ອງການການຄ້າເສລີແຂວງຢຸນນານໄດ້ຈັດກອງປະຊຸມປຶກສາຫາທາງອອນໄລນ໌ແລະອອຟໄລເພື່ອຊອກຫາແລະແລກປ່ຽນວິທີການຊຸກຍູ້ປະຕິຮູບແລະນະວັດຕະກໍາ "ລະບົບໃບສັ່ງຈອງດຽວ" ຂອງການຂົນສົ່ງດ້ວຍຫຼາຍຮູບແບບທາງລົດໄຟລາວ-ຈີນ.
ໃນກອງປະຊຸມ, ເຂດການຄ້າເສລີແຂວງຢຸນນານ, ເສສວນ, ຊານຊີ, ຫູນານ, ກວາງຊີ, ຈົງກິ່ງໄດ້ເຊັນ"ສັນຍາການຮ່ວມມືພັດທະນາແບບປະສານສົມທົບກັນດ້ານ"ລະບົບໃບສັ່ງຈອງດຽວ" ຂອງການຂົນສົ່ງດ້ວຍຫຼາຍຮູບແບບທາງລົດໄຟລາວ-ຈີນ". ຜູ້ນຳຂອງຫ້ອງການການຄ້າເສລີທ້ອງຖິ່ນແລະສຳນັກງານທ້ອງຖິ່ນຂອງທາງລົດໄຟຈີນ, ພ້ອມທັງຜູ້ຕາງໜ້າຂອງນັກຊ່ຽວຊານແລະນັກວິຊາການ,ອົງການການເງິນແລະວິສາຫະກິດທີ່ສຳຄັນໄດ້ດຳເນີນການສົນທະນາແລະແລກປ່ຽນຢ່າງເລິກເຊິ່ງກ່ຽວກັບການເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນຊັບພະຍາກອນ, ທ່າແຮງທີ່ຊ່ວຍໜູນກັນ ແລະ ຮ່ວມກັນວັດຕະກໍາລະຫວ່າງເຂດການຄ້າເສລີແລະຂະແຫນງການທາງລົດໄຟ.
ທາງລົດໄຟຈີນ-ລາວໄດ້ເປີດການບໍລິການຢ່າງເປັນທາງການໃນວັນທີ 3 ທັນວາປີ 2021, ມີຄວາມຍາວທັງໝົດ 1,053,595 ກິໂລແມັດ, ໃນນັ້ນພາກສ່ວນຈີນມີຄວາມຍາວ 628,445 ກິໂລແມັດ ແລະ ພາກສ່ວນລາວມີຄວາມຍາວ 425.15 ກິໂລແມັດເຊີ່ງເປັນໂຄງການສຳຄັນຂອງການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງລາວ-ຈີນ ແລະ ເປັນໂຄງການຂີດໝາຍຂອງການກໍ່ສ້າງ “ໜຶ່ງແລວທາງໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ, ແມ່ນທາງລົດໄຟສາກົນແຖວທຳອິດທີ່ຝ່າຍຈີນລົງທຶນຕົ້ນຕໍແລະກໍ່ສ້າງໂດຍນຳໃຊ້ມາດຕະການເຕັກນິກຂອງຈີນ, ໃຊ້ອຸປະກອນຂອງຈີນ ແລະ ເຊື່ອມຕໍ່ໂດຍກົງກັບເຄືອຂ່າຍທາງລົດໄຟຈີນ.
ນັບຕັ້ງແຕ່ “ພິທີການເປີດບໍລິການຂອງ ‘ລະບົບໃບສັ່ງຈອງດຽວ’ ຄັ້ງທຳອິດຂອງທາງລົດໄຟລາວ-ຈີນ ເຂດການຄ້າເສລີພາກພື້ນນະຄອນຢຸນນານ ປະເທດຈີນ" ໄດ້ຈັດຂຶ້ນຢູ່ສະຖານີສູນຕູ້ຄອນເທນເນີ ວາງເຈ່ຍຢິງ ນະຄອນຄຸນໝິງ, ໃບສັ່ງຈອງທຳອິດຂອງ "ລະບົບໃບສັ່ງຈອງດຽວ" ໄດ້ຂົນສົ່ງດ້ວຍທາງລົດໄຟແລະທາງຫຼວງ, ໄດ້ສຳເລັດການຂົນສົ່ງທາງບົກຈາກນະຄອນຄຸນໝິງ ປະເທດຈີນ ຜ່ານດ່ານພາສີບໍ່ຫານ ໄປສູ່ນະຄອນຫຼວງວຽງຈັນເຊິ່ງເປັນຂີດໝາຍທີ່ໄດ້ຮັບຜົນສຳເລັດໃນການປະຕິບັດຂອງການປະຕິຮູບແລະຂອງສອງໂຄງການຄື: "ລະບົບໃບສັ່ງຈອງດຽວ" ຂອງການຂົນສົ່ງດ້ວຍຫຼາຍຮູບແບບທາງລົດໄຟລາວ-ຈີນ ແລະ ການສຳຫຼວດກ່ຽວກັບການລະດຸມທຶນ, ໃບສັ່ງຈ່າຍ ແລະ ການຂົນສົ່ງດ້ວຍຫຼາຍຮູບແບບຂອງທາງລົດໄຟສາກົນ.
