ການແກ້ໄຂດ້ານຄວາມປອດໄພດັບເພີງພິເສດຢູ່ສາງ ແລະ ການຂົນສົ່ງຢູ່ເຂດພັດທະນາເສດຖະກິດຄຸນໝິງໄດ້ບັນລຸຜົນ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວຄຳປະເສີດ)ເມື່ອບໍ່ດົນມານີ້, ກອງກູ້ຊີບຊ່ວຍເຫຼືອ ແລະ ດັບເພີງທີ່ເຂດພັດທະນາເສດຖະກິດນະຄອນຄຸນໝິງ (ເຂດການຄ້າເສລີພາກພື້ນນະຄອນຄຸນໝິງ) ໄດ້ປະຕິບັດມາດຕະການວຽກງານ “166” ຢ່າງເຂັ້ມງວດຕໍ່ສະຖານທີ່ເກັບມ້ຽນ ແລະ ຂົນສົ່ງ, ສຸມໃສ່ກວດກາຢ່າງເຂັ້ມງວດ ແລະ ແກ້ໄຂບັນດາບັນຫາຫຼັກໆເຊັ່ນ: ເປັນ "ຝາກັນໄຟ", "ກັນນໍ້າ" ແລະ "ສາຍໄຟຟ້າ".

微信图片_20220809092201

ໄດ້ສົມທົບກັບສະພາບຕົວຈິງຂອງເຂດພັດທະນາເສດຖະກິດນະຄອນຄຸນໝິງ, ກອງກູ້ຊີບຊ່ວຍເຫຼືອ ແລະ ດັບເພີງເຂດ, ຍັງສົມທົບກັບໜ່ວຍງານແຜນການ ແລະ ກໍ່ສ້າງ, ໜ່ວຍງານປ້ອງກັນຄວາມສະຫງົບ,ໜ່ວຍງານຄຸ້ມຄອງຄວາມປອດໄພ, ໜ່ວຍງານກວດກາຕະຫຼາດ, ໜ່ວຍງານວຽກງານສັງຄົມ ແລະ ອື່ນໆ, ໄດ້ແກ້ໄຂໄພອັນຕະລາຍໄຟ ແລະ ການລະເມີດການດັບເພີງຈຳນວນໜຶ່ງຢ່າງມີປະສິດທິຜົນ. ປະຕິບັດການຝຶກຫັດ "6 ຄຸ້ນເຄີຍ" ສໍາລັບສະຖານທີ່ສາງ ແລະ ການຂົນສົ່ງ 20 ຄັ້ງເພື່ອຮັບປະກັນສະຖານະການຄວາມປອດໄພຂອງໄຟໄຫມ້ຂອງສາງ ແລະ ສະຖານທີ່ຂົນສົ່ງສິນຄ້າຢູ່ໃນເຂດປົກຄອງຍັງສືບຕໍ່ເພື່ອໃຫ້ມີຄວາມຫມັ້ນຄົງ.

微信图片_20220809092207

ຫ້ອງການຄະນະກໍາມະການຄວາມປອດໄພດ້ານດັບເພີງເຂດໄດ້ສ້າງແຜນວຽກກວດກາ, ສົມທົບກັບຫ້ອງການຄຸ້ມຄອງຖະໜົນ, ຊຸມຊົນ ແລະ ໜ່ວຍງານອຸດສາຫະກຳດໍາເນີນການກວດກາສັງລວມວິສາຫະກິດສາງ ແລະ ຂົນສົ່ງ, ອອກແຈ້ງການສັ່ງໃຫ້ແກ້ໄຂບັນດາວິສາຫະກິດທີ່ມີບັນຫາ, ກຳນົດເວລາທີ່ຈະແຈ້ງໃນການແກ້ໄຂ,ປະຕິບັດມາດຕະການແກ້ໄຂຢ່າງເດັດດ່ຽວ,ຮັບປະກັນໃຫ້ວຽກງານແກ້ໄຂມີປະສິດທິຜົນ.

微信图片_20220809092212

ນອກຈາກນີ້,ຍັງໄດ້ກະກຽມຄວາມພ້ອມໃນກອງປະຊຸມຢູ່ບ່ອນວ່າດ້ວຍການຄຸ້ມຄອງຄວາມປອດໄພດ້ານດັບເພີງຂອງສາງ ແລະ ຂົນສົ່ງສິນຄ້າໃນເຂດ ເຊິ່ງໄດ້ຈັດຂຶ້ນ  2 ຄັ້ງແລ້ວເພື່ອເຮັດໃຫ້ວຽກງານຕ່າງໆ ມີຄວາມຮັດກຸມທີ່ສຸດ.

微信图片_20220809092227

ກອງກູ້ຊີບຊ່ວຍເຫຼືອແລະດັບເພີງເຂດໄດ້ຈັດຕັ້ງການເຝິກອົບຮົມ 4 ຄັ້ງ ກັບຫ້ອງການຄຸ້ມຄອງຖະໜົນ, ຊຸມຊົນ, ສະຖານີຕຳຫຼວດປ້ອງກັນຄວາມສະຫງົບ ແລະ ວິສາຫະກິດໃນເຂດ, ແລະ ໄດ້ນຳໃຊ້ Weibo, ບັນຊີສາທາລະນະ WeChat, Douyin ແລະ ອື່ນໆເພື່ອການໂຄສະນາຄວາມຮູ້ຄວາມປອດໄພຂອງດັບເພີງ.ມາຮອດປະຈຸບັນນີ້,ໄດ້ແຈກຢາຍປຶ້ມຄູ່ມື ແລະ ໃບປິວໃຫ້ຄວາມຮູ້ທາງດັບເພີງ 2,000 ກວ່າສະບັບ, ຍັງໄດ້ຮັບການສຶກສາອົບຮົມປະຊາຊົນຈຳນວນ 3,000 ກວ່າຄົນ.


近日,昆明经开区(自贸试验区昆明片区)消防救援大队严格落实仓储物流场所“166”工作措施,重点对“防火墙”“消防用水”“电气线路”等核心问题严查严改。

微信图片_20220809092201

结合辖区实际,区消防救援大队联合规建、公安、安监、市场监管、社会事务等部门,切实整治了一批火灾隐患和消防违法行为,开展仓储物流场所“六熟悉”演练20次,确保辖区仓储物流场所消防安全形势持续稳定。

微信图片_20220809092207

区消安委办公室制定检查工作计划,联合街道办、社区、行业部门对仓储物流企业进行全面排查,对存在问题的企业下发责令改正通知书,明确整改时限,坚决落实整改措施,确保整治工作取得实效。

微信图片_20220809092212

此外,还积极筹备全区仓储物流消防安全管理现场会,目前已组织召开2次,最大程度细化各项工作。

微信图片_20220809092227

区消防救援大队组织街道、社区、公安派出所及全区企业开展培训4次,利用微博、微信公众号、抖音等高频次推送消防安全知识。截至目前,发放消防知识手册、传单2000余份,受教育人数达到3000余人。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

08/09

09:32

ແບ່ງປັນ

ແປ
翻译