ແຂວງຢຸນນານໄດ້ນຳໃຊ້ 18 ມາດຕະການເພື່ອຊຸກຍູ້ວຽກເຮັດງານທຳຂອງຊາວໜຸ່ມແລະການປະກອບອາຊີບ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວຄຳປະເສີດ)ເມື່ອນບໍ່ດົນມານີ້,ຫ້ອງວ່າການລັດຖະບານປະຊາຊົນແຂວງຢຸນນານໄດ້ພິມປະກາດ "ແຈ້ງການກ່ຽວກັບຫຼາຍມາດຕະການເພື່ອຊຸກຍູ້ວຽກປະກອບອາຊີບ ແລະ ການສ້າງທຸລະກິດຂອງນັກສຶກສາທີ່ຮຽນຈົບໂຮງຮຽນລະດັບສູງແລະຊາວໜຸ່ມອື່ນໆ" (ຕໍ່ໄປນີ້ເອີ້ນວ່າ"ແຈ້ງການ"), ສະເໜີວ່າໂດຍນໍາໃຊ້ມາດຕະກາມເພີ່ມການສະໜອງຕໍາແໜ່ງງານ, ດໍາເນີນການບໍລິການປະກອບອາຊີບຢ່າງແມ່ນຍໍາຖືກຕ້ອງ, ປັບປຸງຂັ້ນຕອນຊອກວຽກແລະປະກອບອາຊີບໃຫ້ສະດວກງ່າຍ, ເພີ່ມທະວີການຊ່ວຍເຫຼືອດ້ານການປະກອບອາຊີບແລະການສ້າງທຸລະກິດຂອງຊາວໜຸ່ມ ແລະມາດຕະການອື່ນໆລວມທັງໝົດ 18 ມາດຕະການ, ພະຍາຍາມຫາທຸກວິທີທາງສົ່ງເສີມການປະກອບອາຊີບ ແລະ ການສ້າງທຸລະກິດຂອງນັກສຶກສາທີ່ຮຽນຈົບໂຮງຮຽນລະດັບສູງແລະຊາວໜຸ່ມອື່ນໆ 

ຕາມ "ແຈ້ງການ", ແຂວງຢຸນນານຈະໃຫ້ນະໂຍບາຍອໍານວຍແບບພິເສດໃຫ້ແກ່ວິສາຫະກິດທີ່ຮັບສະໝັກນັກສຶກສາຈົບຮຽນ, ສໍາລັບວິສາຫະກິດຂະໜາດກາງແລະນ້ອຍທີ່ຮັບສະໝັກນັກສຶກສາຈົບຮຽນຫຼາຍກວ່າ 10% ຂອງຈຳນວນພະນັກງານທັງໝົດວິສາຫະກິດ ມີສິດທິພິເສດໃນດ້ານການຈັດຫາເງິນກູ້ຜ່ານຜ່າຄວາມຍຸ້ງຍາກ ແລະ ສະໜອງເງິນກູ້ເພື່ອດັດແປງເຕັກນິກ;ສະໜອງເງິນສ່ວນອຸດໜູນການຈ້າງງານ, ສໍາລັບວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍທີ່ຈ້າງນັກສຶກສາຮຽນຈົບໂຮງຮຽນລະດັບສູງໃນສົກປີ ຈະໄດ້ຮັບເງິນອຸດໜູນການຈ້າງງານຈ່າຍຄັ້ງດຽວ 5,000 ຢວນຕໍ່ຄົນ ຕາມມາດຕະການ;

ຊ່ວຍຊົດເຊີຍຄ່າຮຽນ ແລະ ຊົດເຊີຍແທນເງິນກູ້ຊ່ວຍຮຽນ,ສໍາລັບຜູ້ຈົບຮຽນ ທີ່ເຮັດວຽກຢູ່ເຂດຫ່າງໄກສອກຫຼີກທີ່ຫຍຸ້ງຍາກແລະໜ່ວຍຮາກຖານອຸດສາຫະກຳເກົ່າລະດັບເມືອງ ຫຼືຕໍ່າກວ່າລະດັບເມືອງ ໃຫ້ນະໂຍບາຍແທນຈ່າຍຄ່າຮຽນ ກັບ ເງິນກູ້ນັກສຶກສາແຫ່ງຊາດ ແລະກໍານົດເງິນເດືອນສູງ ແລະ ນະໂຍບາຍອື່ນໆ; ສໍາລັບເຂດທີ່ໄດ້ຮັບຜົນກະທົບຮ້າຍແຮງຈາກການພະຍາດໂຄວິດ-19 ປະຕິບັດມາດຕະການຂັ້ນຕອນຄື"ເຮັດວຽກກ່ອນ, ສອບເສັງໃບຢັ້ງຢືນຄຸນວຸດທິໄວ້ພາຍຫຼັງ ສໍາລັບຄູສອນໃນໂຮງຮຽນທົດລອງປະຖົມແລະມັດທະຍົມ, ໂຮງຮຽນອະນຸບານ, ແລະໂຮງຮຽນວິຊາຊີບມັດທະຍົມ..

