ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ໃນໂອກາດວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງລາວ-ຈີນຄົບຮອບ 60 ປີ, ລົດໄຟສອງຂະບວນໄດ້ຂ້າມພູຜາແລະແມ່ນ້ຳແລ່ນລະຫວ່າງສອງປະເທດ. ໃນຖານະທີ່ເປັນໜຶ່ງໃນໂຄງການເອກະລັກຂອງການຮ່ວມມືກໍ່ສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ", ທາງລົດໄຟລາວ-ຈີນທີ່ໃຊ້ເວລາ 5 ປີຈື່ງສ້າງສຳເລັດແລະເປີດການບໍລິການເຊິ່ງເຮັດໃຫ້ເສັ້ນທາງຈາກຄຸນໝິງຫານະຄອນຫຼວງວຽງຈັນບໍ່ຍາວອີກແລະບໍ່ຫຍຸ້ງຍາກຫຼາຍ, ພ້ອມທັງໃຫ້ປະເທດລາວທີ່ເປັນ “ປະເທດບໍ່ມີຊາຍແດນຕິດກັບທະເລ” ແລະ ເຄີຍມີພູດອຍຫຼາຍແຕ່ຂາດຖະໜົນຫົນທາງ ກ້າວເຂົ້າສູ່ຍຸກການຄົມມະນາຄົມແບບທັນສະໄໝໂດຍກົງ.
ຢູ່ເທິງລົດໄຟທີ່ເປີດການບໍລິການຂະບວນທຳອດຂອງທາງລົດໄຟລາວ-ຈີນມີກຸ່ມເດັກນ້ອຍຈາກໂຮງຮຽນປະຖົມບ້ານໜອງບິງທີ່ເປັນມິດລະຫວ່າງລາວ-ຈີນ. ເດັກນ້ອຍຮູ້ສຶກຕື່ນເຕັ້ນຫຼາຍທີ່ໄດ້ຂີ່ລົດໄຟເປັນຄັ້ງທຳອິດ. ເດັກນ້ອຍພັນພິວັນໍວ່າ ຄວາມໄວສູງຂອງລົດໄຟແມ່ນສິ່ງທີ່ມີຄວາມປະທັບໃຈໃຫ້ລາວ, ພ້ອມທັງຍັງມີໂຊຟາຂະໜາດໃຫຍ່ທີ່ອ່ອນຫຼາຍ, ຫ້ອງນ້ຳທີ່ສະອາດ ແລະ ກະເປົາຫິ້ວຂະໜາດໃຫຍ່, ຄືກັນກັບໂລກໃນອະນາຄົດທີ່ປະເທດລາວເຄີຍຝັນ.
ຢູ່ປະເທດລາວ, ນີ້ແມ່ນ "ທາງລົດໄຟຖືກນິຍົມໃນອິນເຕີເນັດ" . ການເຮັດວຽກກ່ຽວກັບທາງລົດໄຟໄດ້ກາຍເປັນ "ອາຊີບໃໝ່" ທີ່ເປັນຄວາມຝັນຂອງຊາວໜຸ່ມລາວ. ກຸ່ມຊາວໜຸ່ມລາວໄດ້ຍ່າງອອກຈາກພູເຂົາເພື່ອ ຮຽນຮູ້ ເຕັກໂນໂລຢີແລະຄວາມຮູ້ທາງລົດໄຟທີ່ກ້າວໜ້າ, ແລະພາຍຫຼາງຮຽນຮູ້ຈາກອາຈານຈີນ ປະເທດລາວຄ່ອຍໆມີພະນັກງານທາງລົດໄຟລຸ້ນທຳອິດ ແລະ ຄົນຂັບລົດໄຟລຸ້ນທຳອິດ.
ຂໍ້ລິເລີ່ມ "ໜຶ່ງແລວທາງໜຶ່ງເສັ້ນທາງ" ຂອງຈີນເຊື່ອມຕໍ່ຄວາມໄຝ່ຝັນຂອງລາວທີ່ເປັນ "ປະເທດທີ່ເຊື່ອມຕໍ່ກັບປະເທດອ້ອມຂ້າງ". "ປະເທດທີ່ເຊື່ອມຕໍ່ກັບປະເທດອ້ອມຂ້າງ" ເປັນຄຳທີ່ຄົນລາວສ້າງຂື້ນມາ ເຊິ່ງມີຄວາມໝາຍວ່າກາຍເປັນສູນກາງການຄົມມະນາຄົມເຊື່ອມຕໍ່ທຸກປະເທດທີ່ອ້ອມຂ້າງເທິງບົກ. ຄຳສັບນີ້ຍັງໄດ້ຂຽນເຂົ້າໃນຍຸດທະສາດແຫ່ງຊາດລາວ ເຊິ່ງສະແດງໃຫ້ເຫັນເຖິງຄວາມປາຖະໜາຂອງປະເທດທີ່ໄກຈາກທະເລນີ້ ຈະແກ້ໄຂຄວາມຫຍູ້ງຍາກຈາກພູມສັນຖານ ແລະ ກ້າວໄປສູ່ເສັ້ນທາງແຫ່ງການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ.