ການລົງນາມສັນຍາຄັ້ງນີ້ຈະຊຸກຍູ້ການຮ່ວມມືລະຫວ່າງເຂດການຄ້າເສລີຂອງແຂວງຢຸນນານກັບເຂດການຄ້າເສລີຂອງພາກກາງແລະພາກຕາເວັນຕົກກັບຂະແໜງການຕ່າງໆ, ດຳເນີນການຄົ້ນຄ້ວາ ແລະ ນະວັດຕະກຳໂດຍປິ່ນອ້ອມການຂົນສົ່ງດ້ວຍຫຼາຍຮູບແບບໃໝ່ທີ່ເອົາການຂົນສົ່ງທາງບົກເປັນຕົ້ນຕໍ, ແລະກາຍເປັນປະສົບການດ້ານປະຕິຮູບ ແລະ ນະວັດຕະກຳທີ່ຮຽນແບບໄດ້ ແລະ ເຜີຍແຜ່ໃຫ້ກວ້າງອອກໄດ້, ຊຸກຍູ້ການພັດທະນາແບບເປີດກ້ວາງຂອງພາກພື້ນ, ສົ່ງເສີມບົດບາດຕົວແບບ ແລະ ການບໍລິການທົ່ວປະເທດຂອງເຂດການຄ້າເສລີຢ່າງຕັ້ງໜ້າ.
10月31日上午,云南省自贸办举办线上线下研讨会,探索交流推进中老铁路多式联运“一单制”改革创新。
会上,云南、四川、陕西、湖南、广西、重庆自贸试验区与中国铁路地方局集团共同签署了《中老铁路多式联运“一单制”协同开放发展合作协议》。与会各地自贸办、中国铁路各地方局领导,以及专家学者、金融机构、重点企业代表围绕进一步加强自贸试验区和铁路部门的信息互通、资源共享、优势互补及协同创新进行了深入研讨交流。
中老铁路于2021年12月3日正式开通运营,全长1053.595公里,其中,中国境内段为628.445公里,老挝境内段为425.15公里,是中老两国互利合作旗舰项目和高质量共建“一带一路”的标志性工程,是首条以中方为主投资建设、全线采用中国技术标准,使用中国设备并与中国铁路网直接联通的国际铁路。
自“中国(云南)自由贸易试验区中老铁路‘一单制’首单发车仪式”在昆明王家营西集装箱中心站举行,“一单制”首单经铁路、公路两种运输方式,完成从中国昆明经磨憨口岸到老挝万象跨境陆路运输,标志着中老铁路多式联运“一单制”与国际铁路联运提单融资探索两项改革创新模式成功实践,既是落实《云南省推进自由贸易试验区贸易投资便利化改革创新实施方案》的阶段性成果,也是探索推进多式联运“一单制”和赋予多式联运单证物权凭证功能的重大突破。
此次协议的签订,将推动云南省与中西部自贸试验区以及各部门之间的协同联动,重点围绕以陆运为主的新型多式联运开展创新探索,形成更多可复制、可推广的改革创新经验,推进区域协同开放发展,更好地发挥自贸试验区示范带动、服务全国的积极作用。
ຫ້ອງຂາຍປີ້ຫຼວງພະບາງຂອງທາງລົດໄຟຈີນ-ລາວ ເປີດບໍລິການຈອງປີ້ລົດໄຟ
ສະບາຍດີ2022-05-12
ຊາວລາວຍົກຍ້າຍໄປຢູ່ ບ້ານອານຈູ ເຊິ່ງເປັນໂຄງການຍົກຍ້າຍສຳລັບເສັ້ນທາງລົດໄຟລາວ-ຈີນ
ສະບາຍດີ2022-04-25
“ຂະບວນລ້ານຊ້າງ” ທີ່ໄດ້ຍົກລະດັບ ໄປເຖິງປະເທດລາວ!ຕູ້ລົດມີການປ່ຽນແປງເຫຼົ່ານີ້!
ສະບາຍດີ2022-04-19
ລົດໄຟໂດຍສານດ້ວຍຄວາມໄວທຳມະດາຂອງທາງລົດໄຟລາວ-ຈີນພາກສ່ວນຂອງລາວໄດ້ໄຂຂຶ້ນຄັ້ງທຳອິດ
ສະບາຍດີ2022-04-15
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
11/02
10:59
— ແບ່ງປັນ —