ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)ວັນທີ 3 ທັນວາ 2021,ທາງລົດໄຟຈີນ-ລາວໄດ້ເປີດນຳໃຊ້ຢ່າງເປັນທາງການ.
ວັນທີ 22 ມີນາ 2022, ໃນຖານະເປັນນັກຝຶກອົບຮົມທີ່ປະເທດລາວສົ່ງໄປປະເທດຈີນເພື່ອຮຽນເຕັກໂນໂລຊີທາງລົດໄຟ,ນັກສຶກສາລາວ 32 ຄົນ ໃນນັ້ນມີທ່ານ Zhang Wentai ໄດ້ຂຶ້ນລົດໄຟ EMU ທາງລົດໄຟຈີນ-ລາວໄປນະຄອນຄຸນໝິງ.
“ໃຊ້ເວລາພຽງແຕ່ 10 ຊົ່ວໂມງໃນການເດີນທາງຈາກວຽງຈັນໄປຫາຄຸນໝິງດ້ວຍທາງລົດໄຟຈີນ-ລາວ, ສິ່ງທີ່ຂ້ອຍໄດ້ເຫັນແລະໄດ້ຍິນຕະຫຼອດທາງເຮັດໃຫ້ຂ້ອຍຕັ້ງໃຈລໍຖ້າການສຶກສານີ້ຫຼາຍ.ສິ່ງທີ່ຂ້າພະເຈົ້າໄດ້ເຫັນ ແລະ ໄດ້ຍິນຢູ່ລຽບຕາມເສັ້ນທາງລົດໄຟຈີນ-ລາວ ເຮັດໃຫ້ຂ້າພະເຈົ້າມີຄວາມປາຖະໜາໃນການສຶກສານີ້ຫຼາຍ,ຂ້າພະເຈົ້າຫວັງວ່າຈະຮຽນຈົບແລ້ວກັບໄປລາວໄວໆນີ້,ເພື່ອປະກອບສ່ວນພັດທະນາທາງລົດໄຟລາວ, ເຮັດໃຫ້ຊາວລາວນັບມື້ນັບໄດ້ຮັບຄວາມສະດວກສະບາຍທາງລົດໄຟ. " Zhang Wentai ກ່າວວ່າ.
4 ເດືອນຜ່ານໄປຢ່າງໄວ,ນັກສຶກສາລາວ 32 ຄົນ ໄດ້ພະຍາຍາມຮຽນຮູ້ຄວາມຮູ້ດ້ານເຕັກໂນໂລຊີທາງລົດໄຟໃນສະຖາບັນເຕັກນິກ-ວິຊາຊີບທາງລົດໄຟຄຸນໝິງ ແລະ ໃຊ້ເວລາທີ່ມີຄວາມສຸກການສຶກສາຢູ່ຕ່າງປະເທດຢູ່ນະຄອນ ຄຸນໝິງ.
ໂດຍຖືເອົາວຽກງານທີ່ສຳຄັນໃນການປູກຝັງພອນສະຫວັນທາງລົດໄຟໃຫ້ແກ່ລາວ,ນັກສຶກສາລາວ 32 ຄົນຖືໂອກາດໄປຮຽນຢູ່ນະຄອນຄຸນໝິງ,ພະຍາຍາມຮຽນຮູ້ຂອງເຂົາເຈົ້າໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ບັນດາຄູສອນຂອງສະຖາບັນເຕັກນິກ-ວິຊາຊີບທາງລົດໄຟນະຄອນຄຸນໝິງ."ຄວາມພະຍາຍາມ", "ຄວາມຖ່ອມຕົນ" ແລະ "ຄວາມສາມາດໃນການອົດທົນກັບຄວາມລໍາບາກ" ແມ່ນຄໍາຄິດເຫັນທີ່ເປັນເອກະພາບຂອງຄູອາຈານທີ່ໄດ້ກ່າວມາເຖິງນັກສຶກສາລາວ.
ການຮຽນຮູ້ແມ່ນວຽກງານຕົ້ນຕໍ,ແຕ່ຊີວິດຫຼັງຮຽນຂອງນັກສຶກສາລາວກໍ່ມີຄວາມອຸດົມສົມບູນ.ໃນຕອນຄໍ່າຮຽນດ້ວຍຕົນເອງ,ທາງໂຮງຮຽນໄດ້ຈັດໃຫ້ນັກຮຽນຈີນໄປຮຽນນຳເຂົາເຈົ້າ, ຊ່ວຍໃຫ້ນັກສຶກສາເຂົ້າໃຈຄວາມຮູ້ໃນເວລາກາງເວັນ, ພ້ອມກັນນັ້ນກໍ່ໄດ້ມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ຍັງສາມາດປັບປຸງລະດັບພາສາຈີນຂອງນັກສຶກສາລາວ.
