ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)ເພື່ອຮັບປະກັນການສະໜອງພະລັງງານທີ່ປອດໄພ ແລະ ໝັ້ນຄົງຂອງແຂວງ,ສ້າງແຂວງພະລັງງານຂຽວໃຫ້ເຂັ້ມແຂງ, ຊຸກຍູ້ການເຊື່ອມໂຍງຢ່າງເລິກເຊິ່ງຂອງພະລັງງານຂຽວ ແລະ ການຜະລິດທີ່ກ້າວໜ້າສີຂຽວ,ເມືອນບໍ່ດົນມານີ້,ກອງພະລັງງານແຂວງຢຸນນານໄດ້ອອກ "ແຜນການກໍ່ສ້າງພະລັງງານໃໝ່ຂອງແຂວງຢຸນນານປີ 2022",ໂດຍສະເໜີໃຫ້ແຂວງຈະເລັ່ງກໍ່ສ້າງໂຄງການພະລັງງານໃໝ່ 355 ໂຄງການໃນປີນີ້, ດ້ວຍກຳລັງການຕິດຕັ້ງທັງໝົດ 32,005,400 ກິໂລວັດ.ຮັບປະກັນວ່າຂະໜາດການພັດທະນາປະຈຳປີຂອງພະລັງງານໃໝ່ແມ່ນຫຼາຍກວ່າ 15 ລ້ານກິໂລວັດ, ແລະ ສູ້ຊົນໃຫ້ບັນລຸ 20 ລ້ານກິໂລວັດ.
ປີນີ້, ແຂວງຢຸນນານຈະເລັ່ງກໍ່ສ້າງໂຄງການໄຟຟ້າແສງຕາເວັນ 350 ໂຄງການ,ມີກຳລັງຕິດຕັ້ງ 31,6504 ລ້ານກິໂລວັດ,ໄຟຟ້າພະລັງງານລົມ 5 ໂຄງການ,ມີກຳລັງຕິດຕັ້ງ 355,000 ກິໂລວັດໂມງ.ໂຄງການດັ່ງກ່າວໄດ້ແຈກຢາຍຢູ່ 15 ເຂດ(ນະຄອນ) ຍົກເວັ້ນນະຄອນ Diqing,ໃນນັ້ນ,ເຂດChuxiong,ເຂດQujing ແລະ ເຂດDali ແຕ່ລະເຂດມີຫຼາຍກວ່າ 30 ໂຄງການ.ມາຮອດທ້າຍເດືອນມິຖຸນານີ້,ໂຄງການພະລັງງານໃໝ່ທັງໝົດຂອງແຂວງຢຸນນານໄດ້ບັນລຸ 162 ໂຄງການ,ມີກຳລັງການຕິດຕັ້ງ 20,794 ລ້ານກິໂລວັດ.
"ແຜນການ" ຊີ້ແຈງວ່າໂຄງການພະລັງງານແສງແດດຈະໄດ້ຮັບການກໍ່ສ້າງຢ່າງເຕັມສ່ວນກ່ອນເດືອນຕຸລາປີນີ້,ໂຄງການທີ່ມີກໍາລັງຫຼາຍກ່ວາ 100,000 ກິໂລວັດຄວນຈະຕອບສະຫນອງເງື່ອນໄຂການຜະລິດກ່ອນເດືອນມິຖຸນາປີຫນ້າ ແລະ ກໍານົດເວລາການເຊື່ອມຕໍ່ຕາຂ່າຍໄຟຟ້າເຕັມບໍ່ຄວນຈະເກີນທ້າຍເດືອນທັນວາ 2023.
(昆明信息港综合整理)为保障全省能源安全稳定供应,打造绿色能源强省,推动绿色能源与绿色先进制造深度融合,省能源局近日印发《云南省2022年新能源建设方案》,提出今年全省将加快推动开工新能源项目355个,总装机规模3200.54万千瓦,确保年度开发新能源规模1500万千瓦以上,力争达2000万千瓦。
今年,我省将加快推动开工光伏项目350个,装机3165.04万千瓦;风电项目5个,装机35.5万千瓦。项目分布于除迪庆外的15个州(市),其中,楚雄、曲靖、大理涉及项目均超过30个。截至6月底,全省新能源累计开工项目达到162个,装机2079.4万千瓦。
《方案》明确,光伏项目今年10月前全面开工建设,明年6月前10万千瓦以上项目应具备投产条件,全容量并网时间不超过2023年12月底。
ການແກ້ໄຂດ້ານຄວາມປອດໄພດັບເພີງພິເສດຢູ່ສາງ ແລະ ການຂົນສົ່ງຢູ່ເຂດພັດທະນາເສດຖະກິດຄຸນໝິງໄດ້ບັນລຸຜົນ
ສະບາຍດີ2022-08-09
ແຂວງຢຸນນານໄດ້ນຳໃຊ້ 18 ມາດຕະການເພື່ອຊຸກຍູ້ວຽກເຮັດງານທຳຂອງຊາວໜຸ່ມແລະການປະກອບອາຊີບ
ສະບາຍດີ2022-08-04
ນັກສຶກສາລາວທີ່ຮຽນຢູ່ເມືອງຄຸນໝິງ
ສະບາຍດີ2022-08-04
ພິທີມອບເຄື່ອງອຸປະກອນປ້ອງກັນການລະບາດໂຄວິດ-19ຂອງແຂວງຢຸນນານໃຫ້ແຂວງຫຼວງນ້ຳທາປະເທດລາວໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ
ສະບາຍດີ2022-08-04
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
08/09
11:10
— ແບ່ງປັນ —