ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ) ວັນທີ 3 ສິງຫານີ້, ພິທີມອບເຄື່ອງອຸປະກອນປ້ອງກັນການລະບາດໂຄວິດ-19ຂອງແຂວງຢຸນນານໃຫ້ແຂວງຫຼວງນ້ຳທາປະເທດລາວໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ.
ພາບສະໜາມຂອງພິທີມອບ-ຮັບ
ອຸປະກອນປ້ອງກັນການລະບາດໂຄວິດ-19ຊຸດນີ້ມີມູນຄ່າ 550,000 ຢວນເຊິ່ງແມ່ນພະແນກການພົວພັນຕ່າງປະເທດແຂວງຫຼວງນ້ຳທາປະສານສົມທົບກັບຫ້ອງການພົວພັນຕ່າງປະເທດຂອງລັດຖະບານແຂວງຢຸນນານທີ່ຊ່ວຍລະດົມທຶນໃຫ້ແກ່ແຂວງຫຼວງນ້ຳທາແລະເຂດເສດຖະກິດພິເສດບໍ່ເຕັນ.
ຕາມການແນະນຳຂອງຜູ້ຮັບຜິຊອບຫ້ອງການພົວພັນຕ່າງປະເທດແຂວງຢຸນນານ, ປະເທດລາວກຳລັງປະເຊີນໜ້າກັບຄວາມກົດດັນສອງດ້ານໃນການປະສານງານການປ້ອງກັນລະບາດໂຄວິດ-19 ແລະ ການພັດທະນາເສດຖະກິດ, ປະເທດຈີນໄດ້ສະໜັບສະໜູນຫຼາຍຄັ້ງໃນໄລຍະສັ້ນໆ. ວັນທີ 12 ກໍລະກົດນີ້, ໂດຍໄດ້ຮັບການມອບໝາຍຈາກກະຊວງການພົວພັນຕ່າງປະເທດຈີນ, ຫ້ອງການພົວພັນຕ່າງປະເທດແຂວງຢຸນນານໄດ້ສ້າງໂຄງການສະຖານີປາບເຊື້ອໃຊ້ໃນການຂົນສົ່ງຂ້າມຊາຍແດນຂອງດ່ານບໍເຕັນຢູ່ແຂວງຫຼວງນ້ຳທາ ແລະ ສົ່ງອຸປະກອນປ້ອງກັນໂຄວິດ-19ຈຳນວນໜຶ່ງ ໃຫ້ແກ່ປະເທດລາວ. ຫວັງວ່າຜ່ານຄວາມພະຍາຍາມຂອງທັງສອງຝ່າຍ, ພວກເຮົາຈະສະກັດກັ້ນການແຜ່ລະບາດໂຄວິດ-19ຂ້າມຊາຍແດນ, ຍົກສູງປະສິດທິຜົນຂອງການປ້ອງກັນໂຄວິດ-19ຢູ່ຕາມຊາຍແດນຮ່ວມກັນ ແລະ ຊຸກຍູ້ການກໍ່ສ້າງແລວທາງເສດຖະກິດຈີນ-ລາວຢ່າງບໍ່ຢຸດຢັ້ງ.
ທ່ານນາງ ມະນີລາ ສົມບັນດິດ, ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ນະຄອນຄຸນໝິງ ໄດ້ເຂົ້າຮ່ວມພິທີມອບ-ຮັບ, ຕາງໜ້າແຂວງຫຼວງນ້ຳທາໃຫ້ຮັບການບໍລິຈາກແລະສະແດງຄວາມຂອບອົກຂອບໃຈ.
8月3日,中国云南省援助老挝南塔省防疫物资交接仪式在昆明举行。
交接仪式现场 省外办 供图
此批防疫物资是根据近期南塔省外事厅商请云南省人民政府外事办公室筹措资金向南塔省和磨丁经济专区提供,价值55万元人民币。当天仪式结束后,承运物资的货车启程前往陆路边境口岸,预计5日抵达南塔。
省外办负责人介绍,老挝正面临统筹疫情防控和经济发展的双重压力,中方感同身受,短时间内多次驰援。7月12日,受中国外交部委托,云南省外办向老方交付援南塔省磨丁口岸跨境运输消杀站项目和一批防疫物资。希望通过双方努力,遏制疫情跨境传播,提升边境联防联控效能,稳步推进中老经济走廊建设。
老挝驻昆明总领事玛尼拉·宋班迪出席交接仪式,代表南塔省接受捐赠并表达感谢。(云南网记者韩成圆实习生孙语遥)
ຫ້ອງທົດລອງສາກົນດ້ານເຕັກໂນໂລຊີພະລັງງານໄຟຟ້າແຫ່ງຊາດ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງສະເໜີອອກ
ສະບາຍດີ2022-06-08
ແຂວງຢຸນນານປະກາດ 30 ໂຄງການສົ່ງເສີມການລົງທຶນດ້ານອຸດສາຫະກຳວັດທະນະທຳແລະການທ່ອງທ່ຽວ
ສະບາຍດີ 2022-06-02
ທ່ານ Yang Jiechi ໄດ້ພົບປະກັບເອກອັກຄະລັດຖະທູດກໍາປູເຈຍແລະລາວປະຈໍາຈີນຕາມລໍາດັບ
ສະບາຍດິ2022-04-21
ເມືອງຈາວທ່ອງບໍລິຈາກວັດຖູສິ່ງຂອງການຕ້ານການແຜ່ລະບາດຂອງເຊື້ອພະຍາດຊຸດທີສອງໃຫ້ ຊຽງໄຮ
ສະບາຍດິ2022-04-26
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
08/04
14:42
— ແບ່ງປັນ —