ພ້ອມດຽວກັນ ຈັດຕັ້ງປະຕິບັດການຝຶກອົບຮົມດ້ານວິຊາຊີບລະດັບສູງໃຫ້ແກ່ໄວໜຸ່ມທີ່ຮຽນຈົບໂຮງຮຽນລະດັບສູງ, ນຳໃຊ້ເງິນອຸດໜູນສໍາລັບການປະກອບອາຊີບ ແລະ ກອງທຶນບັນຊີພິເສດເພື່ອຍົກສູງຄວາມສາມາດດ້ານວິຊາຊີບ, ເອົາຄວາມຕ້ອງການພັດທະນາຂອງອຸດສາຫະກໍາເກີດໃໝ່ ແລະ ຖືເປັນສໍາຄັນເປັນໃຈກາງ, ຈັດການຝຶກອົບຮົມໃຫ້ແກ່ຜູ້ຮຽນຈົບໂຮງຮຽນລະດັບສູງ, ມີນະໂນບາຍໃຫ້ເງິນອຸດຫນູນການສ້າງທຸລະກິດ ບໍ່ເກີນ30000ຢວນຄັ້ງດຽວ ຄໍ້າປະກັນກູ້ເງິນສ້າງທຸລະກິດ ແລະ ສ່ວນຫຼຸດດອກເບ້ຍ, ການຫຼຸດຜ່ອນຫຼືລົບລ້າງພາສີອາກອນແລະນະໂຍບາຍອື່ນໆ; ສະໜອງສະຖານທີ່ຟຣິເພື່ອສະຫນັບສະຫນູນການສ້າງທຸລະກິດ, ສໍາລັບໜ່ວຍສ້າງທຸລະກິດທີ່ລັດຖະບານລົງທຶນພັດທະນາຈະໄດ້ຮັບສະຖານທີ່ຟຣິບໍ່ຕໍ່າກວ່າ30% ເພື່ອສະໜອງ ໃຫ້ນັກທຸລະກິດຈົບການສຶກສາໃໝ່.


(昆明信息港综合整理)近日,云南省人民政府办公厅印发《关于进一步促进高校毕业生等青年就业创业若干措施的通知》(以下简称《通知》)提出,通过增加岗位供给、精准开展就业服务、简化优化求职就业手续、强化青年就业创业帮扶等方面共18条措施,千方百计促进高校毕业生等青年就业创业。

按照《通知》,云南省将提供吸纳就业倾斜政策,对吸纳毕业生就业人数达到企业职工总数10%以上的中小微企业,在安排纾困资金、提供技术改造贷款贴息时予以倾斜;给予吸纳就业补贴,对招用毕业年度高校毕业生的中小微企业,按照每人5000元的标准给予一次性吸纳就业补贴;给予学费补偿和助学贷款代偿,对到云南省艰苦边远地区、老工业基地县以下基层单位就业的毕业生,给予学费补偿和国家助学贷款代偿、高定工资等政策;对受疫情影响严重地区,实施中小学、幼儿园、中等职业学校教师资格“先上岗、再考证”阶段性措施。

给予学费补偿和助学贷款代偿,对到云南省艰苦边远地区、老工业基地县以下基层单位就业的毕业生,给予学费补偿和国家助学贷款代偿、高定工资等政策;对受疫情影响严重地区,实施中小学、幼儿园、中等职业学校教师资格“先上岗、再考证”阶段性措施。

同时,将实施高校毕业生青年高端职业培训,使用就业补助资金、职业技能提升行动专账资金,围绕新兴产业和重点产业发展需求,对高校毕业生进行培训;大力扶持自主创业,对自主创业的高校毕业生,按照规定给予不超过3万元的一次性创业补贴、创业担保贷款及贴息、税费减免等政策;免费提供场地支持创业,政府投资开发的创业载体安排不低于30%的场地免费向高校毕业生创业者提供。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

08/04

17:51

ແບ່ງປັນ

ແປ
翻译