ສູນຈີນ-ອາຊຽນຈັດການຝຶກອົບຮົມກ່ຽວກັບຜູ້ນຳທ່ຽວທີ່ເວົ້າພາສາຈີນ ແລະ ສ້າງຄວາມສາມາດດ້ານປະກອບອາຊີບໃຫ້ລາວ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) ຫວ່າງມໍ່ໆມານີ້, ສູນຈີນ-ອາຊຽນແລະກະຊວງຖະແຫຼງຂ່າວ, ວັດທະນະທຳແລະທ່ອງທ່ຽວລາວໄດ້ຮ່ວມກັນຈັດຊຸດອົບຮົມຜູ້ນຳທ່ຽວທີ່ເວົ້າພາສາຈີນແລະ ສ້າງຄວາມສາມາດດ້ານປະກອບອາຊີບ ອາຊຽນ, ແລະນັກທ່ອງທ່ຽວທີ່ເວົ້າພາສາຈີນ, ຜູ້ປະກອບອາຊີບທີ່ກ່ຽວກັບການທ່ອງທ່ຽວ, ຄູອາຈານແລະນັກສຶກສາຂອງວິທະຍາໄລການທ່ອງທ່ຽວ ເກືອບ 100 ຄົນຈາກທົ່ວປະເທດລາວ ໄດ້ເຂົ້າຮ່ວມການຝຶກອົບຮົມທາງອອນໄລນ໌.

ປີ 2019 ແມ່ນ “ປີທ່ອງທ່ຽວຈີນ-ລາວ”, ທ່ານ Chen Dehai ເລຂາທິການໃຫຍ່ສູນຈີນ-ອາຊຽນກ່າວວ່າ,ການຈັດຕັ້ງປີທ່ອງທ່ຽວຈີນ-ລາວປະສົບຜົນສຳເລັດເຮັດໃຫ້ການແລກປ່ຽນປະຊາຊົນແລະວັດທະນະທຳລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່, ການເປີດນຳໃຊ້ຂອງເສັ້ນທາງລົດໄຟລາວ -ຈີນຈະສົ່ງຜົນກະທົບຢ່າງເລິກເຊິ່ງໃນການຊຸກຍູ້ການໄປມາຫາສູ່ກັນຂອງປະຊາຊົນສອງຝ່າຍ ແລະ ລົງເລິກການຮ່ວມມືດ້ານການທ່ອງທ່ຽວຂອງສອງປະເທດ.

ທ່ານອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ: ປະເທດລາວໄດ້ເປີດປະຕູສູ່ຕ່າງປະເທດໃນຕົ້ນປີ 2022, ແລະ ຈະເປີດຊາຍແດນຄືນໃໝ່ຢ່າງເຕັມທີ່ໃນອະນາຄົດອັນໃກ້ນີ້, ແນະນຳມາດຕະການອຳນວຍຄວາມສະດວກຕ່າງໆໃຫ້ແກ່ນັກທ່ອງທ່ຽວສາກົນ. ລາວໃຫ້ຄວາມສຳຄັນຕໍ່ການເປີດດ່ານຊາຍແດນຄືນໃໝ່ໃນຄ້ັງນີ້ແລະຫວັງວ່າຈະດຶງດູດນັກທ່ອງທ່ຽວຈີນໃຫ້ຫຼາຍກວ່າເກົ່າພາຍຫຼັງການແຜ່ລະບາດຂອງພະຍາດ.

ຕາມການຮັບຮູ້, ການຝຶກອົບຮົມຜູ້ນຳທ່ຽວທີ່ເວົ້າພາສາຈີນແມ່ນໂຄງການອັນໜຶ່ງທີ່ສຳຄັນຂອງສູນຈີນ-ອາຊຽນ, ແລະໄດ້ຮັບການຕ້ອນຮັບຈາກບັນດາປະເທດອາຊຽນມາແຕ່ດົນນານ. ໃນໄລຍະການແຜ່ລະບາດຂອງພະຍາດ ການປະຕິບັດໂຄງການດັ່ງກ່າວໄດ້ມີບົດບາດອັນຕັ້ງໜ້າສຳລັບການຮ່ວມມືບຳລຸງສ້າງຊັບພະຍາກອນມະນຸດດ້ານການທ່ອງທ່ຽວລະຫວ່າງຈີນກັບປະເທດອາຊຽນ. ຫຼັກສູດຂອງຊຸດອົບຮົມຄັ້ງນີ້ໄດ້ກວມເອົາມາດຕະຖານແລະທັກສະການດ້ານບໍລິການຂອງຜູ້ນຳທ່ຽວ, ການຕ້ອນຮັບໃນການທ່ອງທ່ຽວປະກອບວັດທະນະທຳແບບດັ້ງເດີມຂອງຈີນ, ການຫັນເປັນດິຈິຕອລຂອງການທ່ອງທ່ຽວຈີນແລະອື່ນໆ ຫຼັກສູດເຫຼົ່ານີ້ໄດ້ຮັບການຕ້ອນຮັບຈາກນັກສຶກສາລາວ.

中国—东盟中心与老挝新闻文化旅游部近日共同举办东盟中文导游与旅游从业能力建设培训班,来自老挝全国各地的近百位中文导游、旅游相关从业者、旅游院校师生在线参加培训。

2019年是“中国—老挝旅游年”,中国—东盟中心秘书长陈德海表示,中老旅游年成功举办让两国人文交流迈上新台阶,中老铁路的开通将对促进双边人员往来、深化两国旅游合作产生深远影响。中国—东盟中心愿与老挝新闻文化旅游部加强旅游人力资源开发合作,重点做好中文导游培训、旅游从业能力建设等工作。

老挝新闻文化旅游部副部长温敦·考潘表示,老挝已于2022年年初打开国门,并于近期全面重新开放边境,面向国际游客推出多种便利措施。老挝高度重视此次国境重新开放,希望疫情过后吸引更多中国游客到访。

据了解,东盟中文导游培训是中国—东盟中心的重要旗舰项目之一,长期以来受到东盟国家的欢迎。疫情期间,项目的实施为中国与东盟国家旅游人才培养合作发挥了积极作用。本次培训班课程内容涵盖导游服务标准与技巧、中国传统文化与旅游接待、中国旅游的数字化转型等,受到老方学员欢迎。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

05/17

10:48

ແບ່ງປັນ

ແປ
翻译