ເພື່ອໃຫ້ນັກຮຽນລາວກິນເຂົ້າໄດ້ດີ,ທາງໂຮງຮຽນໄດ້ຈັດໃຫ້ຜູ້ຄົວກິນອາຫານຂອງຊົນເຜົ່າໄຕ,ເພື່ອໃຫ້ນັກສຶກສາລາວສາມາດກິນອາຫານແບບບ້ານຢູ່ນະຄອນຄຸນໝິງ.ຫຼັງຈາກຮຽນແລ້ວ,ນັກສຶກສາລາວໄດ້ຮ້ອງເພງເຕັ້ນກັບນັກສຶກສາຈີນເພື່ອເພີ່ມທະວີການສື່ສານ.
ເມື່ອງບໍ່ດົນມານີ້, ໂຮງຮຽນໄດ້ຈັດໃຫ້ນັກສຶກສາລາວຍ່າງອອກນອກວິທະຍາເຂດ,ຍ່າງເລາະຊົມໜອງທຽນສິນ, ໄປຊື້ເຄື່ອງຢູ່ສູນການຄ້າ ແລະ ຮູ້ສຶກເຖິງຮີດຄອງປະເພນີວັດທະນະທຳຂອງນະຄອນຄຸນໝິງ.
(昆明信息港综合整理)2021年12月3日,中老铁路正式通车。
2022年3月22日,作为老挝选派到中国学习铁路技术的学员,张文泰等32名老挝学员乘坐中老铁路动车组列车来到昆明。
“乘坐中老铁路列车,从万象到昆明只用了10个小时左右。沿途所见所闻,让我对这次学习非常期待。我希望能早日学成回国,为老挝铁路发展做出贡献,让更多老挝人民享受到铁路带来的便利。”张文泰说。
时间一晃就过去了4个月,32名老挝学员在昆明铁道职业技术学院努力学习铁路技术知识,在昆明度过愉快的留学时光。
肩负着为老挝培养铁路人才的重任,32名老挝学员十分珍惜来昆明学习的机会,他们刻苦学习的态度给昆明铁道职业技术学院的老师留下了深刻的印象。“努力”“谦逊”“能吃苦”是老师们对老挝学员的一致评价。
学习是主业,但老挝学员的课余生活也安排得丰富多彩。晚自习时,学校安排了本校的中国学生和他们一起学习,帮助大家消化白天的知识点,在相互交流中,还能提升老挝学员的中文水平。
为了能让老挝学员吃得好,学校专门安排了傣味厨师,让老挝学员在昆明也能吃到家乡味道的饭菜。课余时间,老挝学员与中国学生一起唱歌、跳舞,进一步加强沟通交流。
不久前,学校组织老挝学员走出校园,到滇池边散步、到商业中心购物,感受昆明的人文风情。
【ຄົ້ນພົບທາງລົດໄຟທີ່ສວຍງາມທີ່ສຸດ】ຜູ້ຂ້າມຊາຍແດນຂອງທາງລົດໄຟຈີນ-ລາວ
ສະບາຍດີ2022-08-03
ເຂດການຄ້າເສລີພາກພື້ນນະຄອນຄຸນໝິງໄດ້ອຳນວຍການບໍລິການ ທີ່ມີປະສິດທິພາບສູງໃຫ້ແກ່ວິສາຫະກິດ
ສະບາຍດີ2022-08-03
ສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 95 ປີ ທີ່ນະຄອນຫລວງວຽງຈັນ
ສະບາຍດີ2022-08-02
ສື່ມວນຊົນກວ່າ 330 ແຫ່ງຈາກທົ່ວໂລກໄດ້ສຸມໃສ່ວິດີໂອໂຄສະນາຂອງ 28 ຕົວເມືອງໃນແຂວງຢຸນນານສະແດງຢູ່ໃນ "ຫນ້າຈໍຈີນ" ຂອງນະຄອນນິວຢອກ
ສະບາຍດີ2022-08-01
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
08/04
16:59
— ແບ່ງປັນ —