ທາງລົດໄຟລາວ-ຈີນແຕ່ເໜືອຫາໃຕ້ ເໝືອນດັ່ງລູກກະແຈເຊິ່ວເປີດເສັ້ນທາງການຮ່ວມມືດ້ານການພັດທະນາທີ່ແຜ່ລັດສະໝີ ແລະ ສົ່ງຜົນສະທ້ອນໄປສູ່ປະເທດມຽນມາ, ໄທ, ມາເລເຊຍ ແລະ ປະເທດອື່ນໆໃນແ ຫຼມອິນໂດຈີນ. “ເສັ້ນທາງຄຳ”ທີ່ເຊື່ອມຕໍ່ຈີນກັບບັນດາປະເທດອາຊຽນນີ້, ການເປີດບໍລິການພຽງແຕ່ເປັນເວລາ 9 ເດືອນ ໄດ້ສະແດງ"ໃບຜົນສຳເລັດ" ທີ່ມີມູນຄ່າທັງໝົດ 10 ຕື້ ຢວນໃນການຂົນສົ່ງສິນຄ້າສາກົນ.
ບັນທຸກໄມຕີຈິດມິດຕະພາບແລະຄວາມໄຝ່ຝັນ, ແບ່ງປັນກາລະໂອກາດ ແລະ ຄວາມຈະເລີນຮຸ່ງເຮືອງ, ຂໍ້ລິເລີ່ມ “ໜຶ່ງແລວທາງໜຶ່ງເສັ້ນທາງ” ໄດ້ປ່ຽນຄວາມໄຝ່ຝັນເປັນຕົວຈິງໃນ 9 ປີທີ່ໄດ້ວາງອອກ, ທາງລົດໄຟລາວ-ຈີນໄດ້ກາຍເປັນຜະລິດຕະພັນສາກົນ ແລະ ເວທີການຮ່ວມມືສາກົນທີ່ໄດ້ຮັບຄວາມນິຍົມຈາກທົ່ວໂລກ, ມັນຖືກເອີ້ນເປັນ "ທາງລົດໄຟທີ່ບໍ່ສາມາດພາດໄດ້" ສໍາລັບການພັດທະນາ.
在中老两国建交60周年之际,两列火车跨越山河、相向而来。作为共建“一带一路”标志性工程之一,历时5年建成通车的中老铁路,让昆明到万象山不再高、路不再长,也让曾经多山缺路的“陆锁国”老挝,直接跨入现代化运输时代。
在中老铁路首发列车上,有一群来自中老友好农冰村小学的孩子。第一次乘坐火车,孩子们非常兴奋。小乘客潘批万说,她印象最深刻的是火车的高速,还有火车上软软的大沙发、干净的厕所、大大的行李架,就像老挝一直梦想的未来世界一样。
在老挝,这是一条名副其实的“网红铁路”。到铁路上工作,成为很多老挝年轻人梦想的“新职业”。一批批老挝青年走出大山,学习先进的铁路技术和知识,在中国师傅“手把手”教授下,逐渐成长为老挝第一代铁路工匠、第一代火车司机。
中国的“一带一路”倡议,连接起老挝“陆联国”的梦想。“陆联国”,是老挝人独创的词汇,意思是成为陆上各国的交通枢纽。这个耐人寻味的名词,甚至被写入老挝的国家战略,足见这个内陆国对打破大山禁锢,走上发展繁荣之路的渴望。
中老铁路由北向南,如同一把钥匙,在中南半岛腹地打开一条辐射缅甸、泰国、马来西亚等国的发展合作道路。这条连接起中国和东盟国家的黄金动脉,开通仅9个月,就交出了国际货运总值百亿的“成绩单”。
承载友谊和梦想,共享机遇和繁荣,“一带一路”倡议提出9年来,已从愿景变为现实,中老铁路成为深受欢迎的国际公共产品和国际合作平台,被越来越多国家视为发展“不容错过的列车”。(记者莫小玲 徐德霖)
ເຂດພັດທະນາເສດຖະກິດນະຄອນຄຸນໝິງໄດ້ສ້າງມາດຕະຖານໃຫມ່ສໍາລັບການປົກປັກຮັກສາສິດທິຊັບສິນທາງປັນຍາ
ສະບາຍດີ2022-09-29
ສີສັນການເກັບກ່ຽວອຸດົມສົມບູນກາຍເປັນຮູບພາບທີ່ສີສັນຂອງທົ່ງນາໃນເມືອງເໝິງຊີ
ສະບາຍດີ2022-09-28
ທາງລົດໄຟຈີນ-ລາວ:ການຂົນສົ່ງສາກົນທີ່ມີປະສິດທິພາບ ແລະ ສະດວກສະບາຍ"ເສັ້ນທາງຄໍາ"
ສະບາຍດີ2022-09-26
ທາງລົດໄຟລາວ-ຈີນໄດ້ເປີດການບໍລິການເປັນເວລາ 10 ເດືອນ ຂໍ້ມູນຫຼາຍລາຍການໄດ້ສ້າງສະຖິຕິໃໝ່
ສະບາຍດີ2022-10-08
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
10/09
14:14
— ແບ່ງປັນ —